ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສ​ຫລ ​ເກືອດ​ຫ້າມ​ ການ​ໃຊ້​ລະ​ເບີດ​ຝັງ​ດິນ ​ທຳ​ລາຍ​ຄົນ ໂດຍກອງ​ທັບ​ຕົນ ຍົກ​ເວັ້ນ ​ການ​ໃຊ້ສຳ​ລັບ​ປ້ອງ​ກັນ​ເກົາ​ຫລີ​ໃຕ້


ປ້າຍ​ຂອງ​ສາ​ກົນ​ທີ່​ເຕືອນ​ກ່ຽວ​ກັບ​ລະ​ເບີດ​ຝັງ​ດິນ​ຫ້ອຍ​ຢູ່​ສາຍ​ເຊືອກ​ລ້ອມ​ເຂດ​ທີ່​ມີ​ລະ​ເບີດ​ຢູ່​ຂ້າງ​ຄ້າຍ​ທະ​ຫານອາ​ກາດ Bagram ໃນ​ອັ​ຟ​ກາ​ນິ​ສ​ຖານ, ວັນ​ທີ 22 ມີ​ນາ, 2002
ປ້າຍ​ຂອງ​ສາ​ກົນ​ທີ່​ເຕືອນ​ກ່ຽວ​ກັບ​ລະ​ເບີດ​ຝັງ​ດິນ​ຫ້ອຍ​ຢູ່​ສາຍ​ເຊືອກ​ລ້ອມ​ເຂດ​ທີ່​ມີ​ລະ​ເບີດ​ຢູ່​ຂ້າງ​ຄ້າຍ​ທະ​ຫານອາ​ກາດ Bagram ໃນ​ອັ​ຟ​ກາ​ນິ​ສ​ຖານ, ວັນ​ທີ 22 ມີ​ນາ, 2002

ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໄດ້​ປະ​ກາດ​ໃນ​ວັນ​ອັງ​ຄານ​ວານນີ້ວ່າ ຈະ​ມີ​ການ​ເກືອດ​ຫ້າມ​ການ​ໃຊ້​ລະ​ເບີດ​ຝັງ​ດິນ​ທຳ​ລາຍ​ຄົນ ໂດຍກອງ​ທັບ​ສະ​ຫະ​ລັດ ຊຶ່ງຈະ​ເຮັດ​ໃຫ້​ນະ​ໂຍ​ບາຍ​ຂອງ​ປະ​ເທດ​ມີ​ການສອດ​ຄ່ອງ​ຫລາຍ​ຂຶ້ນກັບ​ສົນ​ທິ​ສັນ​ຍາ​ດ້ານ​ການ​ຫ້າມ​ນຳ​ໃຊ້​ວັດ​ຖຸລະ​ເບີດທີ່​ເປັນ​ອັນ​ຕະ​ລາຍ​ຊະ​ນິດນີ້​.

ການ​ປະ​ກາດ​ດັ່ງ​ກ່າວ​ແມ່ນ​ໄດ້​ຕ່າວ​ປີ້​ນ​ຈຸດ​ຢືນ​ທີ່ອະ​ນຸ​ຍາດ​ໃຫ້​ໃຊ້​ໄດ້​ຫລາຍກວ່າຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ​ໃນ​ສະ​ໄໝ​ນັ້ນ ແລະ​ສະ​ຫລຸບ​ການ​ທົບ​ທວນ​ຄືນ ທີ່​ໄດ້​ແກ່​ຍາວໄປ​ນານກວ່າ​ປີ​ນຶ່ງ.

​ລະ​ເບີດ​ຝັງ​ດິນ​ທຳ​ລາຍ​ຄົນແມ່ນ​ຝັງ​ຢູ່​ໃຕ້​ພື້ນ​ດິນ ຫລື​ຫວ່ານ​ໄວ້​ເທິງ​ໜ້າ​ດິນ ແລະ​ສາ​ມາດ​ທີ່​ຈະ​ເປັນ​ໄພ​ຂົ່ມ​ຂູ່​ເຖິງ​ຊີ​ວິດ​ຂອງ​ພົນ​ລະ​ເຮືອນ ​ເປັນ​ເວ​ລາ​ດົນ​ນານ​ຫລັງ ຈາກ​ການ​ສູ້​ລົບ​ກັນ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ.

ພາຍ​ໃຕ້​ນະ​ໂຍ​ບາຍ​ໃໝ່​ນີ້ ສະ​ຫະ​ລັດ ຈະ​ຈຳ​ກັດການ​ໃຊ້​ວັດ​ຖຸ​ລະ​ເບີດ​ປະ​ເພດນີ້ ຢູ່ນອກ​ເໜືອ​ໄປ​ກວ່າ​ ການ​ໃຊ້​ມັນຢູ່​ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ປ້ອງ​ກັນ​ເກົາ​ຫລີ​ໃຕ້ ບໍ່​ໃຫ້ຖືກ​ບຸກ​ລຸກ​ທີ່​ເປັນ​ໄປ​ໄດ້​ ຈາກ​ເກົາ​ຫລີ​ເໜືອ.

ສິ່ງ​ນັ້ນ​ໄດ້ເຮັດ​ໃຫ້​ສະ​ຫະ​ລັດ ຍັງ​ບໍ່​ປະ​ຕິ​ບັດ​ໃຫ້​ສອດ​ຄ່ອງຢ່າງ​ເຕັມ​ສ່ວນ​ກັບ​ສົນ​ທິ​ສັນ​ຍາອອດ​ຕາວາ ທີ່​ເປັນ​ສົນ​ທິ​ສັນ​ຍາ​ທີ່​ເຊັນ​ໃນ​ປີ 1977 ທີ່​ມີ​ຈຸດ​ປະ​ສົງ​ກຳ​ຈັດ​ລະ​ເບີດ​ຝັງ​ດິນ​ທຳ​ລາຍ​ຄົນໃຫ້​ໝົດ​ໄປ​ນັ້ນໄດ້ເທື່ອ.

​ການ​ປະ​ກາດ​ດັ່ງ​ກ່າວ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ຣັດ​ເຊຍ ໄດ້​ໃຊ້ລະ​ເບີດປະ​ເພດນີ້ໃນ​ໄລ​ຍະ​ທີ່​ບຸກ​ລຸກ​ຢູ​ເຄ​ຣນຢູ່ນີ້.

“ໂລກ​ໄດ້​ເຫັນ​ປະ​ຈັກ​ຕາ​ອີກ​ເທື່ອ​ນຶ່ງ ​ເຖິງຜົນ​ກະ​ທົບ​ທີ່​ເປັນ​ໄພຫາຍ​ຍະ​ນະທີ່​ລະ​ເບີດ​ຝັງ​ດິນ​ທຳ​ລາຍ​ຄົນ ຢູ່​ໃນ​ສະ​ພາບ​ການ​ເຮັດ​ສົງ​ຄາມ​ອັນໂຫດ​ຮ້າຍ ແລະ​ບໍ່ມີການ​ເກາະ​ຜິດ​ໃດໆ ໂດຍ​ຣັດ​ເຊຍ ບ່ອນ​ທີ່ການໃຊ້​ລະ​ເບີດ​ພວກນີ້ ແລະ​ປະ​ເພດ​ອື່ນຂອງທະ​ຫານຣັດ​ເຊຍ ​ໄດ້ສ້າງ​ຄວາມ​ເສຍ​ຫາຍ​ແກ່​ພົນ​ລ​ະ​ເຮືອນແລະ​ສິ່ງ​ຂອງ​ພົນ​ລະ​ເຮືອນ​ຢ່າງ​ຫລວງ​ຫລາຍ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ໂຄ​ສົກສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ສະ​ຫະ​ລັດ, ທ່ານນາງ​ອາດ​ຣຽນ ວັດ​ສັນ ທີ່​ກ່າວ​ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ. ​

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG