ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານບຸນເນື່ອງ ຫຍອງວົງສິດທິ ພະນັກງານ ຂາຍຊີເມັນ ໃຫ້ແກ່ ບໍລິສັດຊີເມັກສ໌


ທ່ານບຸນເນື່ອງ ຫຍອງວົງສິດທິ ພະນັກງານຂາຍຊີເມັນໃຫ້ແກ່ ບໍລິສັດຊີເມັກສ໌ (CEMEX) ຢູ່​ທີ່​ລັດ​ຄາ​ລິ​​​ຟໍ​ເນຍ​.
ທ່ານບຸນເນື່ອງ ຫຍອງວົງສິດທິ ພະນັກງານຂາຍຊີເມັນໃຫ້ແກ່ ບໍລິສັດຊີເມັກສ໌ (CEMEX) ຢູ່​ທີ່​ລັດ​ຄາ​ລິ​​​ຟໍ​ເນຍ​.

ທ່ານ​ບຸນ​ເນື່ອງ ຫຍອງ​ວົງ​ສິດທິ ພະນັກງານຂາຍ​ຊີ​ເມັນ ​ໃຫ້​ແກ່​ບໍລິສັດຊີເມັກສ໌
CEMEX ຢູ່ທີ່ເຂດ Bay Area ລັດ California. ທ່ານ​ບຸນ​ເນື່ອງ ​ໄດ້​ປະກອບ​ວິຊາ​ອາ
ຊີບ​ນີ້ ​ມາ​ໄດ້ 15 ປີ​ແລ້ວ ​ແຕ່​ກ່ອນ​ໜ້າ​ນັ້ນ ທ່ານເປັນ​ເຈົ້າຂອງ ​ຮ້ານ​ອາຫານ​ໄທ ​ຢູ່​ໃນ
​ລັດ​ຮາ​ວາຍ ​ເປັ​ນເວລາ 10 ປີ ຕໍ່​ມາ​ໄດ້​ຍ້າຍ​ເຂົ້າ​ມາ​ຢູ່​ແຜ່ນດິນໃຫຍ່ສະຫະລັດທີ່​ລັດ​ຄາ​
ລິ​ຟໍ​ເນຍ​ ແລະ​ເປິ​ດຮ້ານ​ອາຫານ​ໄທ​ອີກເປັນ​ເວລາ​ອີກສາມ​ປີ ຈຶ່ງ​ໄດ້​ຕັດສິນ​ໃຈ ຢຸດ​ເຊົາ.
​ໃນ​ໄລຍະ 15 ປີ​ທີ່​ຜ່່ານ​ມານີ້ ທ່ານ​ໄດ້​ປະ​ກອບ​ອາຊີບ​ເປັນ​ພະນັກງານ​ຂາຍ​ຊີເມັນ ​ໃຫ້​
ແກ່​ບໍລິສັດ CEMEX ຢູ່ເຂດ Bay area ລັດ California​. ກິ່ງສະຫວັນ ຈະນຳເອົາການ
ໂອ້ລົມກັບທ່ານບຸນເນື່ອງ ວ່າເປັນດ້ວຍເຫດໃດ ທ່ານຈຶ່ງໄດ້ປ່ຽນອາຊີບວຽກງານ ມາ
ສະເໜີທ່ານ ໃນອັນດັບຕໍ່ໄປ.

ສາຂານຶ້ງຂອງໂຮງງານຊີເມັນ ຂອງບໍລິສັດ ຊີເມັກສ໌ (SEMEX)
ສາຂານຶ້ງຂອງໂຮງງານຊີເມັນ ຂອງບໍລິສັດ ຊີເມັກສ໌ (SEMEX)

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ມື້​ນີ້​ຂ້າພະ​ເຈົ້າ​ຂໍ​ແນະນຳ​ໃຫ້ທ່ານ​ ຮູ້ຈັກ​ກັບ​ທ່ານ​ບຸນ
ເນື່ອງ ຫຍອງວົງ​ສິດທິ ລູກບ້ານ​ຫລານ​ເມືອງ​ແຂວ​ງ​ສະຫວັນ​ນະ​ເຂດ ທ່ານໄດ້​ພາ​ຄອບ
ຄົວ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ ​ຢູ່​ໃນ​ສະຫະລັດ​ໃນ​ປີ 1986​. ທ່ານ​ມາ​ຕົກ​ຢູ່​ລັດ​ຮາ​ວາຍ ​ແລະ
ໄດ້​ເລີ້​ມ​ເຮັດ​ວຽກ​ຢູ່​ຮ້າ​ນ​ອາຫານ ຕໍ່​ມາ​ໄດ້​ເປີດ​ຮ້ານ​ອາຫານ​ໄທເປັນ​ຂອງ​ຕົນເອງ​. ທ່ານ
ໄດ້ຕັດສິນ​ໃຈ ​ຍ້າຍ​ມາ​ຢູ່​ແຜ່່ນດິນ​ໃຫຍ່ສະຫະລັດ ທີ່​ລັດ​ຄາ​ລິ​ຟໍ​ເນຍ ​ແລະເປີດ​ຮ້ານ​ອາ
ຫານໄທ​ອີກ​ເປັນ​ເວລາສາມ​ປີ​ຈຶ່ງ​ໄດ້​ຢຸດ​ເຊົາ ​ແລະ​ໃນ​ທີ່​ສຸດ ກໍ​ໄດ້​ຕັດສິນ​ໃຈຫັນມາ​ປະ
ກອບ​ວິຊາ​ອາຊີບ​ໃໝ່. ປັດຈຸ​ບັນ​ນີ້ ທ່ານ​ບຸນ​ເນື່ອງ​ເຮັດ​ວຽກ​ໃຫ້​ແກ່​ບໍລິສັດ​ຜະລິດ​ຊີ​ເ​ມັນ
ຊື່ວ່າ ຊິ​ເມັກ​ສ໌ (CEMEX) ຊຶ່ງ​ເປັນ​ບໍລິສັດ​ໃຫຍ່ ມີ​ສາຂາ​ບ່ອນ​ຈຳໜ່າຍ​ຢູ່ໃນ​ທົ່ວ​ສະຫະ
ລັດ ​ຢູ​ໂຣບ ​ແລະ​ອາ​ເມຣິກາ​ກາງ. ທ່ານ​ບຸນ​ເນື່ອງ​ຕັ້ງ​ຖິ່ນ​ຖານ​ຢູ່່​ເຂດ​ເບ​ເອ​ເຣຍ ນະຄອນ
​ແຊນ​ແຟຣນຊິ​ສ​ໂກ ​ໃນ​ລັດ​ຄາ​ລີ​ຟໍ​ເນ​ຍ. ທ່ານ​ໄດ້ເຮັດວຽກໃຫ້​ແກ່​ບໍລິສັດ CEMEX ​ພະ
ແນ​ກຂາຍຊິ​ເມັນ​ມາ​ໄດ້ 15 ປີ​ແລ້ວ ທ່ານ​ບຸນ​ເນື່ອງ​ໄດ້​ກ່່າວ​ເຖິງ​ຄວາມ​ຮັບຜິດຊອບ​ຕໍ່​
ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ຊີ​ເມັນ​ແມ່ນ​ວັດ​ຖຸ​ກໍ່ສ້າງ​ທີ່​ສຳຄັນ​ ​ແລະ​ນຳໃຊ້​ໃນ​ການ​ສ້າງ​ເຄຫະສະຖານ ຂົວ​ ​ແລະ​
ອື່ນໆ. ຄຸນນະພາ​ບຂອງ​ຊີເ​ມັນ​ມີ​ຢູ່​ຫຼາຍ​ລະດັບ ການ​ປະສົມ​ເຮັດໃຫ້​ແຂງ​ແກ່ນ ​ແລະ​
ທົນທານນັ້ນ​ຂຶ້ນ​ຢູ່​ກັບ​ຜູ້ນຳ​ໄປ​ໃຊ້​ປະສົມ​ໃຫ້​ຖືກຕ້ອງ​ຕາມ​ຫລັກການ ຊຶ່ງ​ທ່ານ​ບຸນ​ເນື່ອງ
​ໄດ້​ໃຫ້​ຄວາມເຫັນ​ດັ່ງ​ນີ້:

​ທ່ານ​ບຸນ​ເນື່ອງ ​ມີ​ຄວາມ​ຮູ້​ສຶກສະບາຍໃຈກັບ​ການ​ປະກອບວຽກ​ງານ ​ໄປ​ການ​ມາການ
​ຕາມ​ເວລາ ​ແລະ​ມີ​ເວລາ​ພັກຜ່ອນ ​ໄປ​ຫລິ້ນ​ໄປ​ທ່ຽວ ​ແລະໄດ້ຮັບ​ຜົນປະໂຫຍດໃນ​ການ
​ເຮັດວຽກທີ່​ທາງບໍລິສັດ​ມີ​ໄວ້​ໃຫ້ ທ່ານ​ໄດ້​ກ່າວເຖິງ​ເລື້ອງ​ນີ້​ວ່າ:

ທ່ານ​ບຸນ​ເນື່ອງ​ ອະດີດ​ເຈົ້າ​ຂອງ​ຮ້ານ​ອາຫານ​ຢູ່​ໃນ​ລັດ​ຮາ​ວາຍ ​ແລະຢູ່​ລັດ​ຄາ​ລີ​ຟໍ​ເນຍ
​ໄດ້ມີ​ປະສົບ​ການ​ກ່ຽວກັບ​ຄວາມ​ຍາກລຳບາກ ມີ​ຄວາມ​ຮັບຜິດຊອບ​ສູງ ມີ​ການ​ແຂ່ງຂັນ
ກັນ​ຫຼາຍ ​ແລະ​ບໍ່​ມີ​ເວລາ​ເປັນ​ຂອງຕົນ. ທ່ານ​ໄດ້​ກ່າວ​ມ້ວນທ້າ​ຍໃນ ໃຫ້ສຳພາດແກ່
ວີ​ໂອ​ເອ ​ດັ່ງ​ນີ້:

ທ່ານບຸນເນື່ອງ ແລະພັນລະຍາ ຍານາງບຸນທະວີ ຫຍອງວົງສິດທິ.
ທ່ານບຸນເນື່ອງ ແລະພັນລະຍາ ຍານາງບຸນທະວີ ຫຍອງວົງສິດທິ.

ນັ້ນ​ແມ່ນ​ໂຕ​ຢ່າງ ​ຜົນສຳ​ເລັດໃນການ​ປະກອບ​ວິຊາ​ອາຊີບ ​ຂອງ​ທ່ານ​ບຸນ​ເນື່ອງ ຫຍອງ​
ວົງ​ສິດທິ ຊາວ​ອາເມຣິກາ​ເຊື້ອສາຍ​ລາວ​ຄົນ​ນຶ່ງຢູ່​ໃນ​ສະຫະລັດອາ​ເມຣິກາ. ວີ​ໂອ​ເອ
ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ທີ່​ທ່ານ​ໄດ້​ແບ່ງປັນ​ປະສົບ​ການ​ຂອງ​ທ່ານ​ກ່ຽວ​ກັບ​ເລື້ອງ​ນີ້​ດ້ວຍ.

XS
SM
MD
LG