ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວເມືອງ Moscow ເລືອກຕັ້ງເອົາ ເຈົ້າຄອງກໍາແພງ ຄົນໃໝ່ (ວີ​ດິ​ໂອ)


ທ່ານ Alexei Navalny ຂະນະໂຄສະຫາສຽງເລືອກຕັ້ງ ຕໍາແໜ່ງ
ເຈົ້າຄອງກໍາແພງເມືອງ Moscow
ທ່ານ Alexei Navalny ຂະນະໂຄສະຫາສຽງເລືອກຕັ້ງ ຕໍາແໜ່ງ ເຈົ້າຄອງກໍາແພງເມືອງ Moscow
ພວກ​ປ່ອນ​ບັດໃນ​ເມືອງຫຼວງຂອງຣັດ​ເຊຍ ກໍາລັງ​ພາກັນໄປ​
ຍັງ​ບ່ອນ​ປ່ອນບັດ​ເພື່ອເລືອກ ​ເອົາ​ເຈົ້າຄອງ​ກໍາ​ແພງ​ຄົນໃໝ່.

​ເປັນ​ທີ່ຄາດ​ກັນ​ຢ່າງ​ກວ້າງຂວາງວ່າ ເຈົ້າຄອງ​ກໍາ​ແພງຄົນ
​ປັດຈຸບັນ​ທີ່​ເຂົ້າ​ແຂ່ງຂັນ​ໃໝ່ ທ່ານ Sergei Sobyanin
ທີ່ໜຸນຫຼັງ​ໂດຍ​ວັງ Kremlin ນັ້ນ ຈະ​ຊະນະ​ການ​ເລືອກ​ຕັ້ງ​
ໃນ​ວັນ​ອາທິດມື້​ນີ້ ​ທີ່​ຈະ​ຕັດສິນ​ວ່າ​ຜູ້​ໃດ​ຈະ​ເປັນ​ຜູ້​ນໍາພາ​
ບໍລິຫານ​ນະຄອນ Moscow ນັ້ນ. ທ່ານ Sobyanin ​ເຄີຍ
​ເປັນ​ຫົວໜ້າ​ຫ້ອງການຂອງ​ປະທານາທິບໍດີຣັດ​ເຊຍ ທ່ານ
Vladimir Putin ມາ​ກ່ອນ ​ແລະ​ໄດ້​ຖືກ​ແຕ່ງຕັ້ງ​ເປັນ​ເຈົ້າ
ຄອງ​ກໍາແພງ Moscow ​ເມື່ອ​ສາມ​ປີຜ່ານມາ.

​ແຕ່​ແນວ​ໃດ​ກໍ​ດີ ທ່ານ Alexei Navalny ຜູ້ຂຽນຂໍ້ຄວາມ​ລົງ​ເວັບ​ໄຊ້ ຕໍ່ຕ້ານ​ການ​ສໍ້​ລາດ
ບັງຫຼວງ ​ໄດ້​ເຮັດໃຫ້ການ​ແຂ່​ງຂັນ​ເລືອກ​ຕັ້ງ​ຄັ້ງ​ນີ້ ກາຍ​ມາ​ເປັນ​ອັນ​ທີ່​ເວົ້າ​ກັນວ່າ ​ເປັນ​ການ ເລືອກ​ຕັ້ງ​ທີ່​ມີ​ການແຂ່ງຂັນ​ກັນ​ຢ່າງ​ແທ້​ຈິງ​ຄັ້ງ​ທໍາ​ອິດຂອງຣັດ​ເຊຍ ນັບ​ຕັ້ງ​ແຕ່​ໄລຍະຫຼັງ
ຈາກ​ຍຸກ​ໂຊ​ວຽດສິ້ນ​ສຸດ​ລົງ. ທ່ານ Navalny ​ເອງເວົ້າ​ວ່າ :

“ຂ້າ​ພະ​ເຈົ້າຫວັງ​ວ່າ ການ​ໂຄສະນາ​ຫາ​ສຽງ​ການ​ເລືອກ​ຕັ້ງ​ໃນ​ມື້​ນີ້ ຈະ​ດໍາເນີນ​ໄປໄດ້​ດີ ​ແລະ​ຈະ​ບໍ່​ມີ​ການລະ​ເມີດ​ໃດໆ. ​ແທ້ໆ​ແລ້ວ ຂ້າພະ​ເຈົ້າ​ແມ່ນ​ຢາກ​ໃຫ້ປະຊາຊົນ​ເມືອງ Moscow ໄດ້​ສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ ຂອງ​ພວກ​ເຂົາ​ເຈົ້າ​ອອກ​ມາ​ໄດ້ໃນທີ່​ສຸດ ​ແລະ​ເລືອກ​ເອົາ​ເຈົ້າຄອງ​ກໍາ​ແພງ​ທີ່​ພວກ​ເຂົາ​ເຈົ້າຕ້ອງການ​ແທ້ໆ ​ແລະ​ຮັບຮອງ​ເອົາສະພາບແວດ​ລ້ອມ​ທາງ​ການ​ເມືອງ​ທີ່​ພວກ​ເຂົາ​ເຈົ້າຢາກໃຫ້​ມີ ​ຢູ່​ໃນ​ເມືອງ​ Moscow ຍຸກ​ໃໝ່​ນີ້.”

ຜົນການ​ຢັ່ງ​ຫາງ​ສຽງ​ຊີ້​ແນະ​ວ່າ ທ່ານ Sobyanin ຈະ​ຊະນະ​ຄະ​ແນນ​ສຽງ​ສ່ວນຫຼາຍຢ່າງ​ງ່າຍດາຍ ​ແລະ​ຄາດ​ວ່າ​ທ່ານ Navalny ຈະ​ໄດ້​ຮັບຄະ​ແນນ​ສຽງ ພຽງປະ​ມານ 20 ​ເທົ່າ​ນັ້ນ.

ເບິ່ງວີດີໂອ:

Moscow Election
please wait
Embed

No media source currently available

0:00 0:00:56 0:00
XS
SM
MD
LG