ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ຂອງວີໂອເອ ປະຈຳແລງ
ວັນພະຫັດມື້ນີ້ ເຮົາຈະນຳເອົາການສຳພາດກັບ ທ່ານບຸນເຍືອງ ອຸດທະວົງ ຄົນຂັບລົດ
ຂົນສົ່ງ 10 ລໍ້ ຢູ່ເມືອງຊາກິນໍ ລັດເທັກຊັສ. ທ່ານບຸນເຍຶອງ ແມ່ນອະດີດນັກສຶກສາລາວ
ຢູ່ໃນສະຫະລັດ ໃນຊຸມປີ 1960 ແລະໄດ້ຕົກຄ້າງຢູ່ໃນສະຫະລັດ. ທ່ານໄດ້ປະກອບ
ວິຊາອາຊີບຫຼາຍໆຢ່າງ ກ່ອນທີ່ໄດ້ຕັດສິນໃຈມາເປັນຄົນຂັບລົດຂົນສົ່ງສິນຄ້າຂະໜາດ
ໃຫຍ່ ຫຼືລົດ 10 ລໍ້ ແລ່ນຢູ່ຕາມທາງຮາຍເວຂ້າມປະເທດ. ຊີວິດທ່ານບຸນເຍືອງ ເປັນມາ
ຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ.
ການປ່ຽນວິຊາອາຊີບເປັນປະຈຳ ຢູ່ໃນສະຫະລັດນັ້ນ ເປັນຂອງທຳມະດາ ເນື່ອງຈາກ
ເຫດຜົນຫຼາຍຢ່າງ. ຫຼາຍໆຄົນຢາກເປັນນາຍຂອງຕົນເອງຄືດັ່ງທ່ານບຸນເຍືອງ ອຸດທະ
ວົງ ຢູ່ເມືອງຊາກີນໍ ລັດເທັກຊັສ ທີ່ຕັ້ງຢູ່ທາງພາກກາງທາງໃຕ້ ສຸດຂອງສະຫະລັດ.
ທ່ານບຸນເຍືອງ ໄດ້ເລີ້ມຕົ້ນຊີວິດວຽກງານ ໂດຍການເປັນຜູ້ບໍລິຫານຮ້ານອາຫານ ຕໍ່
ມາໄດ້ເປັນຜູ້ຮັບເໝົາທຳຄວາມສະອາດ ຊຶ່ງມີພະນັກງານຢູ່ປະມານ 50 ຄົນ ບົວລະ
ບັດຢູ່ຕາມໂຮງການຕ່າງໆເປັນເວລາ 20 ປີ ຫຼັງຈາກນັ້ນກໍໄດ້ເປັນຜູ້ຂາຍປະກັນໄພ
ບ້ານເຮືອນ ແລະປະກັນໄພຊີວິດ. ໃນທີ່ສຸດທ່ານກໍໄດ້ຕັດສິນໃຈມາເປັນຄົນຂັບລົດຂົນ
ສົ່ງເປັນເວລາຫຼາຍກວ່າ 15 ປີ ຈົນເຖິງເທົ້າປັດຈຸບັນ.
ຢູ່ໃນຂົງເຂດເມືອງຊາກິນໍ ລັດເທັກຊັສນີ້ ມີປະຊາຄົມລາວອາເມຣິກັນຫຼາຍສົມຄວນ
ທີ່ພາກັນຕັ້ງຖິ່ນຖານປະກອບວິຊາອາຊີບຕ່າງໆນາໆ. ຈຳນວນນຶ່ງພາກັນເປັນຄົນ
ຂັບລົດບັນທຸກຂະໜາດໃຫຍ່ຮ້ອງວ່າລົດຂົນສົ່ງ 10 ລໍ້ ທີ່ໃຫຍ່ສຸດເພື່ອ ນຳສົ່ງສິນ
ຄ້າຕ່າງໆຂ້າມປະເທດໃນແຕ່ລະວັນ. ທ່ານບຸນເຍືອງໄດ້ເລົ່າເຖິງຊີວິດ ການລິເລີ້ມ
ມາເປັນຄົນຂັບລົດບັນທຸກສິນຄ້າສູ່ຟັງດັ່ງນີ້:
ຫຼັງຈາກຂັບລົດຂົນສົ່ງໃຫ້ແກ່ບໍລິສັດເອກກະຊົນມາເປັນເວລາສີ່ປີແລ້ວ ບັດນີ້ທ່ານ
ບຸນເຍືອງ ແລະພັນລະຍາ ຍານາງສອນດາລີ ຕ່າງກໍພາກັນຊື້ລົດຂົນສົ່ງຄົນລະຄັນ
ເປັນຂອງຕົນເອງ. ທ່ານໄດ້ກ່າວເຖິງລະບົບການໃຊ້ລົດ ແລະຄວາມຮູ້ສຶກກັບການ
ປະກອບວິຊາອາຊີບດັ່ງກ່າວນີ້ວ່າ:
ການເປັນເຈົ້າຂອງລົດບັນທຸກ ມີຄວາມຮັບຜິດຊອບຢູ່ຫຼາຍຢ່າງເຊັ່ນວ່າ ຕ້ອງມີປະກັນ
ໄພລົດ ຮັກສາລົດໃຫ້ຢູ່ໃນສະພາບດີ ພະຍາຍາມຫລີກຫລ່ຽງອຸບັດເຫດ ແລະຕ້ອງ
ເສຍພາສີລາຍໄດ້ປະຈຳປີ ຊຶ່ງທ່ານບຸນເຍືອງໄດ້ກ່າວເຖິງເລື້ອງນີ້ວ່າ:
ທ່ານບຸນເຍືອງ ແມ່ນໂຕຢ່າງຄົນນຶ່ງທີ່ປະສົບຜົນສຳເລັດ ໃນການປະກອບວິຊາອາຊີບ
ແລະສ້າງລາຍໄດ້ດີເປັນພິເສດຂອງການເປັນຄົນຂັບລົດຂົນສົ່ງ. ໃນອະນາຄົດອັນໃກ້ໆ
ນີ້ ເຮົາຈະຕິດຕາມນຳເອົາການສຳພາດກັບ ຍານາງສອນດາຣີ ນັກຂັບລົດຂົນສົ່ງແມ່ຍິງ
ອາເມຣິກັນເຊື້ອສາຍສາລາວ ທີ່ຫາຍາກມາ ແລະໜ້າສົນໃຈ ມາສະເໜີທ່ານ ກະລຸນາ
ຕິດຕາມຟັງ.