ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອ ລາວ ລົມກັບ ທ່ານແອມມີ ທຳມະສິນ ນັກສະຖາປະນິກ ແລະອາສາສະໝັກ ອອກແບບສ້າງວັດລາວ


ທ່ານແອມມີ ທຳມະສິນ ນັກສະຖາປະນິກ ອາເມຣິກັນເຊື້ອສາຍລາວ ທີ່ນະຄອນເດັນເວີ ລັດໂຄໂລຣາໂດ.
ທ່ານແອມມີ ທຳມະສິນ ນັກສະຖາປະນິກ ອາເມຣິກັນເຊື້ອສາຍລາວ ທີ່ນະຄອນເດັນເວີ ລັດໂຄໂລຣາໂດ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳວັນພະຫັດ
ມື້ນີ້ ເຮົາຈະພາທ່ານໄປພົບກັບ ທ່ານແອມມີ ທຳມະສິນ ນັກ ສະຖາປະນິກ ອາເມຣິກັນເຊື້ອ
ສາຍລາວ ຢູ່ນະຄອນເດັນເວີ ລັດໂຄໂລຣາໂດ ສະຫະລັດອາເມຣິກາ, ທ່ານແອມມີ ເປັນນັກ
ສະຖາປະນິກອອກແບບປຸກສ້າງ ອາຄານຕ່າງໆ ໃຫ້ແກ່ຫຼາຍບໍລິສັດ ແລະໃນປັດຈຸບັນນີ້
ກຳລັງເຮັດວຽກທີ່ກ່ຽວຂ້ອງຢູ່ສະໜາມບິນນະຄອນເດັນເວີ ນອກຈາກນັ້ນແລ້ວ ຍັງໄດ້ອາ
ສາສະໝັກອອກແບບປຸກສ້າງວັດໃຫ້ແກ່ປະຊາຄົມລາວ. ກິ່ງສະຫວັນ ຈະນຳເອົາການໂອ້
ລົມກັບທ່ານທຳມະສິນ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ວັດສີດາບຸດດາຣາມ ທີ່ນະຄອນເດັນເວີ ລັດໂຄໂລຣາໂດ ອອກແບບໂດຍ ທ່ານແອມມີ ທຳມະສິນ
ວັດສີດາບຸດດາຣາມ ທີ່ນະຄອນເດັນເວີ ລັດໂຄໂລຣາໂດ ອອກແບບໂດຍ ທ່ານແອມມີ ທຳມະສິນ

ການຕັ້ງຖິ່ນຖານຊີວິດໃໝ່ກວ່າສີ່ທົດສະວັດທີ່ຜ່ານມາ ຢູ່ໃນສະຫະລັດອາເມຣິກາ ໄດ້ສະ
ແດງໃຫ້ເຫັນວ່າບັນດາບັນດາອາຊາວໜຸ່ມເມຣິກັນ ເຊື້ອສາຍ ລາວ ທີ່ໄດ້ມາເຕີບໃຫຍ່ຢູ່ໃນ
ສະຫະລັດ ບັດນີ້ ໄດ້ກາຍມາເປັນນັກວິຊາການ ຕ່າງໆຢ່າງໜ້າສັນລະເສີນ ເຊັ່ນວ່າຮັບໃຊ້
ເປັນທະຫານຢູ່ໃນກອງທັບສະຫະ ລັດ ເປັນຕໍາຫຼວດ ນາຍແພດ ນາງພະຍາບານ ທະນາຍ
ຄວາມ ນັກວິສະວະກອນ ແລະນັກສະຖາປະນິກ ເຫຼົ່ານີ້ເປັນຕົ້ນ.

ທ່ານແອມມີ ທຳມະສິນ ເກີດຢູ່ສູນອົບພະຍົບອຸບົນ ປະເທດໄທ ໃນປີ 1977 ຕິດຕາມຄອບ
ຄົວເຂົ້າຕັ້ງຖິ່ນຖານ ຢູ່ສະຫະລັດໃນປີ 1979. ຄອບຄົວໄດ້ມາ ຕົກຢູ່ ເມືອງໂມບິລ
(Mobile) ລັດອາລາບາມາ (Alabama) ທາງພາກໃຕ້ ຂອງສະຫະລັດ. ການຕັ້ງຊີວິດໃໝ່
ຂອງຄອບຄົວທຳມະສິນໄດ້ພາກັນຍົກຍ້າຍ ຢູ່ເປັນປະຈຳ ເພື່ອຊອກຫາວຽກງານ ຢູ່ໃກ້ກັບ
ຍາດຕິພີ່ນ້ອງ ແລະເພື່ອນຝູງ. ຄອບຄົວທຳມະສິນ ໄດ້ຍ້າຍຈາກລັດອາບາມາໄປຢູ່ນະຄອນ
ນິວອໍລີນ (New Orlean) ລັດຫລຸຍຊິອານາ (Louisiana) ຕໍ່ມາໄດ້ຍ້າຍໄປນະຄອນ
ຮິວສຕັນ (Houston) ລັດເທັກຊັສ (Texas) ແລະໃນທີ່ສຸດ ໄດ້ຍ້າຍໄປຢູ່ ນະຄອນເດັນ
ເວີ (Denver) ລັດໂຄໂລຣາໂດ (Colorado) ເຂດພູຜາ ໃນ ພາກກາງຂອງສະຫະລັດ
ຈົນເຖິງເທົ້າທຸກວັນນີ້. ຢູ່ລັດໂຄໂຣລາໂດນີ້ ທ່ານ ແອມມີ ສຳເລັດການສຶກສາ ຝ່າຍສະຖາ
ປະນິກ ຈາກມະຫາວິທະຍາໄລ ສະ ຖາປະນິກ ແລະອອກແບບ ໂຄໂລຣາໂດ (CU
Denver College of Architecture & Planning.)

ບັນດາພໍ່ແມ່ຜູ້ປົກຄອງທັງຫຼາຍ ມັກຢາກໃຫ້ພວກລູກໆຮຽນເປັນດັອກເຕີ ແລະທະນາຍ
ຄວາມ ແຕ່ແນວຄິດດັ່ງກ່າວນີ້ ບໍ່ສາມາດທີ່ຈະບັນລຸໄດ້ຈົນກວ່າພວກ ນັກຮຽນນັກສຶກສາ
ໄດ້ເຂົ້າໄປຮຽນ ແລະມີປະສົບການກ່ຽວກັບຄວາມຍາກງ່າຍ ດ້ວຍຕົນເອງເສຍກ່ອນ.
ທ່ານແອມມີໄດ້ກ່າວເຖິງວິຊາທີ່ພໍ່ແມ່ຢາກໃຫ້ຮຽນແຕ່ ໃນທີ່ສຸດໄດ້ພົບເຫັນວ່າ ຕົນມັກ
ວິຊາສະຖາປະນິກ (Architect) ແລະໄດ້ຮຽນ ຈົນຈົບຢ່າງເປັນຜົນສຳເລັດ ຊຶ່ງທ່ານ
ແອມມີ ໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ປະສົບການຄວາມຊຳນິຊຳນານ ແມ່ນກູນແຈອັນສຳຄັນໃນການຊອກຫາວຽກເຮັດງານ
ທຳໃໝ່ກັບບໍລິສັດສະຖາປະນິກທີ່ີມີຊື່ສຽງ. ເພາະສະນັ້ນ ທ່ານແອມມີ ຕ້ອງໄດ້ຍົກຍ້າຍ
ໄປຢູ່ຫຼາຍລັດ ຫຼາຍເມືອງ ໂດຍສະເພາະບ່ອນທີ່ຈ່າຍເງິນໃຫ້ ຫຼາຍ ແມ່ນຕ້ອງໄດ້ຍົກ
ຍ້າຍໄປເຮັດວຽກຢູ່ທີ່ນັ້ນ. ຢູ່ທີ່ນະຄອນແຊນແຟຣນ ຊິສໂກ ລັດຄາລິຟໍເນຍ ທາງພາກ
ຕາເວັນຕົກສຸດຂອງສະຫະລັດ ທ່ານແອມມີ ໄດ້ເຮັດວຽກໃຫ້ແກ່ບໍລິສັດແກນສເລີ
(Gansler) ທີ່ມີຊື່ສຽງຂອງສະຫະລັດ ແລະເປັນບໍລິສັດສະຖາປະນິກນຶ່ງທີ່ ອອກແບບ
ອາຄານຕົກແຕ່ງພາຍໃນ ແລະພາຍນອກ. ທ່ານແອມມີ ອະທິບາຍກ່ຽວກັບບໍລິສັດ
ແກນສເລີ ແລະໜ້າທີ່ຮັບຜິດ ຊອບສູ່ຟັງດັ່ງນີ້:

ລິງໂດຍກົງ


ສະຖາປະນິກ ເປັນວຽກງານ ທີ່ສະຫລັບສັບຊ້ອນ ມີຫຼາຍຜະແນກການ ແລະ ຕ້ອງ
ປະສານງານ ກັບບັນດານັກສະຖາປະນິກ ທີ່ສະເພາະເຈາະຈົງອື່ນໆ ຊຶ່ງ ທ່ານແອມມີ
ໄດ້ກ່າວຕໍ່ໄປວ່າ:

ການປຸກສ້າງຕືກອາຄານເຄຫາສະຖານນ້ອຍ ແລະໃຫຍ່ຕ້ອງໄດ້ຮັບອະນຸຍາດ ຊຶ່ງ
ເປັນກົດລະບຽບໃນແຕ່ລະຂົງເຂດ. ທ່ານແອມມີໄດ້ກ່າວເຖິງສິ່ງແວດລ້ອມ ສະພາບ
ດິນຟ້າອາກາດ ໄພພິບັດທຳມະຊາດ ທີ່ມັກເກີດຂຶ້ນ ຢູ່ໃນແຕ່ລະເຂດ ເຊັ່ນວ່າ ຢູ່ລັດ
ຄາລີຟໍເນຍ ມັກເກີດແຜ່ນດິນໄຫວ ລັດຟລໍຣິດາມັກມີພະຍຸຮ້າຍ ແຮງເຫຼົ່ານີ້ເປັນຕົ້ນ
ຊຶ່ງບັນດາເຮືອນຊານເຫຼົ່ານີ້ ບໍ່ອະນຸຍາດໃຫ້ມີຫ້ອງໄຕ້ດິນ ແລະປຸກສອງຊັ້ນບໍ່ໄດ້
ເພື່ອປ້ອງກັນຄວາມປອດໄພ ຊຶ່ງທ່ານແອມມີ ອະທິບາຍສູ່ວີໂອເອ ຟັງຕໍ່ໄປວ່າ:

ການອອກແບບວັດສີດາບຸດດາຣາມ ທີ່ນະຄອນເດັນເວີ ລັດໂຄໂລຣາໂດ ໂດຍທ່ານແອມມີ ທຳມະສິນ
ການອອກແບບວັດສີດາບຸດດາຣາມ ທີ່ນະຄອນເດັນເວີ ລັດໂຄໂລຣາໂດ ໂດຍທ່ານແອມມີ ທຳມະສິນ

ນອກຈາກເຮັດວຽກເຕັມເວລາແລ້ວ ທ່ານແອມມີ ຍັງໃຊ້ເວລາເລີກການມາຊ່ວຍ
ອອກແບບປຸກສ້າງ ວັດສີດາບຸດດາຣາມ ໃຫ້ແກ່ປະຊາຄົມລາວ ຢູ່ເຂດນະຄອນ
ເດັນເວີ ຊຶ່ງທ່ານແອມມີ ໄດ້ກ່າວມ້ວນທ້າຍສູ່ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ນັ້ນແມ່ນຜົນສຳເລັດການສຶກສາຂັ້ນສູງດ້ານສະຖາປະນິກ ຂອງທ່ານແອມມີ ທຳມະ
ສິນ ທີ່ເປັນຄົນອາເມຣິກັນເຊື້ອສາຍລາວ. ນອກຈາກເຮັດວຽກເຕັມເວລາແລ້ວ ທ່ານ
ຍັງອາສາສະໝັກຮັບໃຊ້ສັງຄົມລາວ ຮັກສາຮິດຄອງປະເພນີລາວ ໂດຍສະເພາະ
ສາມາດປາກພາສາລາວ ໄດ້ຢ່າງຄ່ອງແຄ້ວ.

XS
SM
MD
LG