ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບຸນມາກ ສີສຸວັນ ເຈົ້າຂອງບ່ອນກວດຄຸນນະພາບລົດ ໃນນະຄອນຫຼວງປາຣີ ປະເທດຝຣັ່ງ


ທ່ານບຸນມາກ ສີສຸວັນ ຜູ້ກວດກາຄຸນນະພາບລົດ ໃນນະຄອນຫຼວງປາຣີ.
ທ່ານບຸນມາກ ສີສຸວັນ ຜູ້ກວດກາຄຸນນະພາບລົດ ໃນນະຄອນຫຼວງປາຣີ.

ການກວດຄຸນນະພາບລົດ ຢູ່ໃນແຕ່ລະຂົງເຂດ ແລະໃນແຕ່ປະເທດ ມີກົດລະບຽບບໍ່ຄືກັນ
ໂດຍສະເພາະຢູ່ປະເທດຝຣັ່ງມີການກວດກາຄຸນນະພາບລົດຢ່າງ ເຄັ່ງຂັດ. ທ່ານບຸນມາກ
ສີສຸວັນ ເຈົ້າຂອງຮ້ານກວດຄຸນນະພາບລົດຫຼື Auto Inspection ໃນນະຄອນຫຼວງປາຣີ
ຊຶ່ງທ່ານໄດ້ເຮັດທຸລະກິດດັ່ງກ່າວ ມາເປັນເວລາສາມສິບກວ່າປີແລ້ວ ທ່ານອະທິບາຍສູ່ຟັງ
ວ່າ ລົດຍົນສ່ວນໂຕທຸກຊະນິດ ທີ່ແລ່ນຢູ່ທ້ອງຖະໜົນຫຼວງ ມີກຳນົດໃຫ້ເຈົ້າຂອງ ນຳເອົາ
ລົດໄປກວດ ຖ້າເປັນ ລົດໃໝ່ຕ້ອງໄດ້ກວດຫຼັງຈາກສີ່ປີ ຫຼັງຈາກນັ້ນ ຕ້ອງກວດທຸກໆສອງ
ປີ ແລະຖ້າ ຈະຂາຍລົດຫຼືປ່ຽນຊື່ໃຫ້ຄົນອື່ນ ລົດຕ້ອງກວດກ່ອນລ່ວງໜ້າຫົກເດືອນ ຊຶ່ງທ່ານ
ບຸນມາກ ໄດ້ອະທິບາຍສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ທ່ານບຸນມາກ ໄດ້ຜ່ານການອົບຮົມ ຢັ້ງຢືນຈາກທາງການ ໂດຍສະເພາະບ່ອນກວດຫຼືກາ
ລາລົດ (Garage) ຂອງທ່ານ ມີໜ້າທີ່ກວດຄຸນນະພາບລົດເທົ່ານັ້ນ ແຕ່ບໍ່ໄດ້ສ້ອມແປງ.
ບັນດາເຈົ້າຂອງລົດຍົນ ຢູ່ໃນຂົງເຂດນີ້ຕ້ອງນຳເອົາລົດໄປ ກວດຕາມກຳນົດເພື່ອຄວາມ
ປອດໄພ. ທ່ານບຸນມາກ ມີສິດປະຕິເສດ ບໍ່ໃຫ້ລົດຜ່ານການກວດກາ ຖ້າພົບເຫັນວ່າລົດ
ທີ່ກ່ຽວຂ້ອງ ມີຄວາມຕ້ອງການສ້ອມແປງ. ເວລານີ້ທ່ານບຸນມາກ ຕ້ອງໄດ້ຂຽນໃບສັ່ງໃຫ້
ເຈົ້າຂອງນຳເອົາລົດໄປແປງພາຍໃນສອງເດືອນກ່ອນທີ່ຈະຜ່ານໃບຢັ້ງຢືນຕິດຢູ່ໜ້າກະ
ຈົກລົດ. ຖ້າຫາກເຈົ້າຂອງ ລົດລະເມີດບໍ່ປະຕິບັດຕາມ ເວລາໃດເຈົ້າໜ້າທີ່ຕໍາຫຼວດພົບ
ເຫັນລົດຄັນດັ່ງກ່າວ ໄປແປງ ຈຶ່ງສາມາດທີ່ຈະໃຊ້ລົດໄດ້ອີກຕໍ່ໄປ.

XS
SM
MD
LG