ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາ​ຍຸ​ໄຊ​ໂຄ​ລນ ເຄັນ​ເນັດ ສືບ​ຕໍ່ເຮັດ​ໃຫ້​ ຝົນ​ຕົກ​ໜັກໃນ​ປະ​ເທດ ໂມ​ຊຳ​ບິກ


ປະ​ຊາ​ຊົນ​ຢືນ​ຢູ່ນອກ​ເຮືອນ​ທີ່​ຖືກ​ນ້ຳ​ຖ້ວມ ຈາກ​ຝົນ​ທີ່​ຕົກໜັກ​ຍ້ອນ​ພາ​ຍຸ​ໄຊ​ໂຄ​ລນ ເຄັນ​ເນັດ, ເມືອງ ເພັມ​ບາ, ປະ​ເທດ ໂມ​ຊຳ​ບິກ. 28 ເມ​ສາ, 2019.
ປະ​ຊາ​ຊົນ​ຢືນ​ຢູ່ນອກ​ເຮືອນ​ທີ່​ຖືກ​ນ້ຳ​ຖ້ວມ ຈາກ​ຝົນ​ທີ່​ຕົກໜັກ​ຍ້ອນ​ພາ​ຍຸ​ໄຊ​ໂຄ​ລນ ເຄັນ​ເນັດ, ເມືອງ ເພັມ​ບາ, ປະ​ເທດ ໂມ​ຊຳ​ບິກ. 28 ເມ​ສາ, 2019.

ປະ​ເທດ ໂມ​ຊຳ​ບິກ ທີ່​ໄດ້​ປະ​ເຊີນ​ກັບ​ຝົນ​ຕົກ​ໜັກ ​ກຳ​ລັງ​ກຽມ​ພ້ອມຮັບມືກັບ​ຝົນ​ຕົກ​ຕື່ມ
ອີກ ຈາກພາຍຸໄຊໂຄລນ ເຄັນເນັດ.

ໂຄ​ສົກ​ສຳ​ລັບໂຄງ​ການ​ອາ​ຫານ​ໂລກ ຂອງ​ອົງ​ການ​ສະ​ຫະປະ​ຊາ​ຊາດ ທ່ານ​ນາງ ເດ​
ໂບຣາ ຫງວຽນ ໄດ້ກ່າວວ່າ “ຝົນໄດ້ຕົກໜັກນັບຕັ້ງແຕ່ຕອນເຊົ້າວັນອາທິດວານນີ້ມາ.
ພວກເຮົາເປັນຫ່ວງຫຼາຍເພາະວ່າ ອີງຕາມການພະຍາກອນອາກາດນັ້ນ, ຝົນຕົກໜັກ
ຄາດວ່າຈະດຳເນີນໄປອີກສີ່ມື້.”

ຝົນ​ໄດ້​ເຮັດ​ໃຫ້​ເກີດ​ນ້ຳ​ຖ້ວມ​ ແລະ ດິນ​ເຈື່ອນ​ແລ້ວ. ຝົນ​ຕົກ​ຕື່ມ​ອີກ​ຈະ​ເພີ່ມ​ຄວາມ​ລຳ
ບາກຫຼາຍຂື້ນ, ຕັດຂາດຖະໜົນຕ່າງໆ ທີ່ກຸ່ມຊ່ວຍເຫຼືອໃຊ້ ເພື່ອຂົນສົ່ງສະບຽງທີ່ຕ້ອງ
ການຢ່າງສຸກເສີນ, ລວມທັງອາຫານ ແລະ ຢາປົວພະຍາດ.

ປະ​ຊາ​ຊົນ​ເກືອບ 200,000 ຄົນ​ໄດ້​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ​ໃນ​ເມືອງ ເພັມ​ບາ ຕັ້ງ​ຢູ່​ພາກ
ເໜືອຂອງປະເທດ.

ສະ​ຖາ​ບັນ​ຄວບ​ຄຸ​ມ​ໄພ​ພິ​ບັດ​ແຫ່ງ​ຊາດ​ຂອງ ໂມ​ຊຳ​ບິກ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​
ວ່າ ປະຊາຊົນຫຼາຍກວ່າ 23,000 ຄົນບໍ່ມີທີ່ຫຼົບລີ້ໄພ ແລະ ບ້ານເຮືອນເກືອບ 35,000
ຫຼັງ ໄດ້ຖືກທຳລາຍສ່ວນນຶ່ງ ຫຼື ທັງໝົດເລີຍ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ທ່ານ ຄາ​ລັອ​ສ ໂດ ໂຣ​ຊາ​ຣີ​ໂອ ກ່າວ​ວ່າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​
ສຸດຈາກພາຍຸ ເຄັນເນັດ ຍັງຄົງຢູ່ໃນຈຳນວນຫ້າຄົນ. ກ່ອນພາຍຸ ເຄັນເນັດໄດ້ໄປຮອດ
ໂມຊຳບິກ ນັ້ນ, ມັນໄດ້ພັດຜ່ານປະເທດເກາະ ໂຄໂມຣັອສ, ສັງຫານປະຊາຊົນ 3 ຄົນ.

ໃນ​ວັນ​ອາ​ທິດ​ວານນີ້, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ອອກ​ເງິນ 13 ລ້ານ​ໂດ​ລາ “ເພື່​ອ​
ສະໜອງອາຫານຊ່ວຍຊີວິດ, ບ່ອນລີ້ໄພ, ສຸຂະພາບ, ນ້ຳ ແລະ ການຊ່ວຍເຫຼືອດ້ານ
ສຸຂະອະນາໄມ ໃຫ້ຄົນທີ່ຖືກກະທົບໂດຍພາຍຸໄຊໂຄລນເຂດຮ້ອນ ເຄັນເນັດ.

ພາ​ຍຸ ເຄັນ​ເນັດ ແມ່ນ​ພາ​ຍຸ​ໄຊ​ໂຄ​ລນຫົວ​ທີ​ສອງ ທີ່​ໄດ້​ພັດ​ເຂົ້າ​ປະ​ເທດ​ທີ່​ທຸກ​ຍາກ​ໃຫ້
ພາກໃຕ້ຂອງ ອາຟຣິກາ ພາຍໃນຫົກອາທິດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG