ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໓ ກຸມພາ ໒໐໒໖

ລົມກັບທ່ານບຸນເຫຼື່ອມ ຄົນຂັບລົດຕັກຊີ ໃນນະຄອນຫຼວງແວລລິງຕັນ ປະເທດນິວຊີແລນ

ທ່ານບຸນເຫຼື່ອມ ວັນນາທີ ທີ່ນະຄອນແວລລິງຕັນ ປະເທດນິວຊີແລນ.
ທ່ານບຸນເຫຼື່ອມ ວັນນາທີ ທີ່ນະຄອນແວລລິງຕັນ ປະເທດນິວຊີແລນ.

ສະບາຍດີທ່ານຜູ້ຢັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ມືິ້ນີ້ ເຮົາຈະ
ນຳພາທ່ານໄປໂອ້ລົມກັບ ທ່ານບຸນເຫຼື່ອມ ວັນນາທິ ຕັ້ງຖິ່ນຖານຢູ່ ນະຄອນແວລລິງຕັນ
(Wellington) ນະຄອນຫລວງ ຂອງປະເທດນິວຊີແລນ. ກ່ອນໜ້ານັ້ນທ່ານເປັນຊ່າງ
ໄຟຟ້າ ຕໍ່ມາໄດ້ປ່ຽນອາຊີບມາເປັນຄົນຂັບລົດຕັກຊີ ໄດ້ສິບກວ່າປີແລ້ວ. ບັນຍາກາດ
ການເປັນຄົນຂັບລົດຕັກຊີ ຢູ່ໃນປະເທດນິວຊີ ແລນ ເປັນຢ່າງໃດນັ້ນ ກິ່ງສະຫວັນ ຈະ
ນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

please wait

No media source currently available

0:00 0:11:54 0:00

ເປັນເວລາກວ່າສາມທົດສະວັດຜ່ານມາແລ້ວ ທີ່ທ່ານບຸນເຫຼື່ອມ ວັນນາທີ ແລະຄອບຄົວ
ໄດ້ເຂົ້າໄປຕັ້ງຖິ່ນຖານ ຢູ່ນະຄອນແວລລິງຕັນ (Wellington) ນະຄອນຫຼວງຂອງປະ
ເທດນິວຊີແລນ (New Zealand) ທີ່ເປັນເກາະດອນຕັ້ງ ຢູ່ພາກໃຕ້ ຂອງມະຫາສະໝຸດ
ປາຊິຟິກ ປະມານ 2000 ກິໂລແມດ ຫ່າງຈາກ ປະເທດອອສເຕຣເລຍ. ນິວຊີແລນປະ
ກອບດ້ວຍກັນຫຼາຍໆເກາະແລະມີຢູ່ສອງ ເກາະໃຫຍ່. ເກາະເໜືອຊື່ວ່າ ເຕ-ອີກາ-ອາ-
ມູຍ (Te-Ika-a-Maui) ແລະເກາະໃຕ້ຊື່ວ່າ ເຕ-ວາຍ-ປູນາມູ (Te-Wai-Punamu.)

ຢູ່ເກາະເໜືອນີ້ເອງ ມີຄົນເຊື້ອສາຍລາວ ໄດ້ເລີ້ມພາກັນອົບພະຍົບເຂົ້າໄປຕັ້ງຖິ່ນ ຖານ
ເລີ້ມແຕ່ຊຸມປີ 1970 ແລະ 1980 ຊຶ່ງປັດຈຸບັນນີ້ມີຢູ່ປະມານ 700 ຄອບ ຄົວ. ຮວມຢູ່ໃນ
ນັ້ນມີຄອບຄົວ ທ່ານບຸນເຫຼືື່ອມ ວັນນາທີ ພ້ອມດ້ວຍພັນລະຍາ ແລະລູກຫົກຄົນ ຊຶ່ງປັດ
ຈຸບັນນີ້ພວກລູກໆໃຫຍ່ເປັນຄອບຄົວຂອງໃຜລາວ ແລະ ໄດ້ຍົກຍ້າຍອອກໄປຕັ້ງຄອບ
ຕົວຂອງໃຜລາວແລ້ວ.

ທ່ານບຸນເຫຼື່ອມແມ່ນອະດີດຊ່າງໄຟຟ້າຈາກປະເທດລາວ ທ່ານໄດ້ເຮັດວຽກເດີມ ຕັ້ງແຕ່
ເຂົ້າໄປຕັ້ງຖິ່ນຖານຢູ່ເມືອງແວລລິງຕັນເປັນເວລາກວ່າສິບປີ. ຫຼັງຈາກນັ້ນ ທ່ານໄດ້ຕັດ
ສິນໃຈ ປ່ຽນມາເປັນ ຄົນຂັໍບລົດຕັກຊີ ຊຶ່ງທ່ານໄດ້ເລົ່າເຖິງເຫດຜົນ ການປ່ຽນມາປະກອບ
ວິຊາອາຊີບດັ່ງກ່າວ ສູ່ຟັງດັ່ງນີ້:

please wait

No media source currently available

0:00 0:01:42 0:00


ການຂັບລົດຕັກຊີ ຄືການເປັນນາຍຂອງຕົນເອງ ແຕ່ກໍບໍ່ໄດ້ໝາຍຄວາມວ່າ ຂັບ ໄດ້ຕາມ
ໃຈໝົດມື້ໝົດເວັນ ທາງການໄດ້ວາງກົດລະບຽບໄວ້ວ່າຫ້າມບໍ່ໃຫ້ຂັບເກີນ ກຳນົດເວລາ
ຊຶ່ງທ່ານບຸນເຫຼື່ອມໄດ້ອະທິບາຍເຖິງຕອນນີ້ສູ່ຟັງວ່າ:

please wait

No media source currently available

0:00 0:01:24 0:00

ລາຍໄດ້ຈາກການຂັໍບລົດຕັກຊີຈະບໍ່ເປັນປົກກະຕິ ບໍ່ວ່າຢູ່ໃສກໍຕາມ ບາງມື້ມີຜູ້ໂດຍສານ
ຫຼາຍ ແລະບາງມື້ ມີຜູ້ໂດສານໜ້ອຍ ຊຶ່ງທ່ານບຸນເຫຼື່ອມໄດ້ກ່າວເຖິງ ລາຍໄດ້ລາຍຈ່າຍ
ຕ່າງໆສູ່ຟັງວ່າ:

please wait

No media source currently available

0:00 0:01:56 0:00


ການຂັບລົດຕັກຊີໃນຕອນຄໍ່າມີອັນຕະລາຍ ຫຼາຍກວ່າຕອນກາງເວັນ ທ່ານບຸນ ເຫຼື່ອມ
ໄດ້ມີປະສົບການທີ່ລູກຄ້າຂີ່ແລ້ວແລ່ນໜີ ເຂົ້າໄປໃນຄວາມມືດ ໂດຍບໍ່ ຈ່າຍເງິນຫຼາຍ
ຄັ້ງ ຊຶ່ງທ່ານບຸນເຫຼື່ອມກ່າວເຖິງຕອນນີ້ວ່າ:

please wait

No media source currently available

0:00 0:00:55 0:00

ກ່ຽວກັບການຫາຢູ່ຫາກິນດ້ານອື່ນໆ ການປະຕິບັດຄວາມເຊື່ອຖືພຸດທະສາດສະໜາຢູ່
ໃນປະຊາຄົມນັ້ນ ມີວັດວາອາຮາມ ຊຶ່ງທ່ານບຸນເຫຼື່ອມ ກ່າວວ່າ:

please wait

No media source currently available

0:00 0:01:37 0:00

ທ່ານບຸນເຫຼື່ອມໄດ້ກ່າວມ້ວນທ້າຍເຖິງຊີວິດການເປັນຢູ່່ ແລະພູມີສາດຂອງ ປະເທດນິວຊີ
ແລນ ສູ່ວີໂອເອ ຟັງດັ່ງນີ້:

please wait

No media source currently available

0:00 0:01:13 0:00

ທ່ານບຸນເຫຼື່ອມ ໄດ້ພາຄອບຄົວເຂົ້າມາຕັ້ງຖິ່ນຖານ ໃນປະເທດນິວຊີແລນໃນປີ 1988.
ພວກລູກໆທັງຫົກຄົນໄດ້ເຕີບໃຫຍ່ເປັນຄອບຄົວ ພາກັນຍົກຍ້າຍອອກໄປໝົດແລ້ວ. ທ່ານ
ມີບ້ານເຮືອນເປັນຂອງຕົນເອງແລະໃນບໍ່ຊ້ານີ້ທ່ານຈະອອກ ເບ້ຍບໍານານເພື່ອມ່ວນຊື່ນ
ກັບໝາກຜົນທີ່ໄດ້ສ້າງມາ.

XS
SM
MD
LG