ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຟັງການສຳພາດ ທ່ານ ອາຈານໂນ ຈັນທະນາຄອນ ນາຍພານຍິງໝູປ່າ 1,000 ກວ່າປອນ


ທ່ານ ອະຈານໂນ ຈັນທະນາຄອນ ຍິງໝູປ່າ ມີນໍ້າໜັກ 1,000 ກວ່າປອນ ທີ່ໄດ້ອອກມາຮາວີສັດສາວາສິ່ງ ຂອງຊາວສວນ ໃນລັດເທັກຊັສ.
ທ່ານ ອະຈານໂນ ຈັນທະນາຄອນ ຍິງໝູປ່າ ມີນໍ້າໜັກ 1,000 ກວ່າປອນ ທີ່ໄດ້ອອກມາຮາວີສັດສາວາສິ່ງ ຂອງຊາວສວນ ໃນລັດເທັກຊັສ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ລະດູການໂຫ່ເນື້ອຢູ່ໃນສະຫະລັດອາເມ ຣິກາໄດ້ເລີ້ມຂຶ້ນ
ແລ້ວ ຈາກກາງເດືອນພະຈິກ ໄປຈົນຮອດທ້າຍເດືອນທັນວາ. ເວລານີ້ ຢູ່ໃນລັດຕ່າງໆ
ພວກນັກໂຫ່ເນື້ອ ໄດ້ຮັບອະນຸຍາດໃຫ້ພາກັນອອກໄປ ຍິງກວາງແລະສັດບາງຢ່າງ. ເພາະ
ສະນັ້ນເຮົາຈະນຳເອົາການໂອ້ລົມກັບພວກ ນັກໂຫ່ເນື້ອລາວອາເມຣິກັນມາສະເໜີທ່ານຜູ້
ຟັງວ່າ ພວກເຂົາເຈົ້າພາກັນຫ້າງ ຫາຢ່າງໃດ ແລະກົດລະບຽບການຍິງກວາງນັ້ນ ມີຫຍັງ
ແດ່ ຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການໂຫ່ເນື້ອຢູ່ໃນສະຫະລັດອາເມຣິກາ ແມ່ນກິລາປະຈຳລະດູຊະນິດນຶ່ງ ຊຶ່ງແຕ່ລະລັດ
ໄດ້ເປີດໂອກາດໃຫ້ພວກນັກໂຫ່ເນ່ື້ອໄປລ່າສັດປ່າ ໂດຍສະເພາະ ປັດຈຸ ບັນນີ້ແມ່ນລະດູ
ການຍິງກວາງເພື່ອຄວບຄຸມການແຜ່ຂະຫຍາຍຂອງພົນລະເມືອງ ກວາງ. ພໍແຕ່ເລີິ້ມລະດູ
ໃບໄມ້ຫຼົ່ນມາເຖິງ ພວກນາຍພານຕ່າງກໍພາກັນນັດໝາຍກັນ ຫ້າງຫາປືນຜາໜ້າກະບອກ
ແລະເຄື່ອງອຸບປະກອນ ອອກໄປຕັ້ງເປັນຈຸດຢູ່ແຄມປ່າສາທາລະນະ ແລະປ່າສ່ວນໂຕ
ເພື່ອລໍຖ້າຍິງກວາງ ທີ່ຈະພາກັນອອກ ຈາກປ່າມາຊອກກິນໃບໄມ້ ຫຼັງຈາກຕາເວັນຂຶ້ນ
ເປັນມື້ໃໝ່.

ທ່ານໄຊ ອຸດົມປາລະມີ ກໍແມ່ນນັກໂຫ່ເນື້ອຄົນນຶ່ງ ຢູ່ທີ່ລັດໂອກລາໂຮມາ.
ທ່ານໄຊ ອຸດົມປາລະມີ ກໍແມ່ນນັກໂຫ່ເນື້ອຄົນນຶ່ງ ຢູ່ທີ່ລັດໂອກລາໂຮມາ.

ພວກນາຍພານພາເຫລົ່ານີ້ພາກັນໄປຮອດກ່ອນຕາເວັນຂຶ້ນ ນັ່ງລໍຖ້າຢູ່ຕາມຈຸດ ຂອງໃຜ
ລາວແຕ່ເຊົ້າມືດ ແລະອີກບໍ່ດົນພວກກວາງກໍຈະພາກັນຢ່າງ ອອກມາຈາກປ່າ ມີທັງໂຕ
ຜູ້ ໂຕແມ່ແລະລູກມາຊອກກິນໃບໄມ້. ພວກກວາງເຫຼົ່ານີ້ຈະ ພາກັນຢືນຢູ່ຢ່າງມິດໆຫຼຽວ
ຊ້າຍຫຼຽວຂວາເພື່ອຄວາມລະມັດລະວັງ. ໃນເວລາດຽວກັນ ພວກນາຍພານ ທີ່ພາກັນນັ່ງ
ຢູ່ຢ່າງມິດໆເຊັ່ນກັນ ຈຳນວນນຶ່ງພາກັນ ປີນຂຶ້ນໄປຢູ່ຮ້ານເທິງຕົ້ນໄມ້ບ່ອນກວາງຫຼຽວບໍ່
ເຫັນ. ເຂົາເຈົ້າພາກັນນັ່ງຢູ່ຢ່າງ ບໍ່ປາກບໍ່ຕີງ ແນປາຍປືນທີີ່ມີກ່ອງສ່ອງ ຊອຫາກວາງໂຕ
ຜູ້ ທີ່ອະນຸຍາດໃຫ້ຍິງໄດ້ເທົ່ານັ້ນ. ເຂົາເຈົ້າພາກັນນຸ່ງເສື້ອສີສົ້ມໝາກກ້ຽງ ເພື່ອຄວາມ
ປອດໄພ ໃຫ້ໝູ່ນາຍພານນຳກັນໄດ້ແນມເຫັນ.

ທ່ານອະຈານໂນ ຈັນທະນາຄອນ ນັກໂຫ່ເນື້ອຢູ່ເມືອງອາມາຣິນໂລ ລັດເທັກຊັສ ກໍແມ່ນ
ນັກຍິງກວາງຜູ້ນຶ່ງ ທີີ່ມີຊື່ສຽງມາໄດ້ຫຼາຍລະດູການແລ້ວ. ແຕ່ກ່ອນທີ່ຈະເວົ້າເຖິງການຍິງ
ກວາງຂອງທ່ານອະຈານໂນ ບັດນີ້ເຮົາມາຟັງຄວາມອົງອາດກ້າ ຫານຂອງທ່ານທີ່ໄດ້ຍິງ
ໝູປ່າຍັກໃຫຍ່ໂຕນຶ່ງທ່ຽວເຂົ້າມາຮາວີສັດສາວາສິ່ງເຄື່ອງ ປູກຂອງຝັງ ຂອງຊາວໄຮ່ຊາວ
ສວນມາເປັນເວລານານ ແລະບໍ່ມີໃຜຊາບໄດ້ວ່າ ແມ່ນສັດຊະນິດໃດ ຫຼືຜີສາງໂຕໃດເຂົ້າ
ມາສ້າງຄວາມເສຍຫາຍແກ່ສັດລ້ຽງຂອງເຂົາເຈົ້າ. ເວລານີ້ ທ່ານອະຈານໂນ ໄດ້ຖືກຮ້ອງ
ຂໍຈາກຊາວສວນຢູ່ໃນເຂດດັ່ງ ກ່າວໃຫ້ມາປາບສັດຮ້າຍໂຕນີ້ ແລະຢາກຮູ້ວ່າ ແມ່ນສັດຊະ
ນິດໃດກັນແທ້ ຊຶ່ງທ່ານອະຈານໂນ ໄດ້ເລົ່າເຖິງການຜະຈົນໄພແລະຄວາມອົງອາດກ້າ
ຫານຂອງທ່ານສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ຂ່າວນອງນັນ ທີ່ທ່ານອະຈານໂນ ໄດ້ຂ້າໝູປ່າຫຍັກໃຫຍ່ໂຕນີ້ຕາຍ ມີນໍ້າໜັກເຖິງ 1000
ກວ່າປອນໄດ້ຊ່າລືອອກໄປທົ່ວຂົງເຂດຢ່າງວ່ອງໄວ. ພວກຊາວບ້ານ ແລະພວກເຈົ້າໜ້າ
ທີ່ສັດປ່າ ປະຈຳເຂດທ້ອງຖິ່ນ ຕ່າງກໍພາກັນຍ້ອງຍໍ ທ່ານ ອະຈານໂນວ່າເປັນບຸກຄົນຜູ້
ກ້າຫານ ແລະໄດ້ຖືກຂະໜານນາມໃຫ້ວ່າ “you are the best” ຫລື “ເຈົ້າເປັນຜູ້ຍອດ
ຢ້ຽມ.” ທ່ານອະຈານໂນ ໄດ້ກາຍມາ ເປັນຜູ້ອົງອາດກ້າຫານໂດຍທັນທີ ແລະຕໍ່ໄປນີ້ຊາວ
ບ້ານສາມາດພາກັນນອນຫລັບຕາ ຢ່າງມີຄວາມສະງົບສຸກ ໂດຍທີ່ບໍ່ມີຄວາມເປັນຫ່ວງ
ແລະຢ້ານກົວ. ຮູບພາບຂອງທ່ານອະຈານໂນ ຄົນອາເມຣິກັນເຊື້ອສາຍລາວ ໄດ້ຖືກວາງ
ສະແດງແລະບັນທຶກໄວ້ຢູ່ໃນຫໍພິພິດທະພັນເມືອງ Henley ຊຶ່ງເປັນເມືອງນ້ອຍໆ ແຫ່ງນຶ່ງ
ໃນລັດເທັກຊັສ.

ການໄປລ່າເນື້ອຍິງກວາງ ໃນແຕ່ລະປີຂອງອະຈານໂນ ຖືເປັນການພັກຜ່ອນ ຢ່ອນອາລົມທຳມະດາ. ຢູ່ໃນເຮືອນຂອງທ່ານອະຈານໂນຈະເຫັນເຕັມໄປດ້ວຍ ເຂົາກວາງນ້ອຍ ແລະ
ໃຫຍ່ຫ້ອຍເອ້ ໃຫ້ເຫັນເປັນຫລັກຖານ ຢູ່ເຕັມຝາເຮືອນ. ນອກນັ້ນ ທ່ານຍັງໄດ້ສະສົມມີປືນ
ຫຼາຍສິບກະບອກເພື່ອໃຊ້ໃນການໂຮ່ເນື້ອແລະເພື່ອປ້ອງກັນໂຕຢ່າງຖືກຕ້ອງຕາມກົດໝາຍ
ຂອງລັດເທັກຊັສ. ອະຈານໂນໄດ້ ກ່າວເຖິງປະສົບການໃນການຍິງກວາງ ແລະລະບຽບ
ການສູ່ຟັງດັ່ງນີ້:

ລິງໂດຍກົງ

ບັດນີ້ຂ້າພະເຈົ້າຈະນຳພາທ່ານໄປພົບກັບ ທ່ານສົມພອນ ໄຊຍະລາດ ນັກລ່າເນື້ອລາວ
ອາເມຣິກັນອີກຄົນນຶ່ງຢູ່ທີ່ລັດອໍເຣກັນ ທາງພາກຕາເວັນຕົກສຸດຂອງ ສະຫະລັດ ຊຶ່ງທ່ານ
ສົມພອນ ໄດ້ເວົ້າເຖິງບັນຍາກາດການໄປຍິງກວາງຢູ່ເຂດ ນີ້ ສູ່ຟັງດັ່ງນີ້:

ຢູ່ໃນສະຫະລັດ ລັດຕ່າງໆອະນຸຍາດໃຫ້ລ່າສັດສາວາສິ່ງໄດ້ໄປຕາມລະດູການ ເລີ້ມແຕ່
ຕຶກເບັດ ຍິງກະຮອກ ຍິງນົກ ຍິງກວາງແລະສັດສາວາສິ່ງຕ່າງໆເພື່ອ ເປັນການພັກຜ່ອນ
ໂດຍສະເພາະເພື່ອຄວບຄຸມການແຜ່ຂະຫຍາຍພົນລະເມືອງສັດ. ແຕ່ເຖິງຢ່າງໃດກໍດີກິລາ
ລ່າເນື້ອທັງໝົດເຫຼົ່ານີ້ຕ້ອງມີໃບອະນຸຍາດ ແລະ ສາມາດລ່າສັດເຫຼົ່ານີ້ໄດ້ພຽງຢູ່ແຕ່ບ່ອນ
ອະນຸຍາດ ແລະຕາມລະດູການເທົ່ານັ້ນ.

XS
SM
MD
LG