ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊ່ຽວຊານ ເປັນຫ່ວງ ນໍາໄພຂົ່ມຂູ່ ທີ່ມີເພີ້ມຂຶ້ນ ຕໍ່ງານໂອລິມປິກ ທີ່ Sochi (ສະໄລດ໌/ວີດີໂອ 3 ເລື້ອງ)


Mounting Threats Against Sochi Olympics Worry Terrorism Experts
please wait

No media source currently available

0:00 0:03:01 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ກິ​ລາ​ໂອ​ລິມປິກ​ລະ​ດູ​ໜາວ ທີ່​ເມືອງ Sochi ປະ​ເທດ​ຣັດ​ເຊຍ ຈະ​
ເລີ່​ມຂຶ້ນ ​ໃນ​ອີກ​ບໍ່​ເທົ່າ​ໃດ​ມື້ ຄື​ວັນທີ 7 ​ເດືອນກຸມພາ​ນີ້ ​ແຕ່ໄພ​ຂົ່ມ
ຂູ່​ຈາກ​ການ​ກໍ່ການ​ຮ້າຍນັ້ນ ກໍ​ຍັງ​ມີ​ມາ​ຢູ່​ບໍ່​ເຊົາ. ຄວາມກັງວົນ​ອັນ​
ໃຫຍ່​ຫຼວງທີ່​ສຸດ ກໍ​ຄື​ເຂດ ພາກ​ເໜືອ Caucasus ​ທີ່​ເປັນ​ເພື່ອນ​
ບ້ານ​ທາງ​ທິດຕາ​ເວັນ​ອອກ​ຂອງ​ເມືອງ Sochi. ​ເຂດ​ດັ່ງກ່າວເປັນ​
ຖິ່ນ​ຢູ່​ອາໄສ​ຂອງ​ພວກຫົວ​ແບ່ງ​ແຍກ​ດິນ​ແດນ ​ທີ່​ໄດ້​ທໍາສົງຄາມຕໍ່
ສູ້​ເອົາເອ​ກະລາດ ຈາກຣັດ​ເຊຍ ມາເປັນ​ເວລາ​ຫຼາຍ​ປີ​. ​ເຫດ​ລະ​
ເບີດ​ຫຼາຍ​ບັ້ນ​ ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ເມືອງ Volgograd ທາງ​ທິດ​
ເໜືອ​ຂອງ​ Sochi ຍັງ​ຜົນ​ໃຫ້​ພວກ​ນັກ​ຊ່ຽວຊານ​ທັງຫຼາຍ​ຕ້ອງ​ຢູ່​
ໃນ​ທ່າ​ຕຽມ​ລະວັງ​ໄພ ໃນ​ລະດັບ​ສູງ. ຜູ້​ສື່​ຂ່າວວີ​ໂອ​ເອ Arash
Arabasadi ລາຍ​ງານ​ວ່າ ບາງ​ຄົນ​ຕັ້ງ​ຄໍາຖາມ​ຂຶ້ນມາ​ວ່າ ​ເປັນ​
ຫຍັງ​ຈຶ່ງ​ມາ​ຈັດງານໂອ​ລິ​ມປິກ​ລະດູ​ໜາວ ຢູ່ໃກ້​ເຂດ​ຂອງ​ພວກ​
ຄົນທີ່​ປະຕິຍານ​ຕົນວ່າ ຈະ​ຕໍ່ສູ້​ກັບ​ຣັດ​ເຊຍ​ຈົນ​ຕາຍ​ນັ້ນ. ທອງ​
ປານ ຈະ​ນໍາເອົາ​ລາຍ​ລະອຽດ​ຂອງ​ເລື່ອງ​ນີ້ມາສະ​ເໜີ​ທ່ານ.


​ເຖິງ​ແມ່ນທາງ​ການຣັດ​ເຊຍ​ໄດ້ໃຫ້ຄໍາ​ສັນຍາ​ວ່າ ​ຈະ​ເພີ່ມ​ການ​ຮັກສາ​ຄວາມ ປອດ​ໄພ​ໜາ​ແໜ້ນຍິ່ງ​ຂື້ນອີກ​ກໍ​ຕາມ ​ແຕ່ເມື່ອປະມານ​ນຶ່ງ​ເດືອນຜ່ານ​ມາ ກໍ​ ໄດ້​ເກີດ​ເຫດການ​ວາງລະ​ເບີດສະຫຼະ​ຊີບ​ສອງ​ບັ້ນ ທີ່​ໄດ້​ສັງຫານ​ 34 ຄົນ ທີ່ເມືອງ Volgograd ທີ່​ຕັ້ງ​ຢູ່​ຫ່າງ​ຈາກ​ເມືອງ Sochi ​ໄປທາງ​ທິດ​ເໜືອ ປະມານ 700 ກິ​ໂລ​ແມັດ. ​ກຸ່ມ​ຫົວ​ອີ​ສລາມ​ໃນ​ເຂດ Cau​casus ເໜືອ​ຂອງ​ຣັດ​ເຊຍ ​ໄດ້​ອ້າງ​ເອົາຄວາມ​ຮັບຜິດຊອບ​ຕໍ່ເຫດການ​ໂຈມ​ຕີ​ດັ່ງກ່າວ ໃນ​ວີ​ດີ​ໂອທີ່ເອົາລົງ​ໃນ​ເວັບໄຊ້ອີສລາມ​ແຫ່ງ​ນຶ່ງ.

ທ່ານ Ian Von Gordon ​ເປັນ​ຜູ້​ອໍານວຍ​ການຝ່າຍ​ປະຕິບັດ​ການ ຂອງ​ສະ​ຖາ​ບັນ​ເຝິກອົບ​ລົມ​ວິຊາ​ປົກ​ປ້ອງ​ນັກການ​ທູດ ທີ່​ເມືອງ Youngstown ລັດ​ໂອ​ໄຮ​ໂອ.

ທ່ານ ກໍ​ດອນ ​ເວົ້າ​ວ່າ: “ກຸ່ມ​ກະບົດ Chechen ​ໄດ້​ສະ​ແດງ​ໃຫ້​ເຫັນ​ແລ້ວ​ວ່າ
ພວກ​ເຂົາ​ເຈົ້າ​ແນ​ເປົ້າໝາຍ​ໂຈມ​ຕີ​ໃສ່ ລົດ​ໄຟ ​ເຮືອບິນ ການ​ຂົນ​ສົ່ງ ​ແລະ
​ທາງ​ຫຼວງສາຍ​ຕ່າງໆ.”


​ສະ​ຖາ​ບັນ​ເຝິກອົບ​ລົມ​ວິຊາ​ປົກ​ປ້ອງ​ນັກການ​ທູດ ​ເປັນ​ຜູ້​ສະໜອງການ​ຮັກ​ສາ​ຄວາມ​ປອດ​ໄພ​ແກ່​ພົນລະ​ເຮືອນ ​ທີ່​ທໍາ​ງານ​ ຢູ່​ໃນ​ສະພາບ​ແວດ​ລ້ອມ ທີ່​ມີ​ໄພ​ຂົ່ມຂູ່​ ໃນລະດັບ​ສູງ. ທ່ານ Gordon ເປັນ​ຜູ້​ຊ່ຽວຊານກ່ຽວ​ກັບ​ກຸ່ມກໍ່​ການ ຮ້າຍ ຢູ່​ເຂດ Caucasus ​ເໜືອ.

ທ່ານ ກໍ​ດອນ ​ເວົ້າ​ວ່າ: “ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ ນັບ​ຕັ້ງ​ແຕ່​ມີ​ການ​ປະກາດ​ວ່າ
ເມືອງ
Sochi ​ໄດ້ຖືກເລືອກໃຫ້​ເປັນ​ບ່ອນຈັດ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​
ພວກ​ເຂົາ​ກໍໄດ້​ສົ່ງ​ໜ່ວຍ​ຂອງ​ພວກ​ເຂົາ​ ເຂົ້າມາແຊກ​ຊຶມ​ເພື່ອກໍ່​ການ​ຮ້າຍ​ຢູ່
ໃນ​ Sochi ໂດຍ​ທັນທີ ແລະເພື່ອ​ເປົ້າ​ໝາຍ​ດັ່ງກ່າວນັ້ນ ກໍ​ມີ​ທາງ​ເປັນ​ໄປ​ໄດ້​
ວ່າ ປະ​ປົນ​ຢູ່ກັບພວກ​ຄົນ​ງານຫຼື​ເຈົ້າໜ້າ​ທີ່​ກິລາ​ໂອ​ລີ​ມປິກ​ ຕ້ອງ​ມີ​ຄົນ​ທີ່​ອາດ​
ເປັນສ່ວນ​ນຶ່ງ​ ຂອງໜ່ວຍ​ກໍ່​ການ​ຂອງ​ພວກ​ເຂົາ ກໍ​ໄດ້.”



ທ່ານ Glen Howard ປະ​ຈໍາ​ມູນ​ນິທິ Jamestown ຊຶ່ງ​ເປັນສະ​ຖາ​ບັນ ຄົ້ນຄວ້າ​ແຫ່ງ​ນຶ່ງ ທີ່​ວໍ​ຊິງ​ຕັນ​ດີ​ຊີ ​ເວົ້າ​ວ່າ ນັ້ນອາດ​ໂຮມທັງ ​ຢູ່​ໃນ​ໝູ່ພວກ​ຄົນ​ງານ​ກໍ່ສ້າງ​ສະຖານທີ່​ແຂ່ງ​ຂັນ​ກິລານໍາ ກໍ​ໄດ້.

ທ່ານ ຮາວ​ເວີ​ດ ​ເວົ້າ​ວ່າ: “​ມີ​ພວກ​ກໍາມະກອນ​ ນຶ່ງ​ແສນ​ກວ່າ​ຄົນ ຈາກ​ທົ່ວ​ທຸກ​ຫົນ​
ແຫ່ງ​ໃນ​ຣັດ​ເຊຍ ທີ່ພາກັນ​ມາ​ທໍາ​ງານ​ກໍ່ສ້າງ​ສະຖານ​ທີ່ກິລາ ແລະຈາກ​ເຂດເອ​ເຊ​ຍ
ກາງນໍາ. ມັນ​ກໍ​ເປັນ​ໄປ​ບໍ່​ໄດ້ ທີ່​ຈະ​ພິສູດໄດ້ວ່າ​ ​ທຸກ​ຄົນທີ່​ເຮັດ​ວຽກຢູ່​ໃນ​ເມືອງ
Sochi ນັ້ນ ເປັນ​ກໍາມະກອນທັງໝົດ​ ຫຼື​ວ່າ​ເປັນອັນ ຕະລາຍ​ດ້ານຄວາມ​ປອດ​ໄພ​.”

ທ່ານ Von Gordon ​ເວົ້າ​ວ່າ ພວກ​ກໍ່​ການ​ຮ້າຍອາດ​ຈະ​ບໍ່ມີ​ຮູບ​ລັກສະນະ​ກົງ​ກັນ​ກັບ​ຮູບ ພາບ ທີ່​ພວກ​ເຮົາ​ຫຼາຍໆ​ຄົນເຄີຍ​ເຫັນ​ກັນ.

ທ່ານ ວອນ ກໍ​ດອນ ​ເວົ້າ​ຕື່ມວ່າ: “​ເວລາ​ນີ້ ພວກ​ເຮົາ​ຊອກຫາແມ່ຍິງຄົນ​ນຶ່ງ ທີ່​ມີ​
ຮູບຮ່າງສູງ ​ຜົມສີ​ທອງ ຕາ​ສີຟ້າ. ຕາມ​ປະ​ເພນີ​ແລ້ວ ກຸ່ມ​ກະບົດ
Chechen ​
ໄດ້ໃຊ້​ພວກ​ແມ່ຍິງ​ໜຸ່ມ ສ່ວນ​ຫຼາຍ​ຈະ​ແມ່ນ​ພວກ​ແມ່ໝ້າຍ​ທີ່​ເປັນເມຍທະຫານ
ແຕ່​ກໍ​ຈະ​ບໍ່​ແມ່ນ​ລັກສະນະແບບທີ່​ກ່າວ​ມາ​ນີ້ ​ສະ​ເໝີ​ໄປ.”


ທ່ານ ກໍ​ດອນ ໝາຍ​ເຖິງ ພວກ​ທີ່​ເອີ້ນກັນ​ວ່າ ​ພວກ​ແມ່ໝ້າຍ​ສີດໍາ ​ຄື ແມ່ໝ້າຍຂອງ​ພວກ​ນັກ​ລົບ​ກະບົດ ທີ່​ຖືກ​ຂ້າ​ຕາຍ​ໄປ​ແລ້ວ​ນັ້ນ.

ວີດີໂອ: ພວກກໍ່ການຮ້າຍຈະສາມາດຜ່ານ ການຮັກສາຄວາມປອດໄພ ຢ່າງໜາແໜ້ນ ທີ່ໂຊຈິ ເຂົ້າໄປໄດ້ບໍ່?

Can Terrorists Penetrate Ring of Steel Around Sochi Olympics?
please wait

No media source currently available

0:00 0:03:41 0:00
ລິງໂດຍກົງ

ແຕ່​ພວກຫົວ​ຕໍ່ສູ້​ເ ພື່ອ​ແບ່ງ​ແຍກ​ດິນ​ແດນ ຍັງ​ໃຊ້​ວິທີ​ການ​ ໂຈມ​ຕີ​ແບບ​ທົ່ວ​ໄປຫຼາຍ​ຂຶ້ນ ​ເຊັ່ນ​ ການ​ຍຶດ​ໂຮງຮຽນແຫ່ງ​ນຶ່ງ​ໃນ​ປີ 2004 ທີ່​ເມືອງ Beslan ທີ່​ຍັງ​ຜົນ​ໃຫ້​ພວກ​ຕົວ​ປະ ກັນ​ເສຍ​ຊີວິດ​ໄປ 334 ຄົນ ຊຶ່ງ​ຫຼາຍ​ກວ່າ​ເຄິ່ງນື່ງ​ແມ່ນ​ເດັກນ້ອຍ.

ທ່ານ ກໍ​ດອນ ​ເວົ້າ​ວ່າ: “​ປະທານາທິບໍດີພູ​ຕິນ ​ໄດ້​ຕັ້ງສະຖານ​ທີ່​ແຂ່ງຂັນ​ກິລາ ​ຢູ່​ໃກ້ໆ​ກັບ​ເຂດ Caucasus ຊຶ່ງມັນ​ເທົ່າ​ກັບ​ວ່າ ທ່ານ​ພູ​ຕິນ ທ້າ​ຄົນ ພວກ​ນັ້ນ ​ແລະ​ນັ້ນ​ກໍ​
ກໍ່​ໃຫ້​ເກີດ​ສະຖານະ​ການ​ທີ່​ເປັນອັນ​ຕະລາຍ​ ຍ້ອນ​ວ່າ​ບັດ​ນີ້ເຂົາ​ເຈົ້າ​ມີ​ໂອກາດ ມີ​ແຮງ​ຈູງ​ໃຈ ມີ​ສະຖານະ​ການ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ ກ່ອນ ຄື​ບ່ອນ​ທີ່​ມີ​ຄົນມາ​ຈາກ​
ທົ່ວ​ທຸກ​ມຸມ​ໂລກ ຊຶ່ງ​ເປັນ​ພົນລະ​ເຮືອນ ທີ່ມາ​ເຂົ້າຮ່ວມ​ໃນ​ງານ​ແຂ່ງຂັນ ທີ່​ເປັນ​ເຫດການທີ່​ມີ​ການ​ປະຊາ​ສໍາພັນ​ ໂຄສະນາ​ເຜີຍ​ແຜ່​ກັນ​ຢ່າງ​ສູງ​ ງານ​ນຶ່ງ​ນັ້ນ.”


Juan Zarate ປະ​ຈໍາ​ສູນ​ກາງ​ສຶກສາດ້ານຍຸ​ທະ​ສາດ ​ແລະ​ລະ​ຫວ່າງ​ຊາດ ​ເວົ້າ​ວ່າ ທ່ານ​ໄດ້​ຫວັງ​ວ່າ​ ຈະເຫັນ​ມີ​ການ​ຮ່ວມ​ໄມ້​ຮ່ວມ​ມື​ຈາກ​ປະຊາ​ຄົມນາ​ນາຊາດ​ເປັນ​ຢ່າງ​ດີ ​ແຕ່​ກໍ​ປະກົດ​ວ່າ​ ມັນກົງກັນຂ້າມ​.

ທ່ານ Juan Zarate ​ເວົ້າ​ວ່າ: “​ເວລາ​ນີ້ ພວກ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ​ເປັນ​ຫ່ວງ ເລຶ່ອງ​
ໄພ​ຂົ່ມຂູ່​ນີ້ ຫຼາຍ​ຂຶ້ນ​ນັບ​ມື້ ​ແລະ​ກໍ​ເປັນ​ຫ່ວງ​ ຢ້ານວ່າ ຜູ້​ຄົນຈະ​ຄິດວ່າ ມັນ​ບໍ່​ມີ​
ຄວາມປອດ​ໄພ ​ແລະ​ເພາະສະ​ນັ້ນເຂົາ​ເຈົ້າ​ຈຶ່ງ​ບໍ່​ຢາກ​ປ່ອຍ​ໃຫ້ໜ່ວຍ​ບໍລິການ
ຄວາມ​ປອດ​ໄພ ​ຂອງສະຫະລັດແລະ​ປະ​ເທດ​ອື່ນໆ ເຂົ້າມາ​ຊ່ວຍ ໃນ​ງານນີ້.”


​ໃນ​ຂະນະ​ທີ່ຣັດ​ເຊຍຕໍ່ສູ້​ກັບ​ການ​ກໍ່​ກະບົດ​ຢ່າງ​ນອງ​ເລືອດ ຢູ່​ບໍ່​ໄກ​ຈາກບ່ອນ ແຂ່ງຂັນໂອ​
ລິ​ມປິກ​ເທົ່າ​ໃດ​ນັ້ນ ກໍ​ເບິ່ງ​ຄື​ວ່າ ທັງ​ໂລກ​ຈະ​ຄອຍເບິ່ງ​ວ່າ ​ແມ່ນ​ຫຍັງ​ຈະເກີດ​ຂຶ້ນຢູ່​ຕາມ​ຖະໜົນ​ຫົນທາງ​ຂອງ​ເມືອງ Sochi ນັ້ນ.

ທາງສະຫະລັດນັ້ນ ກໍໄດ້ໄດ້ສົ່ງເຮືອລົບ ໄປຍັງເຂດທະເລດໍາ ກຽມພ້ອມເພື່ອຊ່ວຍເຫຼືອ ໃນການອົບພະຍົບນັກກິລາແລະພົນລະເມືອງສະຫະລັດ ແລະປິ່ນປົວພວກໄດ້ຮັບບາດ ເຈັບ ໃນກໍລະນີທີ່ເກີດມີການໂຈມຕີຂຶ້ນ ເຖິງແມ່ນຣັດເຊຍບໍ່ຍອມອອກປາກຮ້ອງຂໍການ ຊ່ວຍເຫຼືອ ຢ່າງເປັນທາງການກໍຕາມ.

ເບິ່ງວີດີໂອ ສະຫະລັດກຽມຊ່ວຍເຫຼືອ ໃນກໍລະນີເກີດເຫດສຸກເສີນ ຢູ່ໂຊຈິ:

US Prepares Contingency Plans For Sochi Olympics
please wait

No media source currently available

0:00 0:02:16 0:00
ລິງໂດຍກົງ
XS
SM
MD
LG