ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ວີໂອເອລາວ ສຳພາດ ທ່ານບຸນມີ ເສລີ ຫົວໜ້າທິມ ສ້ອມແປງເຮືອບິນ ຂອງບໍລິສັດໂບອິງ


ທ່ານບຸນມີ ເສລີ ຫົວໜ້າທີມສ້ອມແປງເຄື່ອງຈັກເຮືອບິນ ຂອງບໍລິສັດໂບອິງ (Boeing.)
ທ່ານບຸນມີ ເສລີ ຫົວໜ້າທີມສ້ອມແປງເຄື່ອງຈັກເຮືອບິນ ຂອງບໍລິສັດໂບອິງ (Boeing.)

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ໃນຕ່າງແດນ ປະຈຳແລງ
ວັນພະຫັດມື້ນີ້ ເຮົາຈະພາທ່ານໄປຟັງການໂອ້ລົມກັບ ທ່່ານບຸນມີ ເສລີ ຫົວໜ້າທີມສ້ອມ
ແປງເຄື່ອງຈັກເຮືອບິນ ຂອງບໍລິສັດໂບອິງ (Boeing) ຊຶ່ງເປັນ ບໍລິສັດສ້າງເຮືອບິນຂະ
ໜາດໃຫຍ່ ທີ່ມີຊື່ສຽງໃນສະຫະລັດ. ທ່ານບຸນມີເດີນທາງ ເຂົ້າມາສະລັດ ໃນນາມນັກ
ສຶກສາທຶນສ່ວນຕົວ ຈາກ ສປປ ລາວ ມາຮຽນຝ່າຍ ຂໍ້ມູນ ຫຼື IT ແຕ່ຕໍ່ມາ ໄດ້ຕັດສິນໃຈ
ຮຽນວິຊາ ເປັນຊ່າງແປງເຄື່ອງຈັກເຮືອບິນ. ເປັນຫຍັງທ່ານບຸນມີ ຈຶ່ງໄດ້ຕັດສິນໃຈເຮັດ
ວຽກຢູ່ໃນສະຫະລັດຢ່າງເປັນການຖາວອນ ກິ່ງສະຫວັນ ຈະນຳເອົາການໂອ້ລົມມາ
ສະເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ

ໂບອິງ ແມ່ນນາມສະກຸນ ຂອງທ່ານວິລລຽມ ໂບອິງ (William Boeing) ຜູ້ກໍ່ຕັ້ງ
ບໍລິສັດອຸດສາຫະກໍາສ້າງເຮືອບິນໂບອິງ ໃນປີ 1916 ຊຶ່ງເປັນບໍລິສັດນຶ່ງໃນບັນດາບໍລິ
ສັດອຸດສາຫະກຳສ້າງເຮືອບິນທີ່ໃຫຍ່ສຸດໃນໂລກ. ນອກຈາກການ ສ້າງເຮືອບິນໂດຍ
ສານຂະໜາດນ້ອຍ ແລະໃຫຍ່ແລ້ວ ບໍລິສັດໂບອິງຍັງສ້າງລູກ ຈະຫຼວດ ດາວທຽມ ອຸບ
ປະກອນສື່ສານແລະສັນຍາຈ້າງສ້າງອາວຸດປ້ອງກັນປະ ເທດ ໃຫ້ແກ່ລັດຖະບານສະ
ຫະລັດ ອີກດ້ວຍ. ບໍລິສັດໂບອິງມີພະນັກງານຢູ່ທັງ ໝົດປະມານ 140,000 ຄົນ ມີສາ
ຂາຢູ່ 14 ແຫ່ງ ໃນສະຫະລັດ ແລະມີຫ້ອງ ການໃຫຍ່ຕັ້ງຢູ່ນະຄອນຊິຄາໂກ. ຮວມຢູ່ໃນ
ບັນດາແຮງງານຂອງບໍລິສັດໂບອິງ ມີພະນັກງານອາເມຣິກັນເຊື້ອສາຍລາວຈຳນວນ
ນ້ອຍໆ ທີ່ເຮັດວຽກຝ່າຍວິຊະວະ ກອນ ແລະເປັນນາຍຊ່າງສ້ອມແປງເຮືອບິນ ຊະນິດ
ຕ່າງໆໃຫ້ແກ່ບໍລິສັດໂບອິງ.

ທ່ານບຸນມີ ແມ່ນຫົວໜ້າທີມພະນັກງານສ້ອມແປງເຮຶອບິນໂບອິງຄົນນຶ່ງ ຊຶ່ງທ່ານໄດ້
ເລົ່າເຖິງ ຊີວິດຄວາມເປັນມາໃນເບື້ອງຕົ້ນ ກ່ອນທີ່ຈະໄດ້ມາເຮັດວຽກໃຫ້ແກ່ ບໍລິສັດ
ໂອອິງ ສູ່ຟັງດັ່ງນີ້:

ລິງໂດຍກົງ


ຫຼັງຈາກໄດ້ເຮັດວຽກກ່ຽວກັບຂໍ້ມູນມາເປັນເວລາສອງປີ ທ່ານບຸນມີ ເກີດມີຄວາມຮູ້ສຶກ
ບໍ່ມັກກ່ຽວກັບວິຊາອາຊີບດັ່ງກ່າວ ແລະເຫັນວ່າໃຊ້ເວລາຢູ່ຕໍ່ໜ້າຄອມພິວເຕີ ຫຼາຍ
ເກີນໄປ ແລະບໍ່ມີການທ້າທາຍຫຼາຍ. ເພາະສະນັ້ນ ທ່ານບຸນມີ ຈຶ່ງໄດ້ຕັດ ສິນໃຈໄປ
ຮຽນເປັນຊ່າງສ້ອມແປງເຮືອບິນທີ່ເຫັນວ່າມີຄວາມຕື່ນເຕັ້ນກ່ອນ ດັ່ງທີ່ ທ່ານບຸນມີ
ກ່າວຕໍ່ໄປວ່າ:

ລິງໂດຍກົງ

ຫຼັງຈາກໄດ້ຜ່ານການອົບຮົມ ການສຶກສາຈາກສະຖາບັນອົບຮົມສ້ອມແປງເຮືອບິນ
ຢູ່ໃນສະຫະລັດແລ້ວ ບັດນີ້ທ່ານບຸນມີ ໄດ້ເລີ້ມເຮັດວຽກ ໃຫ້ແກ່ບໍລິສັດໂບອິງ
(Boeing) ພະແນກເຮືອບິນຈອດ ຢູ່ເດີ່ນ ຫຼື AOG (Aircraft on Ground) ທີ່ນະ
ຄອນຊີິອາເຕີນ ລັດວໍຊິງຕັນ ຕັ້ງຢູ່ທາງພາກຕາເວັນຕົກສຽງເໜືອສຸດຂອງ ສະຫະລັດ
ຊຶ່ງທ່ານບຸນມີ ກ່າວສູ່ຟັງຕໍ່ໄປວ່າ:

ລິງໂດຍກົງ

ທ່ານບຸນມີ ໄດ້ເຮັດວຽກໃຫ້ແກ່ບໍລິສັດໂບອິງ ມາເປັນເວລຫົກປີ ມີປະສົບການຢ່າງ
ໜ້າສັນລະເສ່ີນ ແລະບັດນີ້ ໄດ້ເລື່ອນໜ້າທີ່ຂຶ້ນມາເຫັນຫົວໜ້າທີມນາຍຊ່່າງຮັບຜິດ
ຊອບດ້ານສ້ອມແປງເຮືອບິນຊະນິດຕ່າງໆທີ່ສ້າງໂດຍບໍລິສັດໂບອິງ. ໜ້າທີ່ດັ່ງກ່າວ
ນີ້ ມີຄວາມຮັບຜິຊອບສູງ ໂດຍສະເພາະດ້ານຄວາມປອດໄພ ຊຶ່ງທ່ານບຸນມີ ກ່າວວ່າ:

ລິງໂດຍກົງ

ໃນຂັ້ນຕົ້ນທ່ານບຸນມີ ໄດ້ຖືກສົ່ງໃຫ້ເດີນທາງໄປສ້ອມແປງເຮືອບິນຢູ່ນອກປະເທດ
ເປັນປະຈຳ ເຊັ່ນວ່າຢູ່ປະເທດອິນເດຍ ແລະປະເທດດູໄບ. ການເດີນທາງໄປແຕ່
ລະຄັ້ງຕ້ອງໄດ້ໜີຈາກຄອບຄົວໄປເປັນເວລາຫຼາຍໆເດືອນ ແລະເປັນໜ້າທີ່ຮັບຜິດ
ຊອບທີ່ຕ້ອງໄດ້ປະຕິບັດ ແລະປະຕິເສດບໍ່ໄດ້ ອັນເປັນກົດລະບຽບ ຂອງບໍລິສັດ.

ການເດີນທາງ ໄປເຮັດວຽກຢູ່ນອກສະຫະລັດ ໄດ້ຮັບເງິນເພີ້ມພິເສດ ລ່ວງເວລາ
ຊຶ່ງທ່ານບຸນມີ ໄດ້ກ່າວມ້ວນທ້າຍສູ່ ວີໂອເອ ຟັງດັ່ງນີ້:

ປັດຈຸບັນນີ້ ທ່ານບຸນມີ ເສລີ ພ້ອມດ້ວຍພັນລະຍາ ແລະລູກໆ ພາກັນຕັ້ງຊີວິດ ມີ
ບ້ານເຮືອນ ຢູ່ນະຄອນຊີອາເຕີນລັດວໍຊິງຕັນຢ່າງມີຄວາມສຸກ ແລະປະສົບຜົນສຳ
ເລັດໃນຄວາມຝັນດ້ານວຽກງານຢ່າງເປັນຜົນສຳເລັດ.

XS
SM
MD
LG