ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ຂອງວີໂອເອ ປະຈຳແລງ
ວັນພະຫັດມື້ນີ້ ທ່ານຈະໄດ້ຟັງການສຳພາດ ກັບທ່ານແອແກ້ວ ກຸມະນີວົງ ຜູ້ອຳນວຍ
ການ ສູນກາງຄົນເສຍອົງຄະ ທີ່ນະຄອນຫຼວງ ວຽງຈັນ. ທ່ານແມ່ນຜູ້ນຶ່ງໃນຈຳນວນ
ຫຼາຍຮ້ອຍຄົນທີ່ໄດ້ຮັບທຶນຈາກກະຊວງການຕ່າງປະເທດສະຫະລັດ ມາອົບຮົມກ່ຽວ
ກັບການບໍລິຫານວຽກງານເປັນເວລາຫົກອາທິດ ທີ່ນະຄອນຫຼວງວໍຊິງຕັນ. ທ່ານແອ
ແກ້ວ ເປັນຄົນພິການຕາບອດ ມາແຕ່ເກີດ ແຕ່ສາມາດປະຕິບັດວຽກງານທີ່ສຳຄັນໄດ້
ເໜືອນດັ່ງຄົນທຳມະດາເປັນຢ່າງດີ. ກິ່ງສະຫວັນ ຈະນຳເອົາເລື້ອງນີ້ ມາສະເໜີທ່ານ
ໃນອັນດັບຕໍ່ໄປ.
ຫວ່າງສາມອາທິດທີ່ຜ່ານມານີ້ ວີໂອເອ ພະແນກພາສາລາວ ໄດ້ຮັບກຽດຕ້ອນ ຮັບການ
ມາຢ້ຽມຢາມຂອງທ່ານແອແກ້ວ ພ້ອມດ້ວຍພັນລະຍາ ຍານາງຣົດຈະນາ ກຸມະນີວົງ ຈາກ
ສປປ ລາວ ເນື່ອງໃນໂອກາດການເດີນທາງມາອົບຮົມບໍ ລິຫານວຽກງານ ໂດຍໄດ້ຮັບທຶນຈາກກະຊວງຕ່າງປະເທດສະຫະລັດທີ່ນະຄອນຫຼວງວໍຊິງຕັນ.
ທ່ານແອແກ້ວ ເປັນຄົນພິການຕາບອດ ມາແຕ່ເກີດ ສາມາດໂອ້ລົມພາສາລາວ ພາອັງກິດ
ແລະມີຄວາມຮູ້ດ້ານວິຊາການເປັນຢ່າງດີ. ນອກນັ້ນທ່ານຍັງສາມາດໃຊ້ເຄື່ອງອີເລັກໂຕຣ
ນິກອັນທັນສະໄໝເພື່ອຊ່ວຍໃນການດຳລົງຊີວິດປະຈຳວັນ. ເຖິງແມ່ນວ່າຄວາມພິການຕາ
ຂອງທ່ານ ທີ່ບໍ່ເຄີຍເຫັນໂລກມະນຸດວ່າປະກອບໄປດ້ວຍຫຍັງແດ່ ແລະຕົນໂຕຮູບຮ່າງຄົນ
ເປັນຢ່າງໃດນັ້ນ. ແຕ່ທ່ານແອແກ້ວ ມີສັນຊາດຕະຍານຄື ຫູໄດ້ຍິນສຽງ ດັງບອກໃຫ້ຮູ້ກິ່ນ ປາກບອກໃຫ້ຮູ້ລົດຊາດ ແລະ ມັນສະໝອງທີ່ເຕັມໄປດ້ວຍຄວາມສະຫຼຽວສະຫຼາດ. ທ່ານ
ແອແກ້ວ ແບ່ງປັນປະສົບການຊີວິດ ແລະຈຸດປະສົງຂອງການເດີນທາງມາອົບຮົມຢູ່ສະຫະ
ລັດ ຄັ້ງທຳອິດຕໍ່ ວີໂອເອ ຟັງດັ່ງນີ້:
ເຖິງແມ່ນວ່າທ່ານບໍ່ສາມາດມອງເຫັນຄວາມງົດງານ ຄວາມຍິ່ງໃຫຍ່ຂອງການຄົມມະນາ
ຄົມ ຄວາມສັບສົນໃນການໃຊ້ລົດໄຟໃຕ້ດິນໄປມາ ແລະອື່ນໆ. ສິ່ງເຫລົ່ານີ້ບໍ່ໄດ້ເປັນອຸບ
ປະສັກໃຫ້ແກ່ທ່ານແອແກ້ວເລີຍ. ທ່ານໄດ້ກ່າວຕໍ່ໄປອີກວ່າ:
ຊີວິດການເປັນຢູ່ຄອບຄົວຂອງທ່ານແອແກ້ວ ຈະກາງຕໍ່ນຳລາຍໄດ້ຈາກອົງການ ທີ່ທ່ານ
ເຮັດວຽກໃຫ້ນັ້ນ ແມ່ນບໍ່ພໍໃຊ້ພໍຈ່າຍພາຍໃນຄອບຄົວ ເພາະສະນັ້ນທ່ານແອແກ້ວ ແລະ
ພັນລະຍາຈຶ່ງຕ້ອງໄດ້ເຮັດວຽກເພີ້ມ ໂດຍການເປັນໝໍນວດ ຊຶ່ງທ່ານແອແກ້ວໄດ້ກ່າວໃນ
ຕອນນີ້ວ່າ:
ຍານາງຣົດຈະນາ ພັນລະຍາທ່ານແອແກ້ວ ເປັນຄົນພິການເສຍຕາເຊັ່ນກັນ ແຕ່ ຍັງສາ
ມາດມອງເຫັນໄດ້ໜ້ອຍນຶ່ງ ພໍເປັນຜູ້ນຳພາສາມີ ເດີນທາງມາສະຫະລັດ. ຍານາງໄດ້ກ່າວ
ຕໍ່ ວີໂອເອ ດັ່ງນີ້:
ທ່ານແອແກ້ວ ແມ່ນຜູ້ກໍ່ຕັ້ງ ແລະຜູ້ອຳນວຍການສູນບໍລິການຄົນພິການ ໃນ ສປປ ລາວ
ແລະເປັນທີ່ປຶກສາກ່ຽວກັບຄົນພິການໃຫ້ແກ່ມະຫາວິທະຍາໄລແຫ່ງຊາດລາວ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ