ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

UNICEF ກ່າວວ່າ ນົມຂອງແມ່ ເປັນອາຫານ ທີ່ດີທີ່ສຸດ ສຳລັບ ພວກທາລົກເກີດໃໝ່


ພວກແມ່ຍິງ ໃຫ້ລູກນ້ອຍຂອງພວກເຂົາເຈົ້າ ກິນນົມແມ່ ໃນລະຫວ່າງ ງານຊຸມນຸມໃຫຍ່ ຢູ່ໃນນະຄອນຫຼວງ Athens ຂອງກຣິສ, ວັນທີ 2 ພະຈິກ 2014.
ພວກແມ່ຍິງ ໃຫ້ລູກນ້ອຍຂອງພວກເຂົາເຈົ້າ ກິນນົມແມ່ ໃນລະຫວ່າງ ງານຊຸມນຸມໃຫຍ່ ຢູ່ໃນນະຄອນຫຼວງ Athens ຂອງກຣິສ, ວັນທີ 2 ພະຈິກ 2014.

ກອງທຶນເພື່ອເດັກ ຂອງອົງການສະຫະປະຊາຊາດ ຫຼື UNICEF ເຕື່ອນວ່າ ພວກທາລົກ ຈຳນວນ 77 ລ້ານຄົນ ທີ່ບໍ່ໄດ້ກິນນົມແມ່ ຫຼັງຈາກກຳເນີດ ພາຍໃນເວລາທີ່ສຳຄັນ ໃນ ເບື້ອງຕົ້ນ ແມ່ນມີຄວາມສ່ຽງສູງຕໍ່ການເສຍຊີວິດ ພາຍໃນ 1 ເດືອນ. ເພື່ອເປັນຂີດໝາຍ ສັບປະດາແຫ່ງການລ້ຽງລູກດ້ວຍນົມແມ່ ຂອງໂລກ ຊຶ່ງເລີ່ມຕົ້ນ ແຕ່ ວັນທີ 1 ຫາ ວັນທີ 7 ສິງຫາ ອົງການ UNICEF ແລະ ອົງການອະນາໄມໂລກ ຫຼື W H O ຈຶ່ງກຳລັງຮຽກຮ້ອງ ໃຫ້ພວກແມ່ທັງຫຼາຍ ຂອງທາລົກ ຈົ່ງໃຫ້ລູກກິນນົມ ໃນ 6 ເດືອນທຳອິດ. ນັກຂ່າວຂອງ ວີໂອເອ Lisa Schlein ລາຍງານມາຈາກນະຄອນ Geneva ຊຶ່ງໄຊຈະເລີນສຸກ ຈະນຳ ເອົາລາຍລະອຽດ ມາສະເໜີທ່ານ.

ອົງການ UNICEF ກ່າວວ່າ ພວກເດັກທາລົກທີ່ເກີດໃໝ່ ຄວນໃຫ້ກິນນົມແມ່ພາຍໃນ ຊົ່ວໂມງທຳອິດຂອງຊີວິດ. ອັນນີ້ ຈະເປັນການສະໜອງທາດອາຫານທີ່ຈຳເປັນ ທີ່ໃຫ້ ພູມຕ້ານທານ ແລະ ການສຳພັດລະຫວ່າງຜິວໜັງຕໍ່ຜິວໜັງ ກັບແມ່ຂອງພວກເຂົາເຈົ້າ ຜູ້ທີ່ປົກປ້ອງພວກເຂົາເຈົ້າຈາກພະຍາດໂຣຄາ ແລະ ການເສຍຊີວິດ.

ອົງການ UNICEF ລາຍງານວ່າ ຖ້າງົດການລ້ຽງລູກດ້ວຍນົມແມ່ ອອກໄປດົນປານໃດ ກໍຍ່ິງຈະມີຄວາມສ່ຽງຕໍ່ການເສຍຊີວິດສູງຂຶ້ນ ໃນເດືອນທຳອິດຂອງຊີວິດທາລົກນັ້ນ. ອົງການດັ່ງກ່າວ ເຕືອນອີກວ່າ ການຖ່ວງເວລາອອກໄປ24 ຊົ່ວໂມງ ຫຼື ຫຼາຍກວ່ານັ້ນ ຫຼັງຈາກກຳເນີດ ກໍຈະມີຄວາມສ່ຽງ ເພີ່ມຂຶ້ນ ເຖິງ 80 ເປີເຊັນ.

ໃນອີກດ້ານໜຶ່ງ ອົງການ UNICEF ໃຫ້ຂໍ້ສັງເກດວ່າ ຫຼາຍກວ່າ 800,000 ຊີວິດ ຈະ ສາມາດຮັກສາໄວ້ໄດ້ ຖ້າພວກທາລົກທັງໝົດ ບໍ່ໃຫ້ກິນຫຍັງທັງນັ້ນ ນອກເໜືອຈາກນົມ ຂອງແມ່ ຕັ້ງແຕ່ເວລາພວກເຂົາກຳເນີດອອກມາ ຈົນຮອດ ອາຍຸ 6 ເດືອນ.

ແຕ່ບໍ່ເປັນຈັ່ງໂຊກ ອົງການ WHO ກ່າວວ່າ ຂໍ້ຄວາມທີ່ກ່າວໄປນີ້ ແມ່ນເຜີຍແພ່ອອກໄປ ຊ້າຫຼາຍ. ໂຄສົກຍິງຂອງ ອົງການ WHO ທ່ານນາງ Fadela Chaib ກ່າວວ່າ ພວກແມ່ ທີ່ໃຫ້ກຳເນີດລູກໃໝ່ໆ ແມ່ນບໍ່ໄດ້ຮັບການສະໜັບສະໜູນ ແລະ ການສົ່ງເສີມ ທີ່ພວກ ເຂົາເຈົ້າຕ້ອງການ ເພື່ອໃຫ້ລ້ຽງລູກຂອງພວກເຂົາເຈົ້າ ດ້ວຍນົມແມ່.

ທ່ານນາງ Chaib ເວົ້າວ່າ “ຄຳຂວັນໃນປີນີ້ ແມ່ນ ໃຫ້ລູກກິນນົມໃນທຸກຫົນທຸກແຫ່ງ ເວລາໃດກໍໄດ້ ເພາະວ່າ ດັ່ງທີ່ຂ້າພະເຈົ້າໄດ້ເວົ້າໄປ ມັນກໍຍັງເປັນບົດບາດຂອງສັງຄົມ ທີ່ຈະເຮັດໃຫ້ອັນນີ້ເປັນໄປໄດ້ ສຳລັບພວກແມ່ທັງຫຼາຍ ຜູ້ທີ່ຢາກຈະໃຫ້ລູກກິນນົມ. ໄດ້ເວົ້າໄປນີ້ ແມ່ນແລ້ວ ມັນແມ່ນບັນຫາອັນເກົ່າແກ່. ພວກເຮົາໄດ້ລົນນະລົງສະເໝີມາ ໃຫ້ລ້ຽງລູກດ້ວຍນົມແມ່ ຫຼາຍຂຶ້ນ ເພາະວ່າພວກເຮົາໝັ້ນໃຈວ່າ ການລ້ຽງລູກດ້ວຍນົມ ແມ່ນັ້ນ ມີຄຸນປະໂຫຍດ. ມັນແມ່ນອາຫານສຳລັບພວກລູກນ້ອຍ ທີ່ສົມບູນ ແທ້ໆ.”

ທ່ານນາງກ່າວວ່າ ຍົກຕົວຢ່າງກໍຄື ການລ້ຽງລູກດ້ວຍນົມແມ່ ປົກປ້ອງພວກເດັກນ້ອຍ ຈາກການເຈັບປ່ວຍຫລາຍແນວ ທີ່ມີຢູ່ທົ່ວໄປ. ພວກເດັກນ້ອຍທີ່ໄດ້ກິນນົມແມ່ ໄດ້ຮັບ ຄະແນນດີ ໃນການສອບເສັງຄວາມສະຫຼຽວສະຫຼາດຕ່າງໆ, ແມ່ນບໍ່ຄ່ອຍມີນ້ຳໜັກຫຼາຍ ເກີນໄປ ຫຼື ຕຸ້ຍເກີນໄປ ແລະ ຈະບໍ່ຄ່ອຍເປັນໂຣກເບົາຫວານ ໃນຊ່ວງໄລຍະຊີວິດຕໍ່ໄປ.

ທ່ານນາງ Chaib ບອກ ວີໂອເອ ວ່າ ການໂຄສະນາທີ່ບໍ່ເໝາະສົມ ຂອງນົມຝຸ່ນ ສຳລັບ ທາລົກ ແມ່ນຍັງສືບຕໍ່ ເປັນບ່ອນທຳລາຍ ຄວາມພະຍາຍາມຕ່າງໆ ທີ່ຈະໃຫ້ພວກແມ່ຍິງ ລ້ຽງລູກນ້ອຍຂອງພວກເຂົາເຈົ້າດ້ວຍນົມແມ່.

ທ່ານນາງ Chaib ເວົ້າວ່າ “ພວກເຮົາບໍ່ໄດ້ຕໍ່ຕ້ານພວກເຂົາເຈົ້າ ທີ່ຜະລິດນົມປະເພດນີ້. ອັນທີ່ພວກເຮົາຕໍ່ຕ້ານ ແທ້ຈິງແລ້ວ ກໍແມ່ນວ່າ ພວກເຂົາເຈົ້າ ໂຄສະນາຄືກັນກັບວ່າ ມັນມີຄຸນຄ່າຄືກັບນົມຂອງແມ່. ມັນເປັນການຂີ້ຕົວະ. ມັນບໍ່ຄືກັນເລີຍ.”

ຄວາມກ້າວໜ້າ ໃນການເຮັດໃຫ້ພວກທາລົກທີ່ເກີດໃໝ່ ກິນນົມແມ່ ພາຍໃນຊົ່ວໂມງ ທຳອິດຂອງການກຳເນີດ ຫຼາຍຂຶ້ນນັ້ນ ແມ່ນລ້າຊ້າ ຕະຫຼອດ 15 ປີ ທີ່ຜ່ານມາ. ການສຳ ຫຼວດຕ່າງໆ ສະແດງໃຫ້ເຫັນວ່າ ຢູ່ໃນ ເຂດໃຕ້ທະເລຊາຍ Sahara ຂອງທະວີບ ອາຟຣິກາ ບ່ອນທີ່ອັດຕາການເສຍຊີວິດ ຂອງພວກເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ແມ່ນ ສູງທີ່ສຸດໃນໂລກ ອັດຕາການລ້ຽງລູກດ້ວຍນົມແມ່ໃນຕອນຕົ້ນໆ ແມ່ນຍັງຄົງບໍ່ມີການ ປ່ຽນແປງເລີຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG