ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບຸນປຣະເສີດ ແກ້ວດາຣາ ນັກວິສະວະກອນ ອອກແບບຫຸ່ນຍົນ ປະກອບເຄື່ອງລະບົບອາຍເຢັນ


ທ່ານບຸນປຣະເສີດ (ລັ່ງ) ແກ້ວດາຣາ.
ທ່ານບຸນປຣະເສີດ (ລັ່ງ) ແກ້ວດາຣາ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳວັນພະ
ຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມ ກັບທ່ານບຸນປຣະເສີດ ຫຼືລັ່ງ ແກ້ວດາຣາ ອາຍຸ 39 ປີ
ນັກວິຊະວະກອນສ້າງຫຸ່ນຍົນຫຼື robot ໃຫ້ແກ່ບໍລິ ສັດເທຣນ (TRANE) ຢຸູ່ທີ່ລັດຄາໂຣ
ໄລນາໃຕ້ ຊຶ່ງເປັນບໍລິສັດ ຜະລິດເຄື່ອງປັບ ​ອາ​ກາດຫຼືລະບົບອາຍເຢັນ ມາ​ສະ​ເໜີ​ທ່ານ.
ໜ້າທີ່ຂອງທ່ານລັ່ງກໍຄືອອກແບບໂປກຣາມ ສັ່ງໃຫ້ຫຸ່ນຍົນເປັນຜູ້ເຮັດວຽກແທນ ໂດຍທີ່
ບໍ່ຕ້ອງໃຊ້ແຮງງານຄົນ. ເປັນຫຍັງທ່ານລັ່ງຈຶ່ງເລືອກເອົາການປະກອບວິຊາຊີບດັ່ງກ່າວນີ້
ກິ່ງສະຫວັນ ຈະນຳເອົາການໂອ້ລົມ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານບຸນປຣະເສີດ ເປັນທີ່ຮູ້ກັນອີກວ່າ ລັ່ງ ອາຍຸ 39 ປີ ເກີດຢູ່ສູນອົບພະ ຍົບປະເທດໄທ
ໃນປີ 1982. ຄອບຄົວໄດ້ພາເຂົ້າມາຕັ້ງຖິ່ນຖານຢູ່ລັດຄາໂຣໄລ ນາໃຕ້ ໃນປີ 1983. ທ່ານ
ລັ່ງສຳເລັດການສຶກສາປະລິນຍາຕີຝ່າຍວິສະວະກອນ ຫຸ່ນຍົນ ຈາກມະຫາວິທະຍາໄລ
ຊາວຄາໂຣໄລນາ (University of South Carolina) ທ່ານລັ່ງ ຮູ້ຕົນເອງມາ ແຕ່່ຕອນ
ເປັນເດັກນ້ອຍວ່າ ເປັນຄົນມັກຮຽນ ຮູ້ ກ່ຽວກັບການສ້ອມແປງ ແລະປະດິດຄິດສ້າງເຄື່ອງ
ກົນໄກຕ່່າງໆ.

ການເຂົ້າມາຕັ້ງຖິ່ນຖານຂອງຄອບຄົວແກ້ວດາຣາ ຢູ່ລັດຄາໂຣໄລນາໃຕ້ໄດ້ເປັນ ທີ່ເໝາະ
ສົມສຳລັບການສຶກສາ ຂອງພວກອ້າຍນ້ອງ. ທ່ານບຸນປຣະເສີດ ທີ່ເປັນອ້າຍກົກຮຽນຈົບປະ
ລິນຍາຕີຝ່າຍວິສະວະກອນໄຟຟ້າ ນ້ອງຊາຍຄົນທີສອງຮຽນ ຈົບຝ່າຍໝໍປົວຕາ ຫຼື
optometric ແລະນ້ອງຊາຍຄົນທີສາມ ກຳລັງຮຽນຝ່າຍ ວິສະວະກອນໄຟຟ້າ ເຊັ່ນດຽວກັນ.

ທ່ານລັ່ງ ໄດ້ເຮັດວຽກໃຫ້ບໍລິສັດເທຣນ (TRANE) ມາໄດ້ຫ້າປີແລ້ວ ຊຶ່ງເປັນບໍ ລິສັດສ້າງ
ຫຸ່ນ ຍົນຜະລິດລະບົບອາຍເຢັນ ໃຫ້ແກ່ບ້ານເຮືອນ ອາຄານຕ່າງໆ. ບໍລິສັດເທຣນ ເປັນບໍລິ
ສັດໃຫ່ຍມີຊື່ສຽງ ມີທຶນເຖິງ 120 ພັນລ້ານໂດລາແລະ ມີສາຂາຢູ່ທົ່ວໂລກ ຊຶ່ງທ່ານລັ່ງ ໄດ້
ອະທິບາຍສູ່ ວີໂອເອ ຟັງດັ່ງນີ້:

ທ່ານລັ່ງ ມີພອນສະຫວັນມາແຕ່ນ້ອຍ ມັກມ້າງເຄື່ອງຈັກ ແລະປະກອບເຂົ້າກັນຄືນ.
ທ່ານເປັນເດັກນ້ອຍທີ່ສະຫຼາດ ແລະຮູ້ວ່າຕົນເອງມັກຢາກຈະເປັນຫຍັງໃນ ເວລາເຕີບ
ໃຫຍ່ມາ ໂດຍທີ່ພໍ່ແມ່ບໍ່ໄດ້ລໍາບາກບອກສອນຍາກທາງດ້ານການສຶກສາ. ເຊັ່ນດຽວກັນ
ກັບນ້ອງຊາຍຂອງທ່ານສອງຄົນ ຜູ້ນຶ່ງເປັນດອກເຕີປົວຕາ ຫຼື optometry ແລະອີກຄົນ
ນຶ່ງກຳລັງຮຽນເປັນນັກວິສະວະກອນ ຊຶ່ງທ່ານລັ່ງ ໄດ້ເລົ່າສູ່ຟັງກ່ຽວກັບໜ້າທີ່ວຽກງານ
ຂອງທ່ານວ່າ:


ທ່ານລັ່ງ ໄດ້ເຮັດວຽກໃຫ້ແກ່ບໍລິສັດເທຣນ ມາໄດ້ຫ້າປີກວ່າແລ້ວ ແລະກ່ອນໜ້ານັ້ນ
ໄດ້ເຮັດວຽກໃຫ້ແກ່ບໍລິສັດຜະລິດເສັ້ນໃຍແກ້ວຫຼື fiber glass ແລະກໍເປັນ ຜູ້ອອກແບບ
ຄວບຄຸມການສ້າງຫຸ່ນຍົນເຊັ່ນກັນ. ຢູ່ທີ່ບໍລິສັດເທຣນນີ້ ທ່ານຍັງໄດ້ ເປັນຜູ້ເຝິກວຽກງານ
ໃຫ້ແກ່ພະນັກງານບໍລິສັດເທຣນຢູ່ທົ່ວສະຫະລັດ ແລະບາງ ຄັ້ງກໍໄດ້ເດີນທາງໄປນອກປະ
ເທດ ໄປໃຫ້ການອົບຮົມ ຊຶ່ງທ່ານລັ່ງໄດ້ກ່າວວ່າ:

ທ່ານລັ່ງ ເຕີບໃຫຍ່ສໍາເລັດການສຶກສາຢູ່ໃນລັດຄາໂຣໄລນາໃຕ້ ລື້ງເຄີຍກັບສັງຄົມສິ່ງ
ແວັດລ້ອມ ສ້າງຄອບຄົວ ມີລູກສອງຄົນ ມີບ້ານເຮືອນເປັນຂອງຕົນເອງ ແລະມີວຽກການທີ່
ກ້າວໜ້າຖາວອນ. ປັດຈຸບັນ ທ່ານລັ່ງ ສາມາດສ້າງລາຍໄດ້ປະຈຳປີເຖິງ 120,000 ໂດລາ
ຊຶ່ງ ທ່ານລັ່ງໄດ້ກ່າວມ້ວນທ້າຍ ເຖິງຕອນນີ້ວ່າ:

ທ່ານລັ່ງ ແມ່ນເຍົາວະຊົນລາວອາເມຣິກາລຸ້ນໃໝ່ ທີ່ສຳເລັດການສຶກສາ ແລະພິສູດ
ໃຫ້ເຫັນເຖິງຜົນສຳເລັດຂອງການຕັ້ງຊີວິດໃໝ່ ເປັນພົນລະເມືອງດີຂອງ ປະເທດ
ແລະສ້າງເສດຖະກິດໃຫ້ແກ່ສະຫະລັດອາເມຣິກາ.

XS
SM
MD
LG