ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອລາວ ລົມກັບ ນັກຂ່າວອິດສະຫຼະ ແລະອາຈານສອນຄອມພິວເຕີ ດີຈີຕອນ ຢູ່ຝຣັ່ງ ທ່ານດາຣາສິງ ວັນ ຫອມສົມບັດ


ທ່ານດາຣາສິງ ວັນ ຫອມສົມບັດ ຢູ່ໃນຫ້ອງສະຕູດີໂອ ຂອງທ່ານ
ທ່ານດາຣາສິງ ວັນ ຫອມສົມບັດ ຢູ່ໃນຫ້ອງສະຕູດີໂອ ຂອງທ່ານ

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວໃນຕ່າງແດນ ໃນແລງວັນ
ພະຫັດມື້ນີ້ ເຮົາຈະພາທ່ານ ໄປຟັງການໂອ້ລົມ ກັບ ທ່ານດາຣາສິງ ວັນ ຫອມສົມບັດ
ນັກຂ່າວອິດສະຫຼະ ພ້ອມທັງເປັນ ເຈົ້າຂອງບໍລິສັດຂ່າວລາວ (Lao Agency Press)
ແລະ ອາຈານສອນດີຈີຕອລ (Digital) ໃນນະຄອນ ຫຼວງປາຣີ ປະເທດຝຣັ່ງ. ຊີວິດ
ຄວາມເປັນມາ ແລະການປະກອບຊີບ ເປັນນັກ ຂ່າວ ຂອງທ່ານດາຣາສິງ ເປັນຢ່າງໄດ
ນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃບປະກາດສະນິຍະບັດ ທ່ານດາຣາສິງ ວັນ ຫອມສົມບັດ
ໃບປະກາດສະນິຍະບັດ ທ່ານດາຣາສິງ ວັນ ຫອມສົມບັດ


ທ່ານດາຣາສິງ ວັນ ຫອມສົມບັດ ເກີດໃນປີ 1971 ຢູ່ນະຄອນຫຼວງວຽງຈັນ ເດີນທາງ
ເຂົ້າໄປຕັ້ງຖິ່ນຖານກັບຄອບຄົວຢູ່ເມືອງ ອົດ ຊາວົວ 74 (Haut Savoie 74) ປະເທດ
ຝຣັ່ງໃນປີ 1975 ເວລານັ້ນມີອາຍຸໄດ້ 3 ປີ. ທ່ານດາ ຣາສິງ ສຳເລັດການສຶກສາປະລິນ
ຍາໂທ ໃນປີ 2015 ຝ່າຍວິທະຍາສາດຄອມ ພິວເຕີ (Computer Sciences) ແລະ
ລັດຖະສາດ (Sciences Politics) ປີ 2012 ຈາກວິທະຍາໄລ College Sciences
Po ໃນນະຄອນຫຼວງປາຣີ.

ທ່ານດາຣາສິງ ເຖິງແມ່ນວ່າໄດ້ມາເຕີບໃຫຍ່ຢູ່ໃນປະເທດຝຣັ່ງມາເປັນເວລາ 46 ປີ ແຕ່
ກໍຍັງສາມາດປາກເວົ້າພາສາລາວໄດ້ເປັນຢ່າງດີດ້ວຍສຳນຽງສຽງປາກເຊ. ທ່ານໄດ້ອະ
ທິບາຍກ່ຽວກັບການສຶກສາຂອງທ່ານ ດ້ານວິທະຍາສາດຄອມພິວເຕີ ແລະລັດຖະສາດ
ການເມືອງ ສູ່ວີໂອເອ ຟັງດັ່ງນີ້:

ພາກສ່ວນນຶ່ງໃນວົງການຂ່າວ ພາບຖ່າຍກັບ ນາຍພົນ ທະຫານ JEan-Louis Georgelin grand chancelier de l"orde nationale la legion d'Honner.
ພາກສ່ວນນຶ່ງໃນວົງການຂ່າວ ພາບຖ່າຍກັບ ນາຍພົນ ທະຫານ JEan-Louis Georgelin grand chancelier de l"orde nationale la legion d'Honner.

ທ່ານດາຣາສິງ ໄດ້ໃຊ້ວິຊາລັດຖະສາດ ທີ່ຮຽນມານັ້ນ ເປັນນັກຂ່າວອິດສະຫຼະ ທີ່ເປັນ
ນາຍຕົນເອງ ເຮັດວຽກຜູ້ດຽວ ພ້ອມທັງມີສັນຍາຈ້າງ ຈາກອົງການຂ່າວຕ່າໆໃນນະຄອນ
ຫຼວງປາຣີ. ທ່ານດາຣາສິງໄດ້ອະທິບາຍກ່ຽວກັບການໄປຊອກ ຫາຂ່າວແລະລາຍງານ
ຂ່າວມີຢູ່ ສາມຢ່າງຄື 1. ຖ່າຍພາບເຫດການທີ່ເກີດຂຶ້ນ 2. ຂຽນລາຍງານຈາກກອງປະ
ຊຸມຕ່າງໆ ແລະ 3. ຂຽນກ່ຽວກັບຊີວິດການ ເປັນຢູ່ຂອງຄົນລາວ ແລະອື່ນໆ ຊຶ່ງທ່ານດາ
ຣາສິງ ໄດ້ອະທິບາຍສູ່ຟັງດັ່ງນີ້:

ທ່ານດາຣາສິງ ວັນ ຫອມສົມບັດ ກຳລັງລາຍງານຂ່າວ ແຟຊັນໂຊ ການນຸ່ງຖືພຶ້ນເມືອງລາວ ໃນນະຄອນປາຣີ
ທ່ານດາຣາສິງ ວັນ ຫອມສົມບັດ ກຳລັງລາຍງານຂ່າວ ແຟຊັນໂຊ ການນຸ່ງຖືພຶ້ນເມືອງລາວ ໃນນະຄອນປາຣີ

ໜ້າທີ່ວຽກງານການເປັນນັກຂ່າວອິດສະຫຼະ ມີການທ້າທາຍຢູ່ຫຼາຍຢ່າງ ເຊັ່ນວ່າ ຕ້ອງໄດ້
ໄປເກັບກຳເອົາເຫດການຕ່າງໆ ຖ່າຍຮູບໃຫ້ທັນກັບເຫດການ ແລ້ວສົ່ງ ໄປຫາສູນກາງຂ່າວ
ທີ່ຕົນມີສັນຍາຈ້າງນັ້ນ. ທ່ານດາຣາສິງ ໄດ້ອະທິບາຍ ເຖິງວິທີ ແລະລາຄາແຕ່ລະຂ່າວ
ສູ່ຟັງດັ່ງນີ້:

ນອກຈາກວຽກງານຄວາມຮັບຜິດຊອບເປັນນັກຂ່າວສື່ມວນຊົນແລ້ວ ທ່ານດາຣາສິງ ຍັງ
ສືບຕໍ່ຮັກສາວິຊາຄວາມຮູ້ດ້ານວິທະຍາສາດຄອມພິມເຕີໂດຍເປັນອາຈານສອນ ໃຫ້ການ
ຝຶກອົບຮົມແກ່ບັນດາພະນັກງານລັດຖະບານຝຣັ່ງ ແລະບໍລິສັດເອກກະຊົນ ໂດຍສະເພາະ
ຢູ່ໃນໂຄງການເຮັດທຸລະກິດ ໃນການໃຊ້ຄອມພິວເຕີ ຊຶ່ງທ່ານດາຣາສິງ ກ່າວຕໍ່ໄປວ່າ:

ບັນດາຜູ້ເຂົ້າຮ່ວມອົບຮົມຄອມພິວເຕີດີຈີຕອນ
ບັນດາຜູ້ເຂົ້າຮ່ວມອົບຮົມຄອມພິວເຕີດີຈີຕອນ

ເມື່ອຖາມເຖິງສະພາບການໄວຣັສໂຄໂຣນາ ຢູ່ປະເທດຝຣັ່ງ ທ່ານດາຣາສິງ ກໍແມ່ນຜູ້ນຶ່ງ
ທີ່ຢູ່ໃນບັນດາຜູ້ທີ່ລັງເລໃຈ ແລະຍັງບໍ່ທັນໄດ້ສັກຢາວັກຊີນໂຄວິດ-19 ປ້ອງກັນຕົນເອງ
ຊຶ່ງທ່ານໄດ້ອະທິບາຍມ້ວນທ້າຍສູ່ວີໂອເອ ຟັງດັ່ງນີ້”

ພາກສ່ວນການສິດສອນຄອມພິວເຕີດີຈີຕອນ
ພາກສ່ວນການສິດສອນຄອມພິວເຕີດີຈີຕອນ


ທ່ານດາຣາສິງ ວັນ ຫອມສົມບັດ ອາຍຸ 47 ປີ ຍັງເປັນໂສດ ມີຄວາມຫ້າວຫັນ ດ້ານ ວຽກງານແລະຮັບໃຊ້ຢູ່ໃນວົງສັງຄົມລາວຝຣັ່ງ.

XS
SM
MD
LG