ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກຂຽນ ໂມຊຳບິກ ຊະນະ ລາງວັນ ວັນນະກຳ ຂອງ ສຫລ


ນັກຂຽນໂມຊຳບິກ ທ່ານ Mia Couto ກ່າວຄຳປາໄສ ຫຼັງຈາກໄດ້ຮັບລາງວັນ Camoes ທີ່ທຳນຽບແຫ່ງຊາດ Queluz ໃກ້ໆນະຄອນຫລວງລິສບອນ (10 ມິຖຸນາ 2013)
ນັກຂຽນໂມຊຳບິກ ທ່ານ Mia Couto ກ່າວຄຳປາໄສ ຫຼັງຈາກໄດ້ຮັບລາງວັນ Camoes ທີ່ທຳນຽບແຫ່ງຊາດ Queluz ໃກ້ໆນະຄອນຫລວງລິສບອນ (10 ມິຖຸນາ 2013)
ນັກຂຽນ ຊາວໂມຊຳບິກ ທ່ານ Antynio Emhlio Leite (Mia)
Couto ໄດ້ຮັບລາງວັນ ມູນຄ່າ 50,000 ໂດລາ ຍ້ອນຜົນງານ
ການຂີດຂຽນ ທີ່ທ່ານໄດ້ປະສົບຄວາມສຳເລັດ ຢູ່ໃນຊີວິດຂອງ
ທ່ານ.

ນັກຂຽນນິຍາຍແລະກະວີອາຍຸ 58 ປີທ່ານນີ້ ເປັນຜູ້ໄດ້ຮັບລາງ
ວັນນາໆຊາດ Neustadt ໃນດ້ານວັນນະກຳປະຈຳປີນີ້ ຊຶ່ງໄດ້
ມີການປະກາດໃຫ້ຊາບ ໃນວັນສຸກວານນີ້ ໂດຍມະຫາວິທະຍາ
ໄລ Oklahoma ແລະວາຣະສານ World Literature Today
ຂອງມະຫາວິທະຍາໄລດັ່ງກ່າວ.

ທ່ານ Couto ເປັນນັກຂຽນ ຊາວໂມຊຳບິກຜູ້ທຳອິດ ທີ່ໄດ້ຮັບລາງວັນ Neustadt. ມີການພິ ຈາລະນາກັນວ່າທ່ານແມ່ນນຶ່ງໃນບັນດາພວກນັກຂຽນທີ່ສຳຄັນທີ່ສຸດຢູ່ໃນປະເທດໂມຊຳບິກ ແລະຜົນງານຂອງທ່ານ ໄດ້ມີການພິມເຜີຍແຜ່ເປັນຫລາຍກວ່າ 20 ພາສາ.

ປື້ມຂອງທ່ານ Couto ແມ່ນຮວມທັງນິຍາຍເລື່ອງ Sleepwalking Land ແລະ The Last Flight of the Flamingo ພ້ອມທັງເລື່ອງສັ້ນ Voices Made Night.

ລາງວັນ Neustadt ຈັດຕັ້ງຂຶ້ນໃນປີ 1969 ແລະມີການມອບໃຫ້ໃນທຸກໆສອງປີ. ພວກທີ່ເຄີຍ ໄດ້ຮັບລາງວັນນີ້ມາກ່ອນກໍມີໂຮມທັງທ່ານ Gabriel Garcia Marquez ທ່ານ Octavio Paz ແລະທ່ານນາງ Elizabeth Bishop.
XS
SM
MD
LG