ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມຸກດາວັນ ສັນຕິພອນ - ມົນຮັກບ່າວເມືອງວັງ


ມຸກດາວັນ ສັນຕິພອນ
ມຸກດາວັນ ສັນຕິພອນ
ສບາຍດີປີໃໝ່ແດ່ແຟນລາຍການສຽງເພງຈາກແດນໄກທຸກໆ
ທ່ານ ຫວັງ​ວ່າຄົງບໍ່ຫຼ້າບໍ່ສວາຍທີ່ຈະຂໍສົ່ງຄໍາອວຍພອນປີໃໝ່
ໃຫ້ທຸກໆ​ທ່ານ​ໃນຄໍ່ຄືນນີ້​ ກ່ອນອື່ນຕ້ອງຂໍຂອບໃຈນໍາຍາເອື້ອຍ
ດາຣາ ບັກກໍາ ທີ່ໄດ້ຈັດລາຍການເພງແທນ ວັນນະສອນ
ໃນຊ່ວງທີ່ລາພັກໄປປິ່ນປົວແລະຂໍຖືໂອກາດນີ້ຂອບໃຈທຸກໆ
ກໍາລັງໃຈທີ່ສົ່ງມາໃຫ້ແລະຕອນນີ້ ກໍເກືອບຫາຍເປັນປົກກະຕິ
ແຕ່ກໍຄົງຍັງຈະຕ້ອງໃຊ້ເວລາອີກດົນກວ່າຈະເປັນປົກກະຕິ
ເອົາມາຟັງເພງມ່ວນໆກັນດີກວ່າ​ກັບສຽງເພງຫວານໆຂອງ
ນັກຮ້ອງສາວ​ສຽງຄຸນນະພາບສຽງດີ ມຸກດາວັນ ສັນຕິພອນ
ທີ່ໄດ້ເຂົ້າສູ່ວົງການເພງ ຕັ້ງແຕ່ຍັງນ້ອຍພຸ້ນ​ ຂໍມອບເພງ
“ມົນຮັກບ່າວເມືອງວັງ” ຂໍ​ມອບໃຫ້ແກ່ໜຸ່ມຜູ້ໄທ ທັງສອງ
ຝາກຝັ່ງຂອງເລີຍ​

ເພງ: ມຸກດາວັນ ສັນຕິພອນ -“ມົນຮັກບ່າວເມືອງວັງ”


​ເພງ​ຕໍ່​ໄປ​ນີ້​ຂໍສະລັບເພງເປັນເພງຂອງນັກຮ້ອງຊາຍ ຄົມ ພົນວິຈິດ ໃນບົດເພງ “ສະຫວັນ
ສັ່ງໃຈ”
ຊຶ່ງວັນນະສອນຄິດວ່າຄົງໂດນໃຈຫຼາຍໆຄົນ​ ຂໍເຊີນຮັບຟັງໄດ້. ​
ເພງ: ຄົມ ພົນວິຈິດ -“ສະຫວັນສັ່ງໃຈ”




ຂໍປິດທ້າຍລາຍການດ້ວຍເພງຫວານໆຂອງ ມຸກດາວັນ ສັນຕິພອນ ອີກຕື່ມເພງນຶ່ງແລະ
ຂໍຝາກຜົນງານເພງຂອງສິນລະປິນສຽງດີຄົນນີ້ໄວ້ໃນລາຍຊື່ເພງໃນ ITune ຂອງທຸກໆທ່ານ
​ເພາະວ່າພໍໄດ້ຟັງເພງ “ສະເໜທ່າເຊຈໍາພອນ” ແລ້ວຈະບໍ່ຜິດຫວັງ​ແນ່ນອນ…ວັນນະ​ສອນ
​ຂໍ​ຖື​ໂອກາດ​ນີ້​ສົ່ງ​ຄວາມສຸກ​ແລະ​ອວຍພອນ​ໃຫ້ທ່ານຈົ່ງ​ມີ​ແຕ່​ຄວາມສຸກ​ ມັ່ງ​ຄັ່ງ​ສົມບູນ ອາຍຸ
ວັນນະ​ ສຸກຂະ ພາລະ ​ແລະ​ອາທິດ​ໜ້າ​ວັນນະ​ສອນ​ຈະ​ກັບ​ມາ​ຕອບ​ຈົດໝາຍ​ຂອງ​ທ່ານ​
ຫ້າມ​ພາດ.

ຂໍ​ໃຫ້​ທຸກໆ​ທ່ານ​ຈົ່ງນອນ​ຫຼັບ​ຝັນ​ດີ.

ເພງ: ມຸກດາວັນ ສັນຕິພອນ -“ສະເໜທ່າເຊຈໍາພອນ
XS
SM
MD
LG