ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ທີ່​ລອດ​ຊີ​ວິດ ຈາກ​ລົມ​ພາ​ຍຸ ອີ​ແດ ພວມ​ປະ​ເຊີນ ກັບ​ການ​ຂົ່ມ​ຂູ່ ​ຈາກ​ໂຣກອະ​ຫິ​ວາ


Mozambique's Cyclone Survivors Face Rising Threat of Cholera
please wait

No media source currently available

0:00 0:01:43 0:00

ປະ​ເທດ​ໂມ​ຊຳ​ບິກ ແລະ​ບັນ​ດາ​ອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຕ່າງໆ ເລີ້ມ​ສັກ​ຢາວັກ​ຊີນ
ກັນ​ໂຣກ​ອະ​ຫິ​ວາ ໃນ​ວັນ​ພຸດ​ຜ່ານ​ມາ ທີ່​ເມືອງທ່າ ເບ​ຣາ ເພື່ອໃຫ້ການ​ປ້ອງ​ກັນ​ແກ່​ປະ​
ຊາ​ຊົນ​ເກືອບ​ນຶ່ງລ້ານ​ຄົນ ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ລົມ​ພາ​ຍຸ​ໄຊ​ໂຄ​ລນ​ອີແດ. ພວກ​ເຈົ້າ
​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກພວມ​ເລັ່ງ​ມື​ຫາ​ທາງ​ຍຸ​ຕິ​ການ​ລະ​ບາດ​ ຂອງພະ​ຍາດ​ດັ່ງ​ກ່າວ ທີ່
​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ໄປ​ແລ້ວ ​ບໍ່​ຕ່ຳ​ກວ່າ 2 ຄົນ ແລະ​ຫຼາຍກວ່າ​ນຶ່ງ​ພັນ​ຄົນ ​ລົ້ມ​ປ່ວຍ.
ໂມ​ຮຳ​ເໝັດ ຢູ​ຊັບ ມີ​ລາຍ​ງານ​ ຈາກ​ເມືອງ​ເບ​ຣາ ຊຶ່ງໄພ​ສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ພວກ​ເຂົາ​ເຈົ້າ ແຕ່​ລະ​ຄົນ ແມ່ນ​ພາ​ກັນ​ມາ​ຊັກ​ຢາ​ ​ປ້ອງ​ກັນ​ໂຣກ​ອະ​ຫິ​ວາ. ນາງ Aida
Francisco ຜູ້​ປະ​ສົບ​ໄພ ລົມ​ພາ​ຍຸ​ໄຊ​ໂຄ​ລນ​ອີ​ແດ ກ່າວ​ວ່າ:

“ຂ້ອຍ​ເຂົ້າ​ແຖວ ຍ້ອນ​ຂ້ອຍ​ຢ້ານ​ໂຣກ​ທີ່​ເອີ້ນ​ວ່າ​ອະ​ຫິ​ວາ ຍ້ອນ​ເປັນ​ໂຣກ​ທີ່​ເຮັດ​ໃຫ້​ຜູ້​
ຄົນ​ຕ້ອງ​ເສຍ​ຊີ​ວິດ​ພາຍ​ໃນ 24 ຊົ່ວ​ໂມງ. ນັ້ນ​ຄື​ເຫດ​ຜົນ​ທີ່​ຂ້ອຍ​ຕ້ອງ​ມາ​ທີ່
ນີ້ ເພື່ອ​ສັກ​ຢາ​ກັນ​ໂຣກ.”

ພວກ​ເຄາະ​ຮ້າຍຊາວ​ໂມ​ຊຳ​ບິກຈາກ​ລົມ​ພາ​ຍຸ​ໄຊ​ໂຄ​ລນ​ອີ​ແດ ​ຊຶ່ງ​ໄດ້​ພັດ​ເຂົ້າ​ຖະ​ຫຼົ່ມ​ປະ
​ເທດ​ດັ່ງ​ກ່າວ​ດ້ວຍ​ລົມ​ແຮງແລະ​ມີ​ຝົນ​ຕົກ​ໜັກ ເມື່ອ​ກາງ​ເດືອນ​ມີ​ນາ​ຜ່​ານມາ.

ພວກ​ເຂົາ​ເຈົ້າ​ໄດ້​ລອດ​ຊີ​ວິດ​ມາ​ໄດ້ ຈາກ​ລົມ​ພາ​ຍຸ​ໄຊ​ໂຄ​ລນ​ອີ​ແດ ແຕ່ສິ່ງ​ສົກ​ກະປົກ​ທີ່​
ໄຫຼມາ​ນຳ​ນ້ຳ ໄດ້​ພາ​ໃຫ້​ເກີດ​ການ​ລະ​ບາດ​ຂອງ​ໂຣກ​ອະ​ຫິ​ວາຊຶ່ງ​ເປັນ​ເຊື້ອແບັກ​ທີ​ເຣຍ​
ທີ່​ແຜ່​ຜາຍ ​ຍ້ອນ​ນ້ຳ​ທີ່ເປິ​ເປື້ອນ​. ທ້າວມາເຊໂລ ຊັງໂກລາເນ ຜູ້ປະສົບໄພ ອີກຄົນນຶ່ງ
ກ່າວວ່າ:

“ສິ່ງທີ່ຂ້ອຍຮູ້ຈັກກ່ຽວກັບອະຫິວາກໍຄືວ່າ ມັນເປັນໂຣກທີ່ຮ້າຍແຮງ. ຖ້າມີການລະ
ບາດຢູ່ໃນ ຊຸມຊົນແລ້ວ ມັນຈະເຮັດໃຫ້ມີຫຼາຍຄົນ ເສຍຊີວິດ. ຂ້ອຍມາເຂົ້າແຖວ
ຢູ່ນີ້ ກໍເພື່ອປ້ອງກັນ ຂ້ອຍເອງ ບໍ່ໃຫ້ຕິດໂຣກອະຫິວາ.”

ເຈົ້າໜ້າທີ່ສາທາລະນະສຸກເລີ້ມທຳການປຸກລະດົມໃຫ້ຊັກຢາວັກຊີນກັນໂຣກກໍເພື່ອ
ຫາທາງຍຸຕິ ຜູ້ປ່ວຍເປັນໂຣກອະຫິວາ ທີ່ເພີ້ມຈຳນວນຂຶ້ນ ຢ່າງເປັນວ່ອງໄວ. ນາງລູ
ເຊຍ ລູອິສ ຟຣັງຊິສໂກ ຜູ້ປະສົບໄພ ລົມພາຍຸໄຊໂຄລນອີແດ ອີກຄົນນຶ່ງ ໃຫ້ຄວາມ
ເຫັນດັ່ງນີ້:

ໂມ​ຊຳ​ບິກ ຊິມ​ບັບ​ເວ ແລະ ມາ​ລາ​ວີ ແມ່ນສາມ​ປະ​ເທດ ທີ່​ໄດ້​ຮັບ​ຜົນ​ກະ​ທົບ ຈາກ​ລົມ​ພາ​ຍຸ​ໄຊ​ໂຄ​ລນ​ອີ​ແດ
ໂມ​ຊຳ​ບິກ ຊິມ​ບັບ​ເວ ແລະ ມາ​ລາ​ວີ ແມ່ນສາມ​ປະ​ເທດ ທີ່​ໄດ້​ຮັບ​ຜົນ​ກະ​ທົບ ຈາກ​ລົມ​ພາ​ຍຸ​ໄຊ​ໂຄ​ລນ​ອີ​ແດ

“ຂ້ອຍຕ້ອງການ ໃຫ້ປອດຈາກເຊື້ອໂຣກນີ້ ແລະມີສຸຂະພາບແຂງແຮງ ຍ້ອນວ່າ ໂຣກອະຫິວາເອົາຊີວິດຜູ້ຄົນ.”

ເຈົ້າໜ້າທີ່ສາທາລະນະສຸກ ໄດ້ຕັ້ງສູນກາງປິ່ນປົວພວກທີ່ເປັນໂຣກອະຫິວາຂຶ້ນເພື່ອ
ແຍກພວກທີ່ເປັນໂຣກດັ່ງກ່າວອອກຈາກຊຸມຊຸມ. ທ່ານນາງມາຣີອາ ມັດຊິນ ຮອງອະ
ທິບໍດີພະແນກສາທາລະນະສຸກຂອງໂມຊຳບິກ ກ່າວກ່ຽວກັບເລື້ອງນີ້ວ່າ:

“ພວກເຮົາຈະຢັບຢັ້ງການລະບາດ ພວກເຮົາຈະຊ່ວຍຊີວິດ ພວກເຮົາຈະຊ່ວຍບໍ່
ໃຫ້ຜູ້ຄົນລົ້ມປ່ວຍ ແລະພວກເຮົາເຊື່ອວ່າ ຖ້າຜູ້ຄົນບໍ່ປ່ວຍແລ້ວ ພວກເຂົາເຈົ້າກໍ
ຈະມີສຸຂະພາບດີ. ດັ່ງນັ້ນ ມັນຈະຊ່ວຍພວກເຂົາເຈົ້າແລະພວກເຂົາເຈົ້າກໍຈະສາ
ມາດສືບຕໍ່ຊ່ວຍບູລະນະສ້າງສາໄດ້.”

ໂຣກອະຫິວາ ເຮັດໃຫ້ມີການລົງທ້ອງ ຢ່າງຮ້າຍແຮງ ຊຶ່ງພາໃຫ້ມີການສູນເສຍນ້ຳ
ແລະຮ່າງກາຍຂາດນ້ຳຢ່າງແຮງ ຊຶ່ງພາໃຫ້ມີການເສຍຊີວິດໄດ້ ຖ້າຫາກບໍ່ໄດ້ຮັບ
ການປິ່ນປົວທັນເວລາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG