ປະຊາຊົນໄດ້ພາກັນລົງສູ່ຖະນົນຫົນທາງ ເດີນຂະບວນ
ປະທ້ວງອີກ ແລະມີສຽງປືນດັງຂຶ້ນ ຢູ່ໃນນະຄອນຫລວງ
ມາປູໂຕ ໃນວັນພະຫັດອາທິດນີ້ ນຶ່ງມື້ຫລັງຈາກມີການ
ປະທ້ວງທີ່ກາຍເປັນຄວາມຮຸນແຮງເຖິງຕາຍ.
ພວກເດີນຂະບວນໃນວັນພຸດວານນີ້ໄດ້ປະທະກັບຕໍາຫລວດ
ໃນເມືອງຫລວງ ໃນລະຫວ່າງການປະທ້ວງລາຄາເຂົ້າປາ
ອາຫານ ນໍ້າ ແລະເຊື້ອໄຟ ທີ່ແພງຂື້ນ.
ຕໍາຫລວດໄດ້ຍິງປືນໃສ່ພວກປະທ້ວງສົ່ງຜົນໃຫ້ມີຄົນຕາຍ
ຢ່າງນ້ອຍ 6 ຄົນ ໂຮມທັງເດັກນ້ອຍໆຄົນນຶ່ງ ແລະອີກຫລາຍສິບຄົນໄດ້ຮັບບາດເຈັບ.
ປະທານາທິບໍດີ ARMANDO GUEBUZA ໄດ້ຮຽກຮ້ອງໃຫ້ປະຊາຊົນຢູ່ໃນຄວາມສະງົບ ໃນແລງວັນພຸດວານນີ້ ແລະປະນາມຄວາມຮຸນແຮງດັ່ງກ່າວ.
ທ່ານເວົ້າວ່າ ລັດຖະບານຮູ້ດີກ່ຽວກັບບັນຫາການຖີບຂຶ້ນຂອງລາຄາອາຫານແລະນໍ້ານັ້ນ ແລະວ່າການຕໍ່ສູ້ກັບຄວາມທຸກຈົນ ກໍແມ່ນສ່ວນນຶ່ງຂອງແຜນການ 5 ປີຂອງ ລັດຖະບານ.