ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍ​ລະ​ນີ ຕິດ​ໂຣກ​ອະ​ຫິ​ວາ ໃນ​ໂມ​ຊຳ​ບິກ ເພີ້ມ​ຈາກ 5 ຄົນ ຂຶ້ນ​ເປັນ 139 ຄົນ ພາຍ​ໃນ​ນຶ່ງມື້


ພວກ​ຄົນ​ປ່ວຍ​ອະ​ຫິ​ວາ ພວ​ມ​ໄດ້​ຮັບ​ການ​ປິ່ນ​ປົວ ຈາກ​ສູ​ນ​ກາງ​ປົວ​ພະ​ຍາດ ມາ​ກູ​ຣຸງ​ໂກ ໃນ​ເມືອງ​ແບ​ຣາ ປະ​ເທດ​ໂມ​ຊຳ​ບິກ ເມື່ອ​ວັນ​ທີ 27 ມີ​ນາ 2019.
ພວກ​ຄົນ​ປ່ວຍ​ອະ​ຫິ​ວາ ພວ​ມ​ໄດ້​ຮັບ​ການ​ປິ່ນ​ປົວ ຈາກ​ສູ​ນ​ກາງ​ປົວ​ພະ​ຍາດ ມາ​ກູ​ຣຸງ​ໂກ ໃນ​ເມືອງ​ແບ​ຣາ ປະ​ເທດ​ໂມ​ຊຳ​ບິກ ເມື່ອ​ວັນ​ທີ 27 ມີ​ນາ 2019.

ເຈົ້າ​ໜ້າ​ທີ່ ​ໃນ​ປະ​ເທດ​ໂມ​ຊຳ​ບິກ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ​ຈາກ​ລົມ​ພາ​ຍຸ ​ໄຊ
​ໂຄ​ລນນັ້ນ ກ່າວ​ວ່າ ຈຳ​ນວນ​ຜູ້​ຕິດ​ໂຣກ​ອະ​ຫິ​ວາ ໄດ້​ເພີ້ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍຈາກ 5 ຄົນ
ໃນ​ມື້​ວັນ​ພຸດ​ຜ່ານ​ມາ ເປັນ 138 ຄົນ ໃນ​ວັນ​ພະ​ຫັດ​ວານນີ້.

ໂຣກ​ອະ​ຫິ​ວາ ແມ່ນ​ເຊື້ອພະ​ຍາດແບັກ​ທີ​ເຣຍ ທີ່​ແຜ່​ຂະ​ຍາຍ​ອອກ​ໄປ​ໂດຍ​ອາ​ຫານ​ແລະ
ນ້ຳ​ດື່ມ​ທີ່​ບໍ່​ສະ​ອາດ. ໂຣກ​ດັ່ງ​ກ່າວນີ້ ພາ​ໃຫ້​ມີ​ການ​ລົງ​ທ້ອງ​ຢ່າງ​ແຮງແລະ​ຫຼັງ​ຈາກນັ້ນ​ກໍ
​ມີ​ການ​ສູນ​ເສຍ​ນ້ຳ​ໃນ​ຮ່າງ​ກາຍແລະ​ສາ​ມາດ​ພາ​ໃຫ້​ເສຍ​ຊີ​ວິດໄດ້​ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ
​ໂມງ ຖ້າ​ຫາກ​ບໍ່​ໄດ້​ຮັບ​ການ​ປິ່ນ​ປົວ.

ສະ​ພາບ​ການ​ເປັນ​ຢູ່​ທີ່​ສົກ​ກະ​ປົກ ນ້ຳ​ດື່ມ​ທີ່​ບໍ່​ສະ​ອາດ ແລະ​ການ​ຂາດ​ສຸ​ຂາ​ພິ​ບານ ຢູ່​ໃນ
​ປະ​ເທດ ຫຼັງ​ຈາກ​ລົມ​ພາ​ຍຸ​ໄຊ​ໂຄ​ລນ​ໄດ້​ພັດ​ເຂົ້າ​ຖະ​ຫຼົ່ມແມ່ນ​ເປັນ​ໂອ​ກາດ​ທີ່ສຸກງອມ​ສຳ​
ລັບ​ການ​ແຜ່​ລະ​ບາດ​ຂອງ​ໂຣກ​ດັ່ງ​ກ່າວ.

ອົງ​ການ​ອະ​ນາ​ໄມ​ໂລກ ກ່າວ​ໃນ​ຕົ້ນ​ອາ​ທິດນີ້​ວ່າ ຕົນ​ໄດ້​ສົ່ງ​ຢາ​ກັນ​ໂຣກ​ອະ​ຫິ​ວາ 900
ພັນ​ໂດ​ສ ໄປ​ຍັງ​ຂົງ​ເຂດ​ດັ່ງ​ກ່າວ​ແລ້ວ.

ອົງ​ການ​ຂ່າວ AFP ຂ​ອງ​ຝ​ຣັ່ງ​ລາຍ​ງານ​ວ່າ ການ​ປຸກ​ລະ​ດົມ​ຕໍ່​ຕ້ານ​ໂຣກ​ອະ​ຫິ​ວາ ໄດ້​
ເລີ້ມ​ຂຶ້ນ​ແລ້ວ ໂດຍ​ຜ່ານ​ທາງວິ​ທະ​ຍຸ ໂຄ​ທ​ລະ​ໂຄງ ຢູ່​ຕາມ​ບ້ານ​ແລະ​ເມືອງ​ຕ່າງໆ ໃນ​
ເຂດ​ທີ່​ເກີດ​ການ​ລະ​ບາດ.

ອົງ​ການ​ຢູ​ນີ​ແຊັ​ຟ ເຕືອນ​ວ່າ “ມີ​ເວ​ລາ​ແຕ່​ພຽງ​ໜ້ອຍ​ດຽວ​ເທົ່າ​ນັ້ນ ທີ່​ຈະ​ປ້ອງ​ກັນການ
​ລະ​ບາດ​ຂອງ​ໂຣກ​ດັ່ງ​ກ່າວ.”

ລົມ​ພາ​ຍຸ​ໄຊ​ໂຄ​ລນ​ອີ​ແດ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ໃຫ້​ແກ່​ສ່ວນ​ໃຫຍ່​ຂອງ
​ປະ​ເທດ​ໂມ​ຊຳ​ບິກ ເມື່ອ​ເກືອບ​ສອງ​ອາ​ທິດ​ກ່ອນ ດ້ວຍ​ລົມ​ແຮງ​ແລະ​ມີ​ຝົນ​ຕົກໜັກ.

ນອກນັ້ນ ຍັງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ພາກ​ຕາ​ເວັນ​ອອກ​ຂອງ​ຊິມ​ບັບ​ເວ ແລະ​
ມາ​ລາ​ວີ​ນຳ​ດ້ວຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG