ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຮືອບິນ ໂມຊໍາບິກ ຕົກ 33 ຄົນ ເສຍຊີວິດ


ແຜນທີ່ ໂມຊຳບິກ
ແຜນທີ່ ໂມຊຳບິກ
ຕຳຫຼວດກ່າວ​ວ່າ ສາຍ​ການບິນ Mozambique ທີ່​ປະສົບ​ອຸບັດ​
ຕິ​ເຫດ​ຕົກໃນ​ເຂດ​ສອກຫລີກ​ຫ່າງ​ໄກໃນບໍລິ​ເວນຊາຍ​ແດນ​ຂອງ
Nambia ນັ້ນ ​ເຮັດ​ໃຫ້ 33 ຄົນ​ ເທິງ​ເຮືອບິນ​ດັ່ງກ່າວ ​ເສຍ​ຊີວິດ.

​ຖ້ຽວບິນ ​ທີ່​ບິນ​ມາຈາກ Mozambique ພ້ອມກັບ​ຜູ້​ໂດຍສານ
27 ຄົນ ​ແລະ​ພະ​ນັກ​ງານ​ 6 ຄົນ ​ມີ​ກໍານົດ​ລົງ​ຈອດທີ່ເດີ່ນ​ເຮືອ
ບິນ​ Luanda ນະຄອນຫລວງ Angola ​ໃນ​ຕອນ​ບ່າຍ​ຂອງ​ວັນ
​ສຸກວານ​ນີ້ ​ແຕ່​ບໍ່​ໄດ້ໄປ​ຮອດ.

ຫລັງ​ຈາກ​ມີ​ລາຍ​ງານ​ວ່າ ​ເຮືອບິນ​ໄດ້ຫາຍ​ສາບ​ສູນ​ແລ້ວ ການ​
ຊອກຄົ້ນ​ເປັນ​ເວລາ​ດົນນານ​ກໍ​ໄດ້​ພົບ​ເຫັນ​ຊາກ​ເຮືອບິນ ທີ່​ຖືກ​ໄຟ​ໄໝ້​ແລ້ວ ​ໃນ​ວັນ​ເສົາ​ມື້ນີ້ ​ໃນ​ເຂດປ່າຕຶບ​ດົງ​ໜ້າ​ຂອງ​ອຸດທະຍານ​ແຫ່ງ​ຊາດ Bwabwata ຊຶ່ງ​ຕັ້ງຢູ່​ໃກ້ໆ​ຊາຍ ​ແດນ​ອັງ​ໂກລາ​ແລະ​ບອສວາ​ນາ.

ຍັງ​ບໍ່​ມີ​ຂ່າວ​ຄາວ​ໃດໆ​ກ່ຽວ​ກັບ​ວ່າ ​ແມ່ນ​ຫຍັງ​ອາດ​ເປັນສາ​ເຫດ​ທີ່​ພາ​ໃຫ້​ເຮືອບິນ​ລຳ​ດັ່ງ
ກ່າວ​ຕົກ.

​ເຈົ້າໜ້​າທີ່​ເວົ້າວ່າ ພວກ​ທີ່​ເສຍ​ຊີວິດ​ແມ່ນຮວມ​ທັງ​ຊາວ​ໂມ​ຊຳ​ບິ​ກ 10 ຄົນ ຊາວ​ອັງ​ໂກລາ 9 ຄົນ ຊາວ​ປອກຕຸຍ​ກາລ 5 ​ແລະ​ນອກ​ນັ້ນຍັງ​ມີ​ຊາວ​ຝຣັ່ງ ບຣາຊີ​ລ ​ແລະ​ຈີນ ປະ​ເທດ​ລະ​ນຶ່ງ​ຄົນ. ສ່ວນ​ສັນຊາດ​ຂອງ​ອີກ 6 ຄົນ ຊຶ່ງ​ອາດ​ເປັນ​ພະນັກງານ​ຂອງ​ເຮື​ອບິນ​ນັ້ນ ບໍ່​ໄດ້​ມີ​ການ​ແຈ້ງ​ໃຫ້​ຊາບ.
XS
SM
MD
LG