ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮໍລີວູດ ມອບລາງວັນ ໃຫ້ແກ່ຮູບເງົາ ທີ່ດີທີ່ສຸດ ແລະ ຂີ້ຮ້າຍທີ່ສຸດ


ທ້າວ ຈໍແດັນ ພີລ "Jordan Peele" ຮັບລາງວັນເລື່ອງ ທີ່ດີທີ່ສຸດສຳລັບຮູບເງົາ "Get Out" ທີ່ງານມອບລາງວັນ Film Independent Spirit Awards ຄັ້ງທີ​ 33, ເມືອງ ແຊນຕາ
ໂມນິກາ, ລັດຄາລິຟໍເນຍ. ວັນທີ 3 ມີນາ, 2018,
ທ້າວ ຈໍແດັນ ພີລ "Jordan Peele" ຮັບລາງວັນເລື່ອງ ທີ່ດີທີ່ສຸດສຳລັບຮູບເງົາ "Get Out" ທີ່ງານມອບລາງວັນ Film Independent Spirit Awards ຄັ້ງທີ​ 33, ເມືອງ ແຊນຕາ ໂມນິກາ, ລັດຄາລິຟໍເນຍ. ວັນທີ 3 ມີນາ, 2018,

ໃນທ້າຍສັບປະດານີ້ ຮໍລີວູດ ໄດ້ສວມມົງກຸດໃຫ້ແກ່ຜົນງານທີ່ດີເດັ່ນແລະຈຳພວກທີ່
ຂີ້ຮ້າຍທີ່ສຸດຂອງຕົນ. ໃນແລງວັນເສົາວານນີ້ ລາງວັນ Golden Raspberry ຫຼື
Razziesໄດ້ຕົກເປັນຂອງຮູບເງົາເລື່ອງທີ່ຂີ້ຮ້າຍທີ່ສຸດ ໃນຂະນະທີ່ລາງວັນອື່ີນ ໄດ້ແກ່
ຈຳພວກທີ່ເອົາຈິງເອົາຈັງກວ່າ ເປັນທີ່ຮັບຮູ້ກັນດ້ານຜົນສຳເລັດໃນການສ້າງພາບພະ
ຍົນຢ່າງເປັນອິດສະລະ. ໃນແລງວັນອາທິດມື້ນີ້ ລາງວັນ Academy Awards ປະຈຳ
ປີຄັ້ງທີ 90 ຫຼື ເປັນທີ່ຮູ້ກັນດີວ່າ ລາງວັນ Oscarsນັ້ນ ຈະແມ່ນ ຈິມມີ ຄິມໂມລ "Jimmy
Kimmel" ເປັນພິທີກອນ.

ຮູບເງົາເຣື່ອງ “ອີໂມຈິ” ເປັນເລື່ອງໄດ້ຮັບກຽດສູງສຸດທີ່ໄດ້ຮັບລາງວັນທີໂຈກ ທີ່ງານ
ມອບລາງວັນ Razzies. ໃນແລງວັນເສົາວານນີ້ ທີ່ມອບໃຫ້ໂດຍກຸ່ມນຶ່ງ ໃນອຸດສາຫະ
ກຳ ຮໍລີວູດ ທີ່ຮູ້ກັນວ່າ ມຸນນິທິ Golden Raspberry ນັ້ນ. ຮູບເງົາກາຕູນທີ່ຫຼິ້ນຈົນສຸດ
ທີ່ໄດ້ຮັບລາງວັນ ທີໂຈກ “The Emoji Movie” ທັງຍັງໄດ້ຮັບລາງວັນດ້ານການສະ
ແດງທີ່ຂີ້ຮ້າຍທີ່ສຸດ, ຜູ້ອຳນວຍການສະແດງກໍຂີ້ຮ້າຍທີ່ສຸດ, ແລະເວົ້າລວມແລ້ວການ
ສະແດງທັງໝົດກໍແມ່ນຂີ້ຮ້າຍທີ່ສຸດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG