ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ທ້າວເຈ ບຸນແພງສີ ອະດີດຄົນຂັບລົດ ໃນເມືອງສະຕັອກຕັນ ລັດຄາລີຟໍເນຍ ກາຍມາເປັນນັກເຄື່ອນໄຫວ


ທ້າວເຈ ບຸນແພງສີ ອະດີດຄົນຂັບລົດ ໄດ້ກາຍມາເປັນນັກເຄື່ອນໄຫວ.
ທ້າວເຈ ບຸນແພງສີ ອະດີດຄົນຂັບລົດ ໄດ້ກາຍມາເປັນນັກເຄື່ອນໄຫວ.

ການຖືກຮາວີລົໍບກວນຂອງຄົນອາເມຣີກັນເຊື້ອສາຍເອເຊຍ ຢູ່ໃນສະຫະລັດ ໄດ້ມີຂຶ້ນ
ເກືອບວ່າເປັນປະຈຳທ້າວເຈ ຫຼືຈິມມີ ບຸນແພງສີ ຄົນອາເມຣິກັນເຊື້ອສາຍລາວລຸ້ນໃໝ່
ເກີດຢູ່ເມືອງສະຕອກຕັນ (Stockton) ລັດຄາລີຟໍເນຍ ຊຶ່ງຄອບ ຄົວຂອງລາວໄດ້ເຂົ້າ
ມາຕັ້ງຖິ່ນຖານຢູ່ສະຫະລັດໃນຊຸມປີ 1980. ທ້າວເຈແມ່ນ ອະດີດເດັກນ້ອຍເກເລ ເຄີຍ
ເປັນສະມາຊິກກຸ່ມອັນຕະພານລາວ ຮວມກັບ ກຳປູເຈຍ ເຄີຍຖືອາວຸດ ລັກເລັກຂະ
ໂມຍນ້ອຍ ຖືກຕຳຫຼວດຈັບເຂົ້າຄຸກ ແລະອອກ ຈາກຄຸກຢູ່ເປັນປະຈຳ.

ບັດນີ້ ທ້າວເຈ ໄດ້ເຕີບໃຫຍ່ຮູ້ຈັກຄວາມ ຮູ້ຈັກຖືກ ຮູ້ຈັກຜິດ ແລະກາຍມາເປັນນັກເຄື່ອນ
ໄຫວ ນຳພາໃນການປົກປ້ອງຊາວເອເຊຍກຸ່ມຕ່າງໆທີ່ກຳລັງຖືກຮາວີ ລົບກວນຢູ່ໃນຂະນະ
ນີ້. ທ້າວເຈຜູ້ມີປະສົບການໃນກຸ່ມອັນຕະພານມາກ່ອນ ໄດ້ ລາອອກຈາກໜ້າທີ່ຂັໍບລົດຂົນ
ສົ່ງ ທຳການເຄື່ອນໄຫວ ແລະຫາກໍເລີ້ມຕັ້ງກຸ່ມນຶ່ງ ທີ່ມີທັງລາວ ແລະກຳປູເຈຍ ຊື່ວ່າ “ເອ
ເຊຍຟຣອນລາຍ” (Asian Frontline) ຫຼືເອເຊຍແຖວໜ້າ ເພື່ອໃຫ້ປົກປ້ອງຄວາມປອດ
ໄພແກ່ຊາວເຊຍໂດຍທົ່ວໄປຢູ່ ເມືອງສະຕັອກຕັນ ແລະເຂດເບເອເຣຍ ຊຶ່ງ ທ້າວເຈໄດ້
ກ່າວຕໍ່ ວີໂອເອ ດັ່ງນີ້:


ພວກອັນຕະພານທີ່ກໍ່ກວນຄົນອາເມຣິກັນເຊື້ອສາຍເອເຊຍເຫຼົ່ານີ້ ເຂົາເຈົ້າບໍ່ໄດ້ ໃຈ້
ແຍກວ່າໃຜເປັນໃຜມາຈາກໃສ ແລະພຽງແຕ່ເຫັນວ່າຄົນເອເຊຍແມ່ນຊາວ ຈີນທີ່ນຳ
ເອົາໄວຣັສໂຄໂຣນາ ເຂົ້າມາແຜ່ຜາຍຢູ່ສະຫະລັດ.

XS
SM
MD
LG