ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານຈະເຣີນ (ໂຈ) ໄດ້ຮັບເງິນຫວ່າງງານຈາກໂຄວິດ-19 ມີເວລາໄປຕຶກເບັດ ແລະແປງເຮືອນຊານ


ທ່ານຈະເຣີນ (ໂຈ) ອາຣຸນຍະຣາດ ຢູ່ເມືອງຊິການໍ ລັດເທັກຊັສ.
ທ່ານຈະເຣີນ (ໂຈ) ອາຣຸນຍະຣາດ ຢູ່ເມືອງຊິການໍ ລັດເທັກຊັສ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນຕ່າງແດນ ຂອງວີໂອເອ ປະຈຳແລງວັນພະຫັດມື້ນີ້ ເຮົາຈຳນຳເອົາການສຳພາດກັບ ທ່ານຈະເຣີນ (ໂຈ) ອາຣຸນຍະຣາດ ຢູ່ເມືອງຊິການໍ ລັດເທັກຊັສ ມາສະເໜີທ່ານ. ທ່ານໂຈ ແມ່ນຄົນອາເມຣິກັນເຊື້ອສາຍລາວຄົນນຶ່ງໃນຈຳນວນປະຊາຊົນຫຼາຍ ລ້ານຄົນທີ່ຖືກຫວ່າງງານຍ້ອນຜົນກະທົບຂອງການລະບາດໂຄວິດ-19. ທ່ານ ໄດ້ຮັບການຊ່ວຍເຫຼືອ ດ້ານການເງິນເປັນຢ່າງດີ ແລະໃຊ້ເວລາຫວ່າງໃຫ້ເປັນ ປະໂຫຍດ ໂດຍການສ້ອມບ້ານແປງເຮືອນຊານ ແລະໄປຕຶກເບັດຫາປູຫາປາ. ຊີວິດຂອງ ທ່ານໂຈ ມີມາຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີ ທ່ານໃນ ອັນດັບຕໍ່ໄປ.

ປາທີ່ທ່ານຈະເຣີນ (ໂຈ) ອາຣຸນຍະຣາດ ຕຶກໄດ້
ປາທີ່ທ່ານຈະເຣີນ (ໂຈ) ອາຣຸນຍະຣາດ ຕຶກໄດ້

ການລະບາດທີ່ຮ້າຍແຮງ ຂອງໄວຣັສໂຄໂຣນາ ໃນສັດຕະວັດທີ 21 ໄດ້ ສ້າງຄວາມຫາຍຍະນະ ໃຫ້ແກ່ມະນຸດ ແລະສູນເສຍຊີວິດໄປຫຼາຍແສນຄົນຢູ່ ທົ່ວໂລກ. ເຫດການດັ່ງກ່າວນີ້ ໄດ້ປ່ຽນແປງ ຊີວິດການເປັນຢູ່ ຢ່າງບໍ່ຄາດຝັນ ພ້ອມຍັງບໍ່ເປັນທີ່ແນ່ນອນວ່າ ອະນາຄົດທາງດ້ານເສດຖະກິດ ແລະຊີວິດການ ເປັນຢູ່ຈະເຂົ້າສູ່ສະພາບເດີມນັ້ນ ຈະເປັນໄປຢ່າງໃດ.

ສະຫະລັດອາເມຣິກາ ມີເງື່ອນໄຂລະບົບການຊ່ວຍເຫຼືອປະຊາສັງຄົມໃນຍາມ ສຸກເສີນໄວ້ເປັນຢ່າງດີ. ໃນຂະນະທີ່ປະຊົນຊາພາກັນຖືກຫ້າມບໍ່ໃຫ້ອອກນອກ ບ້ານເພື່ອປ້ອງກັນການແຜ່ລະບາດໄວຣັສໂຣໂຣນາ ແລະການທີ່ບໍ່ມີວຽກເຮັດ ງານທຳນັ້ນ ທ່ານໂຈ ໄດ້ເລົ່າເຖິງກິດຈະການຂອງທ່ານ ໃນແຕ່ລະວັນສູ່ ວີ ໂອເອ ຟັງດັ່ງນີ້

ການຊ່ວຍເຫຼືອທີ່ທ່ານໂຈ ກ່າວມານັ້ນ ມີກຳນົດເປັນຂັ້ນຕອນ ແລະຫວັງວ່າ ໂຮງງານຈະເປິດແລະຮ້ອງກັບຄືນໃຫ້ໄປເຮັດວຽກໃນບໍ່ຊ້ານີ້. ໃນຂະນະດຽວ ກັນ ທ່ານໂຈໄດ້ໃຊ້ເວລາຫວ່າງເຫລົ່ານີ້ ສ້ອມບ້ານແປງເຮືອນ ແລະໄປຕຶກ ເບັດເພື່ອເປັນການຂ້າເວລາໃຫ້ເປັນປະໂຫຍດ. ທ່ານໂຈ ໄດ້ເລົ່າເຖິງເລື້ອງ ການໄປຕຶກເບັດສູ່ຟັງດັ່ງນີ້:

ຢູ່ໃນສະຫະລັດອາເມຣິກາ ມີໜ້ວຍນໍ້າ ບຶງ ແລະທະເລໃຫຍ່ ຊຶ່ງທັງໝົດນີ້ອຸ ດົມສົມບູນໄປດ້ວຍໄປດ້ວຍປາ ແລະສັດນໍ້າຕ່າງໆ. ຄວາມຈິງແລ້ວຊາວອາເມ ຣິກັນພຽງແຕ່ຕຶກປາເພື່ອຄວາມມ່ວນຊື່ນແລ້ວປ່ອຍ ແລະຖ້າຢາກກິນປາກໍໄປຊື້ ຢູ່ຕະຫລາດ. ແຕ່ສຳລັບປະເພນີຊາວເອເຊຍແລ້ວ ເປັນເລື້ອງກົງກັນຂ້າມດ້ານ ປະເພີນີ. ຊາວເອເຊຍພາກັນຫາປາດ້ວຍຄວາມຕັ້ງໃຈເພື່ອນຳມາເປັນອາຫານ ແລະມາເກັບຮັກສາໃສ່ຕູ້ເຢັນໄວ້ກິນ ຂາຍ ຢາຍໃຫ້ເພື່ອນຝູງ ແລະນຳມາຄົວ ກິນ ດັ່ງທ່ານໂຈ ໄດ້ກ່າວມ້ວນ ທ້າຍສູ່ຟັງດັ່ງນີ້:

ນັ້ນແມ່ນໂຕຢ່າງພາກສ່ວນນຶ່ງຂອງການດຳລົງຊີວິດ ໃນຂະນະທີ່ມີການລະບາດ ໄວຣັສໂຄໂຣນາ. ເຖິງແມ່ນວ່າ ບໍ່ມີວຽກເຮັດງານທຳ ເປັນປົກກະຕິ ກໍຍັງໄດ້ຮັບ ການຊ່ວຍເຫຼືອບັນເທົາທຸກດ້ານການເງິນຊົ່ວຄາວພ້ອມທັງມີໂອກາດໄດ້ພັກຜ່ອນ ໄປຕຶກເບັດນຳດ້ວຍ.

XS
SM
MD
LG