ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

6 ໝື່ນກ່ວາຄົນ ຮ່ວມໄວ້ອາໄລ​​​ແກ່ ທ່ານ Nelson Mandela (ວີ​ດີ​ໂອ/ສະໄລດ໌)


Outpouring of Emotion at Memorial for South Africa’s Mandela
please wait

No media source currently available

0:00 0:01:47 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບພິທີໄວ້ອາໄລ ແກ່ທ່ານແມນເດລາ

ຜູ້ຄົນຈໍານວນ ຫຼາຍກ່ວາ 6 ໝື່ນຄົນ ​ໄດ້ໄປ​ເຕົ້າ​ໂຮມກັນຢູ່
ນະຄອນ Johannesburg ອາ​ຟຣິກາ​ໃຕ້ ເພື່ອໄວ້ອາໄລ​
ໃຫ້​ແກ່ ມື້ລາງອະດີດປະທານາທິບໍດີອາ​ຟຣິກາ​ໃຕ້ ທ່ານ
Nelson Mandela ຜູ້ທີ່ໄດ້​ເຖິງ​ແກ່​ອະສັນ​ຍະ​ກຳໃນ​ສັບປະດາ
​ແລ້ວ​ນີ້ ຮວມອາຍຸ​ໄດ້ 95 ປີ.

ຝົນທີ່ຕົກລົງມາຢ່າງບໍ່ຂາດສາຍ ບໍ່ໄດ້ຂັດຂວາງ​ພວກ​ຮ່ວມ​
ໄວ້ອາ​ໄລຊາວ​ອາ​ຟຣິກາ​ໃຕ້ທີ່ພາກັນຮ້ອງເພງ ແລະຟ້ອນລໍາ
​ເພື່ອ​ສະດຸ​ດີ​ແລະລະລຶກເຖິງຄຸນງາມຄວາມດີ ຂອງທ່ານ​ແມນ
​ເດ​ລາ ​ໃນ​ຂະນະ​ທີ່​ບັນດາ​ຜູ້​ກ່າວ​ຄໍາ​ປາ​ໄສ ທີ່​ຮວມທັງປະທາ
ນາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ນໍາ​ນັ້ນ ຕ່າງ​ກໍ​ສັນ
ລະ​ເສີນບົດບາດ​ຂອງ​ທ່ານ ​ໃນ​ການ​ຍຸດຕິ​ລະບອບ​ຈໍາ​ແນ​ກ​ເຊື້ອ​ຊາດ​ຜິວ​ພັນ apartheid
​ແລະ​ປົວ​ແປງ​ການ​ແບ່ງ​ແຍກ​ດ້ານ​ຜິວ​ພັນ​ຂອງ​ອາ​ຟຣິກາ​ໃຕ້ນັ້ນ.



​ໃນ​ຄໍາ​ປາ​ໄສ​ຂອງ​ທ່ານ​ນັ້ນ ປະທານາທິບໍດີ​ ​ໂອ​ບາ​ມາ ​ເອີ້ນ​ທ່ານ​ແມນ​ເດ​ລາ​ວ່າ ​“​ເປັນ​ຜູ້​ຍິ່ງ
​ໃຫຍ່​ຄົນ​ນຶ່ງ​ຂອງ​ປະຫວັດສາດ ຜູ້ທີ່​ໄດ້​ເຄື່ອນ​ຍ້າຍ​ປະ​ເທດ​ຊາດ​ຂອງ​ທ່ານ​ໄປ​ສູ່​ຄວາມ​ຍຸດຕິ
​ທໍາ ​ແລະ​ໃນ​ການ​ກະທໍາ​ດັ່ງກ່າວ​ນັ້ນ ກໍ​ແມ່ນ​ໄດ້​ເປັນ​ແຮງ​ດົນ​ບັນດານ​ໃຈ ຜູ້​ຄົນ​ຫຼາຍພັນ
ລ້ານ​ຄົນ ຢູ່​ໃນ​ທົ່ວ​ໂລກ.”

ກ່ອນ​ໜ້າ​ນັ້ນ ທ່ານ ພັນ ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ກໍ​ກ່າວ​ວ່າ ​ໂລກ​ໄດ້​ສູນ
ເສຍ​ວີລະ​ບຸລຸດ​ ບິດາ ເພື່ອນ​ມິດ ​ແລະ​ຜູ້​ດົນ​ບັນດາ​ນ​ໃຈ ​ໄປ​ຄົນ​ນຶ່ງ.

​ແຂກ​ຄົນ​ສໍາຄັນ​ອື່ນໆ ທີ່​ຮ່ວມ​ກ່າວ​ຄໍາ​ປາ​ໄສ​ ກໍ​ມີ​ຮວມທັງ ທ່ານ ຣາອູ​ລ ຄັສ​ໂຕຣ ປະທານາ
ທິບໍດີ​ກຸຍ​ບາ ​ແລະ​ທ່ານ​ນາງ ດິລມາ ຣຸສ​ເຊ​ຟ ປະທານາທິບໍດີບຣາຊິ​ລ.

ທ່ານ Mandela ໄດ້​ຂຶ້ນເປັນປະທານາທິບໍດີຜີວດໍາ ຜູ້ທໍາອິດ ຂອງອາ​ຟຣິກາ​ໃຕ້ໃນປີ
1994 ຫຼັງຈາກທີ່ໄດ້ຖືກຂັງຄຸກ​ເປັນ​ເວລາ 27 ປີ ຍ້ອນ​ບົດບາດ​ຂອງ​ທ່ານ​ໃນ​ການຕໍ່ສູ້
​ຕ້ານ​ການ​ປົກຄອງ​ຂອງ​ຊົນ​ກຸ່ມ​ນ້ອຍ​ຊາວ​ຜິວ​ຂາວ ​ແລະ​ນໍາເອົາ​ຄວາມ​ຍຸດຕິ​ທໍາ​ມາ​ໃຫ້
​ຊາວ​ຜິວ​ດໍາ.

Obama Eulogizes Mandela
please wait

No media source currently available

0:00 0:02:30 0:00
ລິງໂດຍກົງ
XS
SM
MD
LG