ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຣກຝີລີງໄດ້ຫຼຸດລົງແລ້ວ ແຕ່ໃນຫຼາຍໆເມືອງຂອງ ສະຫະລັດ ຍັງມີຄວາມສ່ຽງທີ່ຈະລະບາດໃນຊ່ວງລະດູຮ້ອນ


ແຟ້ມຮູບ-ນາຍແພດຜູ້ນຶ່ງ ກໍາລັງກຽມເຂັມສັກຢາທີ່ບັນຈຸວັກຊີນຝີລີງ ຫຼື Mpox ກ່ອນທີ່ຈະສັກຢາໃຫ້ຄົນໄຂ້ ຢູ່ທີ່ສູນສັກຢາວັກຊີນໃນ Brooklyn ເຊິ່ງເປັນຂົງເຂດນຶ່ງໃນນະຄອນນິວຢອກ, ວັນທີ 30 ສິງຫາ 2022.
ແຟ້ມຮູບ-ນາຍແພດຜູ້ນຶ່ງ ກໍາລັງກຽມເຂັມສັກຢາທີ່ບັນຈຸວັກຊີນຝີລີງ ຫຼື Mpox ກ່ອນທີ່ຈະສັກຢາໃຫ້ຄົນໄຂ້ ຢູ່ທີ່ສູນສັກຢາວັກຊີນໃນ Brooklyn ເຊິ່ງເປັນຂົງເຂດນຶ່ງໃນນະຄອນນິວຢອກ, ວັນທີ 30 ສິງຫາ 2022.

ພາວະສຸກເສີນທາງດ້ານສຸຂະພາບໂຣກ​ຝີ​ລີງ ຫຼື mpox ໄດ້ສິ້ນສຸດລົງແລ້ວ, ແຕ່ວ່າເຈົ້າໜ້າທີ່ສາທາລະນະສຸກຂອງສະຫະລັດ ກໍາລັງວາງເປົ້າໝາຍເພື່ອປ້ອງ ກັນການລະບາດຂອງປີກາຍນີ້ອີກຄັ້ງ, ອີງຕາມລາຍງານຂອງອົງການຂ່າວ AP.

ໂຣກ​ຝີ​ລີງ ໄດ້ລະບາດຂຶ້ນເມື່ອຕົ້ນລະດູຮ້ອນຂອງປີ 2022 ຈາກການລວບ ລວມຂໍ້ມູນຂອງມູນ​ນິ​ທິ Pride. ມີຫຼາຍກວ່າ 30,000 ກໍລະນີຖືກ​ລາຍ​ງານ​ໃນ ສະ​ຫະ​ລັດ ໃນປີກາຍນີ້, ເຊິ່ງສ່ວນຫຼາຍແມ່ນລະບາດດ້ວຍການຕິດຕໍ່ທາງເພດ ສໍາພັນລະຫວ່າງພວກຜູ້ຊາຍກະ​ເທີຍ ແລະ ຜູ້ຮັກຮ່ວມເພດຊາຍ, ໂດຍມີຜູ້ເສຍ ຊີວິດທັງໝົດ 40 ຄົນ.

ດ້ວຍກິດຈະກໍາຂອງພວກ​ກະ​ເທີຍຫຼື Pride ​ຖືກວາງແຜນຈັດ​ຂຶ້ນໃນທົ່ວປະເທດ ໃນອີກບໍ່ເທົ່າໃດອາທິດທີ່ຈະມາເຖິງນີ້, ເຈົ້າໜ້າທີ່ສາທາລະນະສຸກ ແລະ ຜູ້ຮັບ ຜິດຊອບຈັດງານດັ່ງກ່າວນີ້ເວົ້າວ່າ ມັນ​ມີ​ຄວາມ​ຮູ້​ສຶກ​ໃນ​ແງ່ບວກ ວ່າປີນີ້ຈະມີ ການຕິດ​ເຊື້ອໜ້ອຍກວ່າ ແລະ ບໍ່ຮຸນແຮງຫຼາຍ. ເຫດ​ຜົນ​ກະ​ແມ່ນຍ້ອນການສະ ໜອງຢາວັກຊີນທີ່ມີຫຼາຍຂຶ້ນ, ມີຫຼາຍຄົນທີ່ມີພູມຄຸ້ມກັນທີ່ດີ ແລະມີຄວາມພ້ອມ ກວ່າເພື່ອຮັບການຮັກສາໂຣກ​ຝີ​ລີງ.

ແຕ່ພວກເຂົາເຈົ້າຍັງມີຄວາມກັງວົນວ່າ ປະຊາຊົນອາດຈະຄິດວ່າ ພະຍາດໂຣກ​ຝີ​ລີ​ງ ເປັນບັນຫາຂອງປີກາຍນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG