ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາງ Myunghee Bae ໄປຢ້ຽມ ລູກຊາຍ ທີ່ຕິດຄຸກ ຢູ່ ເກົາຫຼີເໜືອ


ນາງ Myunghee Bae ແມ່ຂອງທ່ານ Kenneth Bae ທີ່ໄປຢ້ຽມລູກຊາຍ ທີ່ຍັງຕິດຄຸກ ຢູ່ເກົາຫລີເໜືອ
ນາງ Myunghee Bae ແມ່ຂອງທ່ານ Kenneth Bae ທີ່ໄປຢ້ຽມລູກຊາຍ ທີ່ຍັງຕິດຄຸກ ຢູ່ເກົາຫລີເໜືອ
ແມ່​ຂອງ​ນັກ​ເຜີຍ​ແຜ່​ສາສະໜາ ຊາວ​ອາ​ເມຣິກັນ​ຄົນ​ນຶ່ງ ທີ່​ຖືກ
​ກັກ​ຂັງ​ຢູ່​ໃນ​ເກົາຫລີ​ເໜືອ​ເປັນ​ເວລາ 11 ​ເດືອນ​ທີ່​ຜ່ານ​ມາ ​ໄດ້​
ເດີນທາງໄປເຖິງ ກຸງ​ພຽງຢາງ​ ​ເພື່ອ​ຢ້ຽ​ມຢາມ​ລູກ​ຊາຍ​ຂອງ​ນາງ.

ນາງ Myunghee Bae ​ໄດ້​ເດີນ​ທາງ​ໄປ​ເຖິງເກົາຫລີ​ເໜືອ ​ໃນ​
ວັນ​ພະຫັດ​ວານ​ນີ້ ​ແລະ​ມີ​ກຳນົດ ທີ່​ຈະ​ພົບພໍ້​ລູກ​ຊາຍ​ຂອງ​ນາງ
ທ່ານ Kenneth Bae ​ໃນ​ຕອນ​ເຊົ້າ​ວັນ​ສຸກ​ມື້​ນີ້. ​ເປັນ​ທີ່​ຄາດ​
ກັນ​ວ່າ ນາງ ຈະ​ພັກ​ເຊົາຢູ່ທີ່​ເກົາຫລີ​ເໜືອ ​ປະມານ​ຫ້າ​ວັນ.

ທ່ານ Kenneth Bae ​ໄດ້​ຖືກ​ຕັດສິນ​ລົງ​ໂທດ ​ໃນເດືອນ​ພຶດສະ
ພາ ຜ່ານ​ມາ ​ໃຫ້​ອອກ​ແຮງ​ງານ​ໜັກ​ 15 ປີ ​ໃນ​ຖານ​ບ່ອນ​ທຳ
ລາຍ​ເກົາຫຼີເໜືອ​. ຄອບຄົວ​ຂອງ​ລາວ​ກ່າວ​ວ່າ ລາວ​ເປັນ​ເບົາ
ຫວານ ​ແລະມີສຸຂະ ພາບທີ່​ບໍ່​ຄ່ອຍ​ດີ.

​ເກົາຫລີ​ເໜືອ ​ໄດ້​ລົ້ມ​ເລີກ​ການສະ​ເໜີ ​ເມື່ອ​ເດືອນ​ສິງຫາ​ຜ່ານ​
ມາ ທີ່​ຈະອະນຸຍາດ​ໃຫ້ທູດ​ພິ​ເສດສະຫະລັດ ທ່ານ Robert
King ​ໄປ ຢ້ຽມຢາມ​ກຸງ​ພຽງ​ຢາງ​ເພື່ອ​ຮ້ອງ​ຂໍ​ໃຫ້​ປ່ອຍ​ໂຕທ່ານ
Bae ​ຍ້ອນ​ເຫັນ ​ແກ່​ມະນຸດສະ​ທໍາ. ບັນດາ​ເຈົ້າ​ໜ້າທີ່​ກ່າວວ່າ
ການ​ຢ້ຽມຢາມ​ໄດ້​ຖືກ​ຍົກເລີກ ​ເພາະວ່າມີ​ການ​ຊ້ອມ​ລົບ​ຮ່ວມ​ທາງ​ທະຫານ ​ລະຫວ່າງ​ສະຫະລັດ​ແລະເກົາຫລີ​ໃຕ້ ຢູ່​ທີ່​ເກົາຫລີ​ໃຕ້​ໃນ​ເວລາ​ນັ້ນ.

ນັກເຜີຍແຜ່​ສາສະໜາຄຣິສຕຽນອາຍຸ 45 ປີ ທ່ານ​ນີ້ ​ໄດ້​ຖືກ​ຈັບ​ໃນປີ​ກາຍ​ນີ້ ຫລັງ​ຈາກ​ໄດ້​ເຂົ້າໄປ​ໃນ​ເກົາຫລີ​ເໜືອ ​ໃນ​ຖານະ​ຜູ້​ນໍາ​ທ່ຽວ.

ມີຊາວ​ອາ​ເມຣິກັນ 5 ຄົນ ໄດ້​ຖືກ​ຄຸມ​ຂັງ​ຢູ່ເກົາຫລີ​ເໜືອ ນັບ​ຕັ້ງ​ແຕ່​ປີ 2009 ​ເປັນຕົ້ນມາ ​ຊຶ່ງ
ໃນ​ທີ່​ສຸດ​ໄດ້​ຖືກ​ປ່ອຍໂຕ ອະ​ນຸຍາດ​ໃຫ້​ກັບ​ບ້ານ ​ໂດຍປາ​ສະ​ຈາກ ການ​ຮັບໃຊ້ໂທດ​ໂດຍ​ເຕັມ ຫລັງ​ຈາກການ​ຢ້ຽມຢາມ​ຂອງ​ຊາວ​ອາ​ເມຣິກັນຜູ້​ສໍາຄັນ ຮວມ​ທັງອະ​ດີດ​ປະທານາທິບໍດີ Bill Clinton ​ແລະ Jimmy Carter.
XS
SM
MD
LG