ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

Lao Hip Hop - ບຸນຄຸນຂອງ​ແມ່ (ຄາຣະໂອເກະ)


Lao Hip Hop
Lao Hip Hop
ວັນອາທິດ​ມື້​ນີ້ ຊຶ່ງ​ກົງ​ກັບ ວັນ​ແມ່ ຫຼື​ Mother’s Day ​ໃນ​ສະຫະ
ລັດ ຊຶ່ງ​ຢູ່​ທາງ​ສະຫະລັດ​ອາ​ເມຣິກາ ທີ່​ຈັດ​ໃຫ້​ຖືກ​ວັນ​ອາທິດ ທີ 2
ຂອງ​ເດືອນພຶດ​ສະພາໃນ​ແຕ່ລະ​ປີ ​ເພາະສະ​ນັ້ນມື້​ນີ້ ວັນນະ​ສອນ
​ຈຶ່ງ​ຂໍ​ຖື​ໂອກາດ​ນີ້ຈັດ​ເພງ ທີ່​ມີ​ຄວາມ​ໝາຍ​ດີ ມອບ​ໃຫ້​ບັນດາ​ແມ່
​ທັງຫຼາຍ ວັນນະ​ສອນ​ຂໍ​ຕາງໜ້າ​ໃຫ້​ພວກ​ລູກໆ​ທັງຫຼາຍ ກ່າວ​ຂອບ
​ພະ​ຄຸນ​ໃນ​ທຸກໆຄວາມ​ຮັກ ຄວາມ​ຫວັງ​ດີ ທີ່​ໄດ້​ປົກ​ປ້ອງ​ຄຸ້ມ​ຄອງ
​ແລະ​ລ້ຽງ​ດູ​ພວກ​ລູກ​ໆ​ໃຫ້​ເຕີບ​ໃຫຍ່ ​ແລະ​ເປັນ​ພົນລະ​ເມືອງ​ດີຂອງ​ສັງຄົມ ຈຶ່ງ​ຂໍ​ມອບ
​ເພງ​ນີ້ “ບຸ​ນ​ຄຸນຂອງ​ແມ່” ທີ່​ມີ​ຄວາມ​ໝາຍ​ດີ​ນີ້ ຈາກຄະນະ Lao Hip Hop ມອບ​ໃຫ້.

ສ່ວນ​ເພງ​ທີ 2 ຈັດ​ເພງ​ທີ່​ມີ​ຄວາມ​ໝາຍ​ດີ ເປັນ​ເພງ​ທີ່​ມີ​ຄວາມ​ໝາຍ​ດີ​ອີກ​ຕື່ມ​ເພງ​ນຶ່ງ
ໃນບົດເພງ "ບຸນຄຸນແມ່" ທີ່​ຂັບ​ຮ້ອງ​ໂດຍ ສຸບິນ ຊາ​ມົນຕີ.

ກ່ອນ​ອຳ​ລາ​ທ່ານ​ຜູ້​ຟັງ​ໃນ​ຄ່ຳຄືນນີ້ ວັນນະ​ສອນ​ຂໍ​ມອບ​ເພງສຸດ​ທ້າຍ ທີ່​ເປັນ​ເພງ​ສາກົນ
ຊຶ່ງ ​ເພງ​ນີ້​ໄດ້​ສື່​ຄວາມ​ໝາຍຂອງຄວາມ​ປາດ​ຖະໜາ​ດີຂອງ​ພວກ​ລູກໆ​ທີ່​ຢາກ​ຈະ​ມອບ​ ໃຫ້​ ແມ່ ຢາກ​ເຫັນ​ຮອຍ​ຍິ້ມ​ອັນ​ສົດ​ໃສ ​ແລະ​ດວງ​ຕາ​ທີ່​ເອື້ອ​ອາທອນ ຕໍ່​ພວກ​ລູກໆ​ທັງ
ຫຼາຍ ​ເພາະສະ​ນັ້ນ​ວັນນະ​ສອນ​ຂໍ​ຖື​ຕາງໜ້າ​ໃຫ້​ພວກ​ລູກ​ໆໝົດທຸກ​ຄົນ ກໍ​ຂໍ​ມອບໃຫ້​ແມ່ ​ໃຫ້​ແມ່​ມີ​ຄວາມສຸກ ພໍໆ​ກັນ​ກັບຄວາມສຸກ​ທີ່​ແມ່​ມອບ​ໃຫ້​ພວກ​ລູກ​ເຊັ່ນ​ກັນ ດັ່ງ​ເນື້ອ​ໃນ​ຄວາມ​ໝາຍຂອງ​ເພງ​ນີ້ “My Wish For You” ຈາກ​ກຸ່ມ Rascal Flats. Happy Mother’s Day To All Mothers…​ແລະ​ຂໍໃຫ້ທຸກໆ​ທ່ານ​ນອນ​ຫຼັບ​ຝັນຫວານ…ພົບ​ກັນ​ໃໝ່​ໃນ​ສະບັບ​ໜ້າ.
XS
SM
MD
LG