ພູໄຟເມີຣາປີ (Mount Merapi) ເປັນພູໄຟທີ່ຍັງຄົງມີການເໜັງຕີງຫລາຍທີ່ສຸດຂອງອິນໂດເນ ເຊຍ ໂດຍລະເບີດອອກມາເມື່ອວັນຈັນວານນີ້, ເຊິ່ງໄດ້ສົ່ງໝອກຄັວນຂີ້ເທົ່າໜາ ອອກມາສູ່ອາກາດ ແລະກະແສລາວາພຸ້ງອອກມາເປັນໄຟ ອັນປະກອບດ້ວຍຫິນແຕກໝຸ່ນຕ່າງໆໄຫລລາດລົງມາຕິດຕໍ່ກັນເປັນວັນທີສອງແລ້ວ.
ນັກທໍລະນີວິທະຍາໃນອິນໂດເນເຊຍ ກ່າວວ່າ ພູໄຟເມີຣາປີ ມີຄວາມສູງເຖິງ 2,968 ແມັດ, ໄດ້ມີການປະທຸຂອງໄຟອອກມາໃນຊ່ວງບໍ່ເທົ່າໃດອາທິດມານີ້, ໂດຍມີຈອມຂອງລາວາທີ່ເລີ້ມແຂງ ແລະທັບຖົມກັນແໜ້ນຂຶ້ນ ຢູ່ເທິງຍອດພູຢ່າງໄວວາ. ພວກເຂົາເຈົ້າກ່າວວ່າ ຍອດລາວາໄດ້ຫັກພັງລົງມາບາງສ່ວນໃນມື້ວັນອາທິດ, ອັນໄດ້ເຮັດໃຫ້ມີຮ່ອງຫີນໄຟຢ່າງໜ້ອຍ 7 ສາຍ, ເຊິ່ງມີຄວາມຍາວລົງໄປຕາມຈ້າຍພູເຖິງ 3 ກິໂລແມັດ. ໃນມື້ວັນຈັນວານນີ້ມີຮ່ອງຫີນໄຟໄດ້ໄຫລອອກມາສາມຮ່ອງ.
ບັນດາເຈົ້າໜ້າທີ່ກ່າວວ່າ ຂີ້ເທົ່າທີ່ເກີດຈາກການລະເບີດຂອງພູໄຟໄດ້ປົກຄຸມໄປຫລາຍໝູ່ບ້ານ ແລະບັນດາເມືອງທີ່ໃກ້ຄຽງ, ແຕ່ບໍ່ມີລາຍງາຍຜູ້ເສຍຊີວິດຈາກເຫດການນີ້.
ພູໄຟເມີຣາປີ ຕັ້ງຢູ່ເກາະ ຊະວາ (Java) ເຊິ່ງເປັນເກາະທີ່ມີປະຊາກອນອາໄສຢູ່ຫລາຍທີ່ສຸດ ຂອງອິນໂດເນເຊຍ ແລະຕັ້ງຢູ່ໃກ້ກັບເມືອງ ຢອກຍາກາຕາ (Yogyakarta) ອັນເປັນເມືອງບູຮານທີ່ມີປະຊາກອນປະມານ 400,000 ຄົນ.
ທ່ານນາງ ຮານິກ ຮຸໄມດາ (Hanik Humaida) ເຊິ່ງເປັນຫົວໜ້າຂອງສູນກາງການຫລຸດຜ່ອນອັນຕະລາຍ ພູໄຟວິທະຍາແລະທໍລະນີວິທະຍາ Volcanology and Geological Hazard Mitigation Center ຂອງເມືອງຢອກຍາກາຕາ ໄດ້ກ່າວຕໍ່ອົງການຂ່າວເອພີວ່າ ພູໄຟໄດ້ມີການແຈ້ງເຕືອນຢູ່ທີ່ລະດັບສີສົ້ມ ເຊິ່ງເປັນສະຖານະການແຈ້ງເຕືອນສູງສຸດອັນດັບສອງນັບຕັ້ງແຕ່ເລີ້ມມີການລະເບີດຂຶ້ນໃນເດືອນພະຈິກ ໃນປີທີ່ຜ່ານມາ.
ໂດຍທ່ານນາງກ່າວວ່າ ການລະເບີດຂຶ້ນຂອງພູໄຟໃນປັດຈຸບັນບໍ່ໄດ້ປຸຽນສະຖາ ນະພາບຂອງພູໄຟ. ຢ່າງໃດກໍ່ຕາມ, ບັນດາປະຊາຊົນທີ່ອາໄສຢູ່ເທິງຈ້າຍພູເມີລາປີ ໄດ້ຮັບຄໍາແນະນໍາໃຫ້ຍ້າຍອອກໄປຈາກໃຈກາງ ຂອງປ່ອງພູໄຟ 5 ກິໂລ ແມັດ.
ການລະເບີດຄັ້ງໃຫຍ່ເທື່ອສຸດທ້າຍ ຂອງພູໄຟເມີລາປີ ມີຂຶ້ນໃນປີ 2010 ໂດຍໄດ້ເຮັດໃຫ້ມີຜູ້ເສຍຊີວິດເຖິງ 347 ຄົນ ແລະ10,000 ຄົນໄດ້ຍົກຍ້າຍໜີ, ເຊິ່ງເປັນພູໄຟລະເບີດ ທີ່ອັນຕະລາຍທີ່ສຸດ ໃນຮອບບໍ່ເທົ່າໃດປີມານີ້.