ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບິລລີ ໂຊກໂສດາ ນັກຂີ່ງົວກະທິງ ແລະມ້າຮ້າຍ (Rodeo) ຢູ່ລັດຄາລິຟໍເນຍ


ເຊີນຊົມກິລາຂີ່ງົວກະທິງຢູ່ເມືອງ ເຣດດິງ ລັດຄາລິຟໍເນຍ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອປະຈຳວັນພະຫັດ ມື້ນີ້ ເຮົາຈະນຳເອົາການສຳພາດກັບ ທ່ານ ບິລລີ ໂຊກໂສດາ ຄົນອາເມຣິກັນເຊື້ອສາຍລາວ ນັກຂີ່ງົວກະທິງ ແລະມ້າຮ້າຍ ຊຶ່ງເປັນກິລາ ພື້ນເມືອງຄາວບອຍ (cowboy) ຂອງສະຫະລັດ. ກິລານີ້ມີຊື່ວ່າ ໂຣດີໂອ (Rodeo) ເປັນກິລາທີ່ອັນຕະລາຍ ຖ້າຫາກບໍ່ມີຄວາມຊຳນານແລະໃຊ້ ຄວາມລະມັດລະວັງ ຜູ້ຂີ່ອາດໄດ້ຮັບບາດເຈັບ ແລະເສຍຊີວິດກໍໄດ້. ທ່ານ ບິລລີແມ່ນໃຜ ແລະເປັນຫຍັງຈຶ່ງມັກກິລາໂຣດີໂອດັ່ງກ່າວນີ້ ກິ່ງສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.

ທ່ານບິລລີ ໂຊກໂສດາ
ທ່ານບິລລີ ໂຊກໂສດາ

ກິລາໂຣດີໂດ (Rodeo) ເລີ້ມມາຈາກຊີວິດຄົນລ້ຽງງົວຂອງຊາວ ສເປນ ແລະເມັກຊິກັນ
ທີ່ມີຮາກເຫງົ້າມາແຕ່ສັດຕະວັດທີສິບຫົກ ແລະໄດ້ ນຳເຂົ້າມາແຜ່ຜາຍຢູ່ທາງພາກຕາ
ເວັນຕົກສຽງໃຕ້ຂອງ ສະຫະລັດ ໃນຕອນ ທ້າຍສັດຕະວັດທີສິບເກົ້າ. ເວລານີ້ຕົກຢູ່ໃນ
ສະໄໝທີ່ຮ້ອງກັນວ່າ ຄາວບອຍ (cowboy) ຫຼືຄົນລ້ຽງງົວ. ພວກຄາວບອຍພາກັນຂີ່
ມ້າດູແລລ້ຽງຝູງງົວ ຢູ່ຕາມ ທົ່ງຮາບພຽງ, ຈັບງົວນ້ອຍ, ງົວໃຫຍ່ ແລະ ສັດລ້ຽງຕ່າງໆ
ໂດຍການໃຊ້ກຳລັງ ຂອງເຂົາເຈົ້າເພື່ອປໍ້າໃຫ້ສັດລົ້ມລົງ ແລ້ວເອົາເຊືອກມັດຂາໄວ້
ເພື່ອຕີກາໝາຍບອກ ໃຫ້ຮູ້ວ່າເຈົ້າຂອງແມ່ນໃຜ. ຢູ່ໃນສະໄໝນີ້ຄຳວ່າ “ຄາວບອຍ”
ແມ່ນກຸ່ມພວກ ອັນຕະພານ, ນອກກົດໝາຍ, ຖືປືນປຸ້ນຈີ້ຍິງກັນ. ແຕ່ວ່າມີຄາວບອຍ
ອີກຝ່າຍນຶ່ງທີ່ເປັນຄົນດີ ບັງຄັບໃຊ້ກົດໝາຍ ເພື່ອປາບພວກ ຄາວບອຍ ອັນຕະພານ.

ໂຣດີໂອ ແມ່ນກິລາຂີ່ງົວກະທິງ ແລະມ້າຮ້າຍຂອງພວກຄາວບອຍ ທີ່ສະແດງ ໃຫ້ເຫັນ
ຄວາມກ້າຫານ ຄວາມຊຳນານຂອງເຂົາເຈົ້າ ໂດຍການນັ່ງຢູ່ເທິ່ງຫຼັງງົວ ຫຼັງມ້າຮ້າຍ
ໃຊ້ມືດຽວຈັບເຊືອກໃນຂະນະທີ່ງົວ ຫຼືມ້າທີ່ກຳລັງເຕັ້ນດີດຢູ່ນັ້ນ ບໍ່ໃຫ້ຕົກຈາກຫຼັງງົວ
ຢູ່ເປັນເວລາແປດວິນາທີ.

ທ່ານ ບີລລີ ໂຊກໂສດາ ແມ່ນອາເມຣິກັນເຊື້ອສາຍລາວຄົນທຳອິດທີ່ຫຼິ້ນກິລາ ໂຣດີໂອ
ດັ່ງກ່າວນີ້ຢູ່ທີ່ເມືອງ ເຣດດິງ (Redding) ທີີ່ມີຊື່ສຽງຢູ່ໃນລັດຄາລິ ຟໍເນຍ. ທ່ານບິລລີ
ໄດ້ເຫັນການຂີ່ງົວກະທິງ ແລະມ້າຮ້າຍຢູ່ໂທລະພາບ ແລະຢາກຮຽນທົດລອງຂີ່ມັນ ຊຶ່ງ
ທ່ານໄດ້ເລົ່າຄວາມເປັນມາສູ່ ວີໂອເອ ຟັງດັ່ງນີ້.

ທ່ານບິລລີ ໂຊກໂສດາ
ທ່ານບິລລີ ໂຊກໂສດາ

ລິງໂດຍກົງ

ມີສັດຈຳນວນນຶ່ງທີ່ບໍ່ມັກໃຫ້ຄົນຂີ່ ເພາະສະນັ້ນສັດເຫຼົ່ານີ້ຈຶ່ງເຕັ້ນດີດ ເຊັ່ນງົວກະທິງ, ມ້າ
ຮ້າຍ ແລະສັດອື່ນໆທີ່ບໍ່ມັກໃຫ້ຄົນນັ່ງຢູ່ເທິງຫຼັງຂອງມັນ. ເພາະສະນັ້ນສັດເຫຼົ່ານີ້ຈຶ່ງເຕັ້ນ
ດີດໃຫ້ຄົນຕົກອອກຈາກຫຼັງຂອງມັນ. ມີຫຼາຍຄົນໄດ້ຮັບບາດເຈັບ ແລເຖິງແກ່ຄວາມຕາຍ
ກໍມີ. ທ່ານ ບິລລີ ເຄີຍໄດ້ຮັບບາດເຈັບມາກ່ອນ ແຕ່ກໍຍັງບໍ່ຫລາບຍ້ອນຄວາມມັກ ແລະ
ຢາກທ້າທາຍຊຶ່ງທ່ານໄດ້ເລົ່າສູ່ຟັງ ຕໍ່ໄປວ່າ:

ລິງໂດຍກົງ

ການຂີ່ງົວກະທິງເປັນກິລທີ່າອັນຕະລາຍ ແຕ່ໄດ້ເງິນດີພໍສົມຄວນຖ້າຫາກປະສົບຄວາມ
ສຳເລັດ ເພາະສະນັ້ນຈຶ່ງເຮັດໃຫ້ຫຼາຍໆຄົນຢາກທ້າທາຍ. ນອກຈາກນັ້ນແລ້ວ ພວກນັກ
ຂີ່ງົວກະທິງບໍ່ມີປະກັນໄພຊີວິດ ດັ່ງທີ່ທ່ານ ບິລລີ ໄດ້ກ່າວຕໍ່ໄປວ່າ:

ທ່ານບິລລີ ໂຊກໂສດາ
ທ່ານບິລລີ ໂຊກໂສດາ

ລິງໂດຍກົງ

ກ່ອນທ່ານ ບິລລີ ໄດ້ກາຍມາເປັນນັກກິລາຂີ່ງົວກະທິງ ໄດ້ຮັບບາດເຈັບ ໄດ້ຮັບເງິນລາງ
ວັນ ແລະສ້າງຄະແນນເພື່ອພິສູດໃຫ້ຮູ້ມາເປັນລໍາດັບ ກ່ອນທີ່ຈະເຂົ້າແຂ່ງຂັນໃນຂັ້ນຕໍ່
ໄປ ຊຶ່ງທ່ານ ບິລລີ ໄດ້ກ່າວມ້ວນທ້ານສູ່ຟັງດັ່ງນີ້

ລິງໂດຍກົງ

ທ່ານ ບິລລີ ເກີດຢູ່ບ້ານດົງປ່າລານ, ນະຄອນຫຼວງວຽງຈັນ, ລາວໄດ້ເດີນທາງເຂົ້່າມາ
ສະຫະລັດ ແຕ່ອາຍຸ ຫ້າປີ ປັດຈຸບັນນີ້ເປັນນາຍຄູສອນຄະນິດສາດຢູ່ໂຮງຮຽນມັດ
ທະຍົມແຫ່ງນຶ່ງໃນລັດ ຄາ ລິຟໍເນຍ ແລະຍັງມັກຂີ່ງົວກະທິງ

XS
SM
MD
LG