ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຫລາຍພັນຄົນຍັງພາກັນລໍຖ້າ ຄໍານັບສົບ ທ່ານ Nelson Mandela (ວີດີໂອ/ສະໄລດ໌)


ບັນດາ​ຜູ້​ໄວ້ອາໄລ​ຫລາຍ​ສິບ​ພັນ​ຄົນ​ພາກັນ​ລຽນ​ແຖວ ຄໍານັບ
ມື້ລາງ ປະທານາທິບໍດີ ອາ​ຟຣິກາ​ໃຕ້ ທ່ານ Nelson Mandela
ຊຶ່ງ​ສົບຂອງ​ທ່ານ ກໍາລັງ​ຖືກ​ດອຍ​ໄວ້​ທີ່ ທໍານຽບລັດຖະບານເປັນ
​ມື້​ທີ່​ສາມ ​ແລະ​ມື້​ສຸດ​ທ້າຍ​ທີ່​ເມືອງຫລວງ Pretoria.

ລັດຖະບານ ກ່າວ​ວ່າ 50,000 ຄົນ​ກໍາລັງ​ລໍຖ້າ ​ລຽນ​ແຖວຢ່າງ
​ຜ່ານໂລງສົບ ທ່ານMandela ​ທີ່​ຫຸ້ມ​ດ້ວຍ​ແກ້ວ​. ລັດຖະບານ​ໄດ້
​ເຕືອນວ່າ ຫລາຍໆ​ຄົນ ອາດ​ຈະ​ບໍ່​ສາມາດໄດ້ຄໍານັບ​ສົບ ບຸລຸດຜູ້
ຕ້ານລະບົບ​ແບ່ງ​ແຍກ​ເຊື້ອ​ຊາດ​ຜິ​ວພັນ ​ໃນ​ຕອນ​ບ່າຍວັນ​ສຸກ​ມື້​ນີ້
ຊຶ່ງ​ເປັນເວລາຄໍານັບ​ສົບ​ທາງ​ການ ​ສີ້​ນສຸດ​ລົງ.

ປັດ​ຈຸ​ບັນ​ນີ້ ​ແຖວ​ຂອງ​ປະຊາຊົນ​ ຍາວ​ເຖິງຫລາຍ​ກິ​ໂລແມດ ທີ່ໄດ້
ເລີ້ມຕົ້ນ​ແຕ່ 3:00 ​ໂມງ​ເຊົ້າຕາມເວລາ​ທ້ອງ​ຖິ່ນ. ຜູ້​ໄວ້​ອະ​ໄລ​ຄົນ
​ນຶ່ງຄືດອກ​ເຕີ Mulumba ກ່າວ​ວ່າ ທ່ານ​ບໍ່​ຢາກ​ຜິດ​ຫວັງ​ໃນໂອ
ກາດ​ສຸດທ້າຍຂອງ​ທ່ານ ເພື່ອພົບ​ກັບ​ທ່ານ Mandela ຜູ້​ທີ່​ໄດ້ເສ​ຍ
ຊີວິດ​ໄປ ໃນອາທິດແລ້ວ​ນີ້ອາຍຸ​ໄດ້ 95 ປີ.

Mandela Village Prepares Final Farewell to Favorite Son
please wait

No media source currently available

0:00 0:01:24 0:00
ລິງໂດຍກົງ
XS
SM
MD
LG