ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂມຊຳບິກ ພວມຮັບມື ກັບໄພນ້ຳຖ້ວມ ພາຍຫຼັງຈາກ ພາຍຸໄຊໂຄລນ ເຄັນເນັດ ພັດທະລົ່ມ ເຮັດໃຫ້ມີ ຄົນນຶ່ງເສຍຊີວິດ


ພວກເດັກນ້ອຍ ຍ່າງຜ່ານຕຶກອາຄານ ທີ່ໄດ້ຮັບຄວາມເສຍຫາຍ ພາຍຫລັງຈາກພາຍຸໄຊໂຄລນ ເຄັນເນັດ ໄດ້ພັດຂຶ້ນເມືອງ ເປມບາ ຂອງໂມຊຳບິກ, ວັນທີ 26 ເມສາ 2019, ໃນພາບນິ້ງ ທີ່ໄດ້ມາຈາກສື່ສັງຄົມ.
ພວກເດັກນ້ອຍ ຍ່າງຜ່ານຕຶກອາຄານ ທີ່ໄດ້ຮັບຄວາມເສຍຫາຍ ພາຍຫລັງຈາກພາຍຸໄຊໂຄລນ ເຄັນເນັດ ໄດ້ພັດຂຶ້ນເມືອງ ເປມບາ ຂອງໂມຊຳບິກ, ວັນທີ 26 ເມສາ 2019, ໃນພາບນິ້ງ ທີ່ໄດ້ມາຈາກສື່ສັງຄົມ.

ພາຍຸລົມໝຸນ ຫຼື ພາຍຸໄຊໂຄລນ ທີ່ມີພະລັງແຮງອັນດັບສອງ ຊຶ່ງໄດ້ປະທະ ປະເທດ
ໂມຊຳບິກ ໃນສັບປະດາທີ 6 ເຮັດໃຫ້ມີຢ່າງໜ້ອຍ 1 ຄົນເສຍຊີວິດ ໄດ້ທຳລາຍເຮືອນ
ຊານບ້ານຊ່ອງຫຼາຍຫຼັງ ແລະໄດ້ເຮັດໃຫ້ໄຟຟ້າດັບ ອີງຕາມການກ່າວຂອງບັນດາ
ເຈົ້າໜ້າທີ່.

ພາຍຸໄຊໂຄລນ ເຄັນເນັດ ໄດ້ພັດຂຶ້ນຝັ່ງ ເມື່ອຕອນແລງຂອງວັນພະຫັດວານນີ້ ໃນພາກ
ເໜືອຂອງປະເທດດັ່ງກ່າວ ໂດຍມີລົມພັດແຮງເຖິງ 220 ກິໂລແມັດຕໍ່ຊົ່ວໂມງ ແລະ
ອົງການສະຫະປະຊາຊາດ ໄດ້ກ່າວເຕື່ອນໃນວັນສຸກວານນີ້ ເຖິງການເກີດໄພນ້ຳຖ້ວມ
ຂະໜາດໃຫຍ່ ໃນຂ້າງໜ້າ.

ພາຍຸຫົວໜີ ມີຂຶ້ນເກືອບວ່າ ນຶ່ງເດືອນ ຫຼັງຈາກພາຍຸໄຊໂຄລນ ອີດ້າຍ ໄດ້ປະທະ
ໂມຊຳບິກ ຊຶ່ງ ສະຫະປະຊາຊາດ ໄດ້ລະບຸໃຫ້ເປັນ “ພາຍຸທີ່ຮ້າຍແຮງສຸດຫົວນຶ່ງ
ຢູ່ໃນຊີກໃຕ້ຂອງໂລກ ທີ່ໄດ້ຖືກບັນທຶກໄວ້.”
ພາຍຸໄຊໂຄລນ ອີດ້າຍ ໄດ້ກໍ່ໃຫ້ເກີດ
ໄພນ້ຳຖ້ວມຮ້າຍແຮງ ແລະໄດ້ເອົາຊີວິດປະຊາຊົນໄປແລ້ວ 1,000 ຄົນ ຢູ່ໃນ ໂມຊຳບິກ
ແລະປະເທດເພື່ອນບ້ານ ຊິມບັບເວ ແລະມາລາວີ.

ອົງການໂຄງການອາຫານໂລກ ຫຼື WFP ໄດ້ກ່າວເຕື່ອນໃນວັນສຸກວານນີ້ ວ່າ ພາຍຸ
ເຄັນເນັດ ອາດນຳເອົານ້ຳຝົນ ໃນປະລິມານ 600 ມີລິແມັດ ຕົກລົງມາໃສ່ຂົງເຂດດັ່ງກ່າວ
ຕະຫຼອດໄລຍະ 10 ວັນຂ້າງໜ້ານີ້ ຊຶ່ງມີຈຳນວນນ້ຳຝົນຫຼາຍເຖິງ 2 ເທົ່າ ທີ່ໄດ້ຖືກນຳມາ
ໂດຍພາຍຸໄຊໂຄລນ ອີດ້າຍ.

ບັນດເຈົ້າໜ້າທີ່ຂອງໂມຊຳບິກ ໄດ້ກ່າວໃນວັນສຸກວານນີ້ ວ່າ ແມ່ຍິງຄົນນຶ່ງ ໃນເມືອງ
ເປມບາ ໄດ້ເສຍຊີວິດຍ້ອນຖືກຕົນໄມ້ລົ້ມທັບ.

ພວກເຈົ້າໜ້າທີີ່ ກ່າວວ່າ ປະມານ 90 ເປີເຊັນ ຂອງເຮືອນຊານ ຢູ່ເທິງເກາະ ອີໂບ ແມ່ນ
ໄດ້ຖືກທຳລາຍ ໂດຍພາຍຸ. ເຮືອນຫຼາຍຫຼັງ ຢູ່ໃນເຂດວຊົນນະບົດ ຂອງໂມຊຳບິກ ແມ່ນ
ກໍ່ສ້າງດ້ວຍດິນຕົມ.

ພາຍຸລົມໝຸນ ຫຼື ໄຊໂຄລນ ຍັງໄດ້ຕັດໄຟຟ້າຢູ່ເທິງເກາະດັ່ງກ່າວ ແລະໄດ້ໂຄ່ນລົ້ມເສົາ
ໂທລະສັບມືຖື ຊຶ່ງເປັນການຕັດການສື່ສານຄົມມະນາຄົມ.

ບັນດາເຈົ້າໜ້າທີ່ ກ່າວວ່າ ເມືອງໃຫຍ່ທີ່ສຸດຢູ່ໃນແລວທີ່ພາຍຸໄຊໂຄລນປະທະ ກໍຄືເມືອງ
ເປມບາ ກໍຍັງຖືກພາຍຸຕັດໄຟຟ້າຢ່າງກວ້າງຂວາງ.

ທ່ານມາກ ໂລຄອກ ຫົວໜ້າຮັບຜິດຊອບດ້ານມະນຸດສະທຳຂອງສະຫະປະຊາຊາດ ໄດ້
ກ່າວວ່າ “ພາຍຸໄຊໂຄລນເຄັນເນັດ ອາດຈະຕ້ອງໄດ້ທຳການປະຕິບັດການ ດ້ານມະ
ນຸດສະທຳໃໝ່ ອີກຢ່າງໃຫຍ່”
ເຖິ່ງແມ່ນວ່າ ຈະມີການປະຕິບັດການບັນເທົາທຸກ ທີ່ຍັງ
ສືບຕໍ່ໄປ ລຸນຫຼັງພາຍຸອີດ້າຍ ກໍຕາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG