ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແກັ່ງອາຊະຍາກອນຈີນ ທີ່ດຳເນີນທຸລະກິດຜິດກົດໝາຍ ໃນເຂດລຸ່ມແມ່ນ້ຳຂອງ ສ່ວນໃຫຍ່ເປັນພວກທີ່ບໍ່ມີການສຶກສາ ມາຈາກແຂວງຫູໜານ


ການຈັບກຸມນັກຄ້າຢາເສບຕິດຢູ່ໃນລາວ
ການຈັບກຸມນັກຄ້າຢາເສບຕິດຢູ່ໃນລາວ

ນັກທຸລະກິດຈີນ ຢືນຢັນວ່າ ແກັ່ງອາຊະຍາກອນຈີນ ທີ່ດຳເນີນທຸລະກິດ ຜິດກົດໝາຍໃນເຂດລຸ່ມແມ່ນ້ຳຂອງ ສ່ວນໃຫຍ່ເປັນພວກທີ່ບໍ່ມີການສຶກສາ ມາຈາກແຂວງຫູໜານ ແລະຖືເປັນສ່ວນນ້ອຍຂອງນັກທຸລະກິດຈີນທັງໝົດ ຊຶ່ງຊົງຣິດ ໂພນເງິນ ມີລາຍງານມາຈາກບາງກອກ.

ນັກທຸລະກິດຈີນໃນລາວ ໃຫ້ທັດສະນະວ່າ ການທີ່ລັດຖະບານຈີນ ໄດ້ສົ່ງເສີມ ໃຫ້ບໍລິສັດຈີນ ເຂົ້າມາລົງທຶນໃນເຂດລຸ່ມແມ່ນ້ຳຂອງເພີ້ມຂຶ້ນ ໂດຍສະເພາະແມ່ນ ການລົງທຶນໃນເຂດເສດຖະກິດພິເສດໃນລາວ ມຽນມາ ແລະກຳປູເຈຍໃນດ້ານນຶ່ງ ຍ່ອມຈະສົ່ງຜົນດີຕໍ່​ການພັດທະນາທາງເສດຖະກິດ ລວມທັງຍັງມີການຈ້າງ ແຮງງານໃນທ້ອງຖິ່ນເພີ້ມຂຶ້ນອີກດ້ວຍ ແຕ່ໃນອີກດ້ານນຶ່ງກໍປາກົດວ່າ ມີແກັ່ງອາ ຊະຍາກອນຈີນ ໄດ້ເຂົ້າມາສະແຫວງຫາຜົນປະໂຫຍດຈາກທຸລະກິດຜິດກົດໝາຍ ເພີ້ມຂຶ້ນຢ່າງໄວວາເຊັ່ນກັນ ທັງການຄ້າຢາເສບຕິດ ການຄ້າມະນຸດຂ້າມຊາດ ການຄ້າປະເວນີ ການພະນັນ ແລະການສໍ້ໂກງ ໃນສື່ Online ແລະການ ຟອກເງິນໂດຍຜ່ານບ່ອນກາສິໂນທີ່ຕັ້ງຢູ່ໃນເຂດເສດຖະກິດພະເສດນັ້ນ ກໍບໍ່ໄດ້ ໝາຍຄວາມວ່າ ແກັ່ງອາຊະຍາກອນຈີນເຫຼົ່ານີ້ ເປັນຄົນສ່ວນຫຼາຍຂອງຊາວຈີນ ທີ່ດຳເນີນທຸລະກິດໃນລາວ ແລະເຂດລຸ່ມແມ່ນນ້ຳຂອງແຕ່ຢ່າງໃດ ແຕ່ຖືເປັນຄົນ ຈີນສ່ວນນ້ອຍທີ່ບໍ່ມີການສຶກສາທີ່ສ່ວນໃຫຍ່ ກໍຄືຊາວຈີນທີ່ເດີນທາງມາຈາກແຂວງ ຫູໜານ ດັ່ງທີ່ນັກທຸລະກິດຈີນ ຢືນຢັນວ່າ:

“ຄົນຈີນທີ່ຢູ່ໃນລາວສ່ວນຫຼາຍຈະມາຈາກແຂວາງຫູໜານ ຊຶ່ງເມື່ອທຽບກັບປະຊາ ກອນຄົນຈີນທົ່ວໄປ ຫຼືວ່າສະເລ່ຍ ບໍ່ແມ່ນແນວນີ້ ບາງທີມີກໍລະນີບໍ່ດີ ຫຼືວ່າມີ ປາກົດການຫຍໍ້ທໍ້ເກີດຂຶ້ນຢູ່ລາວ ເພາະສະນັ້ນ ຄົນຈີນທີ່ຢູ່ໃນລາວ ທີ່ວ່າ ມີ ຄວາມຮູ້ ຫຼືວ່າ ມີລະດັບ ຍັງບໍ່ຫຼາຍເນາະ ເປີເຊັນຍັງບໍ່ຫຼາຍ ສ່ວນຫຼາຍທີ່ຄົນຈີນ ມາລາວເປັນຄ້າຂາຍ ແນ່ນອນການສຶກສາບາງຄົນ ກໍອາດຈະຕ່ຳກວ່າຄົນທີ່ ໄປຈົບມະຫາວິທະຍາໄລ ໄປເປັນພະນັກງານລັດ ໄປເປັນພະນັກງານຂອງ ບໍລິສັດໃຫຍ່ໆ ແນ່ນ່ອນບໍ່ຄືກັນຢູ່ແລ້ວ.”

ແຕ່ຢ່າງໃດກໍຕາມ ພາກທຸລະກິດທີ່ກ່ຽຂ້ອງກັບການໃຫ້ບໍລິການ ແລະນຳພານັກ ທ່ອງທ່ຽວຈີນເດີນທາງມາໃນເຂດລຸ່ມນ້ຳຂອງໃນປັດຈຸບັນນີ້ ລ້ວນແຕ່ຕົກຢູ່ພາຍໃຕ້ ການຄວບຄຸມຢ່າງຄົບວົງຈອນໂດຍເຄືອຂ່າຍຂອງແກັ່ງອາຊະຍາກອນຈີນເຊັ່ນກັນ ໂດຍການຈັດຕັ້ງບໍລິສັດຕົວແທນຂຶ້ນມາຜູກຂາດກິດຈະການທີ່ກ່ຽວຂ້ອງກັບນັກ ທ່ອງທ່ຽວຊາວຈີນ ທີ່ເດີນທາງມາໃນລຸ່ມນ້ຳຂອງ ຈົນເດີນທາງກັບຄືນໄປຈີນນັ້ນ ແລ້ວແຕ່ຢູ່ພາຍໃຕ້ການຄວບຄຸມຂອງແກັ່ງອາຊະຍາກອນຈີນທັງສິ້ນ ໂດຍສະ ເພາະແມ່ນໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກໍຍັງປາກົດວ່າມີບັນຫາອາຊະຍາກຳທີ່ກ່ຽວຂ້ອງກັບຊາວຈີນ ເພີ້ມຂຶ້ນນັບມື້ ອີກດ້ວຍ.

ຊຶ່ງພາຍໃຕ້ສະພາການທີ່ເກີດບັນຫາອາຊະຍາກຳເພີ້ມຂຶ້ນດັ່ງກ່າວ ທັງບັນຫາ ຢາເສບຕິດ ການຄ້າເຖື່ອນໜີພາສີ ການຄ້າປະເວນີ ແລະການເຂົ້າເມືອງທີ່ຜິດ ກົດໝາຍນັ້ນ ກໍເຮັດໃຫ້ທາງການແຂວງບໍ່ແກ້ວ ຕ້ອງເພີ້ມມາດຕະການ ກວດກາຢ່າງເຂັ້ມງວດຢູ່ໃນເຂດ 39 ບ້ານ ທີ່ຕັ້ງຢູ່ເຂດຕໍ່ເນື່ອງກັບເຂດເສດຖະກິດ ພິເສດສາມຫຼ່ຽມຄຳ ທີ່ມີຊາວຈີນເດີນທາງມາຫຼິ້ນການພະນັນຢູ່ທີ່ບ່ອນກາສິໂນ King Roman ຫຼາຍເປັນພິເສດ ແລະທາງການລາວ ຈັບຊາວຈີນທີ່ກະທຳ ຄວາມຜິດຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ຫຼາຍກວ່າ 1,500 ຄົນທີ່ ສໍ້ໂກງເງິນຊາວຈີນດ້ວຍກັນຫຼາຍກວ່າ 1,700 ລ້ານຢວນ ນັບແຕ່ປີ 2020 ເປັນຕົ້ນມາ.

ນອກຈາກນັ້ນ ທາງການລາວ ຍັງສາມາດຈັບນັກຄ້າຢາເສບຕິດໄດ້ເຖິງ 13,935 ຄົນ ໃນນີ້ລວມຜູ້ຕ້ອງຫາສັນຊາດຈີນ ມຽນມາ ຫວຽດນາມ ແລະໄທ 2,083 ຄົນ ສ່ວນຢາເສບຕິດ ແລະສານເຄມີທີ່ທາງການລາວ ຢຶດໄດ້ຈາກການຈັບກຸມ ໃນໄລຍະດັ່ງກ່າວນີ້ ມີນ້ຳໜັກເກີນກວ່າ 80 ໂຕນ ຊຶ່ງກໍເຊື່ອວ່າ ເປັນຍ້ອນຢູ່ ໃນລາວ ຍັງບໍ່ມີການປະຫານຊີວິດນັກໂທດ ດັ່ງທີ່ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີປ້ອງກັນຄວາມສະຫງົບ ໃຫ້ການຢືນຢັນວ່າ:

“ນິຕິກຳທີ່ພວກເຮົາຈະປັບປຸງໃໝ່ນີ້ ພວກເຮົາໄດ້ເລີ້ມຂຽນແລ້ວ ໂຕນີ້ລວມທັງ ໂທດປະຫານຊີວິດນີ້ ບາງທ່ານວ່າ ຄັນບໍ່ປະຫານນີ້ ມັນບໍ່ເຂັດ ບໍ່ຫຼາບເດະ ມັນບໍ່ຢ້ານເດະ ແຕ່ວ່າ ຄັນປະຫານນີ້ ກະດຽວນີ້ກະບໍ່ຫຼາຍປານໃດ ປະມານ 500-600 ຄົນ ແຕ່ວ່າ ຈັກສິເອົາມື້ໃດປະຫານ ເພາະວ່າຢູ່ໃນກົດໝາຍ ຍັງບໍ່ທັນມີລະອຽດວ່າ ແດນປະຫານຢູ່ໃສ ໃຜສິເປັນຜູ້ປະຫານ ແລະປະຫານ ດ້ວຍວິທີໃດ ສິສີດຢາ-ສັກຢາບໍ ຄັນເຮັດໂຕນີ້ໄປ ຜັດສາກົນປະທ້ວງເດ້ດຽວນີ້.”

ກ່ອນໜ້ານີ້ ທ່ານຊູວິດ ກະມົນວິສິດ ນັກທຸລະກິດສະຖານບັນເທິງແລະອະ ດີດວຸດທິສະມາຊິກໄທ ຖະແຫລງວ່າ ກາສິໂນຢູ່ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເປັນບ່ອນຮອງຮັບຢາບ້າ ແລະຢາໄອຊ໌ ທີ່ລັກລອບຂົນມາກັບເຮືອ ສິນຄ້າໃນແມ່ນ້ຳຂອງດ້ວຍ ດັ່ງນັ້ນ ຈຶ່ງຖືວ່າ ຜູ້ລົງທຶນ ກໍຄືທ່ານຈ້າວ ເຫວີ່ຍ ນັກທຸລະກິດຊາວຈີນ ມີສ່ວນພົວພັນກັບການຄ້າຢາເສບຕິດ ແຕ່ວ່າ ທ່ານຈ້າວ ເຫວີ່ຍ ກໍໄດ້ຕ້ອບໂຕ້ຂໍ້ກ່າວຫາດັ່ງກ່າວ.

XS
SM
MD
LG