ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການສູ້ລົບກັນ ຢູ່ເມືອງໂມຊູລ ປະເທດ ອີຣັກ ຍັງເຫຼືອຢູ່ ແຕ່ພຽງ 3 ຄຸ້ມ


ກຳລັງຕຳຫຼວດ ຂອງລັດຖະບານກາງອີຣັກ ພວມຍ່າງ ຢູ່ຕາມຕຶກອາຄານ ທີ່ຖືກທຳລາຍ ໃນເຂດເມືອງເກົ່າ
ໂມຊູລ. (1 ມິຖຸນາ 2017)
ກຳລັງຕຳຫຼວດ ຂອງລັດຖະບານກາງອີຣັກ ພວມຍ່າງ ຢູ່ຕາມຕຶກອາຄານ ທີ່ຖືກທຳລາຍ ໃນເຂດເມືອງເກົ່າ ໂມຊູລ. (1 ມິຖຸນາ 2017)

ການ​ສູ້​ລົບ​ເພື່ອ​ຍາດ​ແຍ່ງ​ເອົາ​ຫົວ​ເມືອງ ​ທີ່​ມີ​ພົນລະ​ເມືອງ​ຫຼາຍ​ເປັນອັນ​ດັບສອງຂອງ
​ອີຣັກແມ່ນ​ຢູ່​ໃນ​ຂັ້ນສຸດ​ທ້າຍ​ແລ້ວ ​ໂດຍ​ທີ່​ພວກ​ນັກ​ລົບ​ຂອງ​ກຸ່ມ​ລັດ​ອິສລາມ ຍັງ​ເຫຼືອ​
ຢູ່​ບໍ່​ຮອດ 1,000 ຄົນ ​ໃນ 3 ຄຸ້ມ ຂອງ​ພາກ​ຕາ​ເວັນ​ຕົກ​ເມືອງ​ໂມ​ຊູ​ລ ອີງ​ຕາມ​ເຈົ້າໜ້າ​
ທີ່​ກອງທັບ​ສະຫະລັດ.

​ໃນ​ການ​ຖະ​ແຫຼງຜ່ານ​ທາງ Skype ຈາກ​ນະຄອນຫຼວງ​ແບກ​ແດັດ ນາຍພົນ​ຈັດຕະວາ
Rick Uribe ຮອງ​ຜູ້​ບັນຊາ​ການ​ກຳລັງ​ແນວ​ໂຮມ ​ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະລັດ​
ໃນ​ອີຣັກ ກ່າວ​ວ່າ “ລະດັບ​ຂອງ​ຄວາມ​ໝົດຫວັງ” ​ໃນ​ໝູ່ພວກ​ນັກລົບ​ລັດ​ອິສລາມແມ່ນ
​ເພີ່ມ​ທະວີ​ຂຶ້ນ.

ນາຍ​ພົ​ນ Uribe ກ່າວ​ຕື່ມ​ວ່າ “ພວກ​ເຂົາ​ຮູ້​ວ່າພວກ​ເຂົາ​ຈະ​ເສຍ​ໄຊ​ຢູ່​ແລ້ວດັ່ງນັ້ນ​ເປົ້າ
ໝາຍ​ຂອງ​ພວກ​ເຂົາ​ກໍ​ຄື ສ້າງ​ຄວາມ​ເສຍ​ຫາຍ​ ໃຫ້ຫຼາຍທີ່​ສຸດ ບໍ່​ພຽງ​ແຕ່ ຕໍ່​ກຳລັງ​ທະ
ຫານ​ຂອງ​ອີຣັກ​ເທົ່າ​ນັ້ນ ​ແຕ່​ຕໍ່​ພວກ​ເຄາະ​ຮ້າຍ​ທີ່​ບໍ່​ມີ​ຄວາມ​ຜິດ​ແລະຜູ້​ໃດ​ກໍ​ຕາມ​ທີ່​ຍັງ
​ເຫລືອ​ຢູ່​ໃນ​ເມືອງ​ດັ່ງກ່າວ.”

ທ່ານ Uribe ກ່າວ​ຕໍ່​ວີ​ໂອ​ເອວ່າ ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ທີ່​ຍັງ​ເຫລືອຢູ່ ​ບໍ່​ຮອດ
1,000 ຄົນ ​ແມ່ນ “​ເປັນ​ນັກ​ລົບ ​ທີ່​ທົນ​ທານ​ທີ່​ສຸດ ​ທີ່​ຍັງ​ເຫຼືອຢູ່” ​ແລະ​ໄດ້​ໃຊ້​ເວລາໃນ
​ເມືອງ​ດັ່ງກ່າວ​ເພື່ອ​ສ້າງ​ບ່ອນ​ເກັບ​ອາວຸດ ກັບ​ດັກ ​ແລະ​ລະບົບ​ອຸ​ໂມງ.

ອີງ​ຕາມ​ນາຍ​ພົນ Uribe ​ແລ້ວ ພວກ​ນັກ​ລົບ​ລັດ​ອິສລາມ ຍັງ​ສືບ​ຕໍ່​ຈັບ​ໂຕ​ປະກັນ ໃນ​
ຄວາມ​ພະຍາຍາມ ​ເພື່ອ​ໃຊ້​ເປັນ​ເຫຍື່ອ​ລໍ້ ໃຫ້​ກຳລັງ​ແນວ​ໂຮມ ​ໂຈມ​ຕີ​ພົນລະ​ເຮືອນ.
ທ່ານ​ເວົ້າວ່າ ນອກ​ນັ້ນພວກ​ເຂົາ​ຍັງ​ໄດ້​ທຳລາຍພື້ນຖານ​ໂຄງ​ລ່າງ​ໃຫ້ຫຼາຍ​ເທົ່າ​ທີ່​ຈະ
​ຫຼາຍ​ໄດ້ ​ເພື່ອ​ໃຫ້​ເປັນ​ການ​ຍາກ​ຕື່ມ​ຂຶ້ນ​ໃນ​ການ​ທີ່​ຈະ​ເຮັດ​ໃຫ້ພາກ​ຕາ​ເວັນ​ຕົກ​ຂອງ​
ເມືອງ​ໂມ​ຊູ​ລ ກັບ​ຄືນ​ເຂົ້າສູ່​ສະພາບ​ປົກກະຕິ​ໄດ້ ຫຼັງຈາກ​ພວກ​ເຂົາ​ປະລາ​ໄຊ​ແລ້ວ.

ສ່ວນ​ໂຄສົກ ຂອງ​ແນວ​ໂຮມ ​ຕໍ່ຕ້ານ​ກຸ່ມ​ລັດ​ອິສລາມ ພັນເອກ Ryan Dillon ກ່າວຕໍ່​
ພວກ​ນັກ​ຂ່າວ​ໃນ​ວັນ​ພະຫັດ​ຜ່ານ​ມານີ້​ວ່າ “ອາວຸດ​ທີ່​ເປັນ​ທາງ​ເລືອກ​ໃນ​ເມືອງ​ໂມ​ຊູ​ລ”
ຍັງ​ສືບ​ຕໍ່​ແມ່ນ​ລະ​ເບີດ​ລົດ.

​ພັນ​ເອກ Dillon ກ່າວ​ຕໍ່​ພວກ​ນັກ​ຂ່າວ ​ທີ່​ທຳນຽບຫ້າ​ແຈ ​ໃນ​ລະຫວ່າງ​ການ​ຖະ​ແຫຼງ
ຂ່າວ​ທາງ​ໂທລະສັບ​ ຈາກ​ນະຄອນ​ແບກ​ແດັດ​ວ່າ “ຍ້ອນ​ການ​ໂຈມ​ຕີ ​ດ້ວຍ​ລະ​ເບີດ
​ລົດ​ຢູ່​ໃນ​ໃຈ ລັດຖະບານ​ອີຣັກ ຈຶ່ງ​ໄດ້​ສັ່ງ​ໃຫ້​ພົນລະ​ເຮືອນ ບໍ່​ໃຫ້​ໃຊ້​ລົດ​ ຫຼືວ່າລົດຈັກ ​
ເພື່ອ​ຫລີີກ​ລ່ຽງຈາກ​ການ​ເຂົ້າ​ໃຈ​ຜິດ​ວ່າ ​ເຂົາ​ເຈົ້າ​ເປັນພວກ​ຫົວ​ຮຸນ​ແຮງ.”

ຫລັງ​ຈາກ​ໄດ້​ຮ້ອງ​ຂໍ​ໃຫ້​ປະຊາຊົນ​ຢູ່​ແຕ່ໃນ​ເຮືອນ​ ກ່ອນ​ການ​ສູ້​ລົບ​ກັນ​ທີ່​ເມືອງ​ໂມຊູ​ລ
ກຳລັງ​ຮັກສາ​ຄວາມ​ສະຫງົບ​ຂອງ​ອີ​ຣັກ ​ບັດ​ນີ້​ໄດ້​ຮຽກຮ້ອງ​ໃຫ້​ພົນລະ​ເຮືອນຍົກຍ້າຍ
​ອອກ​ໜີ​ຈາກ​ເຂດ​ເມືອງ​ເກົ່າເພື່ອ​ຈະ​ຫລຸດຜ່ອນ​ການ​ບາດ​ເຈັບ​ລົ້ມຕາຍທີ່​ບໍ່​ໄດ້​ຕັ້ງ​ໃຈ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG