ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມົສກູ ຈະເປັນເຈົ້າພາບ ຈັດກອງປະຊຸມ ຮອບທີ ສາມ ກ່ຽວກັບ ການປ້ອງກັນ ການກໍ່ການຮ້າຍ


ເດັກນ້ອຍ ພາກັນຫລິ້ນຢູ່ໃນສູນອົບພະຍົບໃນນະຄອນ Kabul, ປະເທດ Afghanistan.
ເດັກນ້ອຍ ພາກັນຫລິ້ນຢູ່ໃນສູນອົບພະຍົບໃນນະຄອນ Kabul, ປະເທດ Afghanistan.

ຣັດ​ເຊຍ ປາ​ກິ​ສຖານ ​ແລະ​ຈີນ​ຈະ​ສົນທະນາ​ກັນ​ຮອບ​ທີສາມ ກ່ຽວກັບ​ການ​ປະ​ເຊີນ
​ໜ້າ​ກັບ​ການ​ກໍ່​ການ​ຮ້າຍ ທີ່​ນະຄອນ​ມົສກູ​ໃນ​ວັນ​ທີ 27 ທັນ​ວ່າ​ຈະ​ມາ​ເຖິງ​ນີ້ ​ໂດຍ​
ສະ​ເພາະ ​ເນັ້ນ​ໜັກ​ໃສ່​ຄວາມ​ວຸ້ນວາຍ​ທີ່​ເກີດ​ຂຶ້ນ​ໃນ​ອັຟກາ​ນິສຖານ.

​ເອກ​ອັກຄະລັດຖະທູດຣັ​ດ​ເຊຍ​ທີ່​ນະຄອນ Islamabad ທ່ານ Alexey Dedov ​ໄດ້
​ເປີດ​ເຜີຍ​ລາຍ​ລະອຽດ​ຢູ່ໃນ​ການ​ສຳພາດທາງ​ວິທະຍຸ ຂອງ​ລັດຖະບານ​ປາ​ກິ​ສຖານ.

ທ່ານ​ກ່າວ​ວ່າ ນີ້​ຈະ​ເປັນ​ການ​ປະຊຸມ​ເທື່ອ​ທີ​ສາມ​ຂອງ “ການ​ປະຕິ​ບັດ​ງານ​ສາມ​ຝ່າຍ ​
ກ່ຽວ​ກັບ​ອັຟກາ​ນິສຖານ” ຫລັງ​ຈາກ​ການ​ປະຊຸມ​ທີ່​ນະຄອນ​ປັກ​ກິ່ງ ​ແລະ Islamabad.

ທ່ານ Dedov ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ “ອັນ​ທີ່ພວກ​ເຮົາ​ເຫັນ​ຢູ່​ໃນ​ອັ​ຟກາ​ນິສຖານ ​ໂຊກ​ບໍ່​ດີ
ທີ່ມີ​ຄວາມ​ເປັນ​ຫ່ວງ​ເພາະວ່າ ບໍ່​ໄດ້​ນຳ​ມາ​ຕໍ່​ຄວາມ​ເປັນ​ໄປ​ໄດ້​ແກ່​ພວກ​ເຮົາ. ມີ​ການ​ຂາດ​ສ່ວນ​ປະກອບ​ທີ່​ສຳຄັນ​ສາມ​ຢ່າງກໍ​ຄື ຄວາ​ມຖຸ່ນທ່ຽງ​ກູ້​ມຕົນ​ເອງ​ທາງ​ເສດຖະກິດ ການ​ປົກຄອງ​ທີ່​ດີ ​ແລະ​ກຳລັງ​ທະຫານ​ທີ່​ເຂັ້ມ​ແຂງ.”

ບັນດາສະມາຊິກກຸ່ມ Taliban ເຕົ້າໂຮມກັນຢູ່ໃນແຂວງ Ghazni ປະເທດ ອັຟການິສຖານ.
ບັນດາສະມາຊິກກຸ່ມ Taliban ເຕົ້າໂຮມກັນຢູ່ໃນແຂວງ Ghazni ປະເທດ ອັຟການິສຖານ.

​ບັນດາ​ເຈົ້າ​ໜ້າ​ທີ່ ປາ​ກິ​ສຖານ ຣັດ​ເຊຍ ​ແລະ​ຈີນ​ເນັ້ນໜັກ​ວ່າ ຄວາມ​ລົ້ມ​ແຫລວ​ດ້ານ
ຄວາມ​ປອດ​ໄພ ​ແລະ​ການ​ໂພ​ໂຕ​ຂຶ້ນ​ມາທີ່​ພົວພັນ​ກັບ​ລັດ​ອິສລາມ​ຢູ່​ຂົງ​ເຂດ​ຊາຍ​ແດນ
​ຂອງ​ອັຟກາ​ນິສຖານ ໄດ້ຮຽກຮ້ອງ​ໃຫ້​ມີ​ການ​ປຶກສາ​ຫາລື​ສາມ​ຝ່າຍ ດ້ວຍ​ແບບ​ແຜນ​
ທີ່​ແນ​ໃສ່ “ການ​ຕ້ານ​ຮ່າງ​ການຈັດ​ຕັ້ງ​ກໍ່​ການ​ຮ້າຍ​ຢູ່​ໃນ​ຂົງ​ເຂດ” ​ເພື່ອ​ປະ​ເຊີນ​ໜ້າ
“ຜົນ​ກະທົບ​ຂອງ​ການ​ລົ້ນ​ເຂົ້າ​ມາ” ຂອງການ​ກໍ່​ການ​ຮ້າຍ.

ພາຍບັນທຶກ ອະດີດນາຍົກລັດຖະມົນຕີ ອັຟການິສຖານ ທ່ານ Ahmad Shah Ahamdzai, ຂວາ, ສົນທະນາກັບບັນດາຜູ້ແທນ.
ພາຍບັນທຶກ ອະດີດນາຍົກລັດຖະມົນຕີ ອັຟການິສຖານ ທ່ານ Ahmad Shah Ahamdzai, ຂວາ, ສົນທະນາກັບບັນດາຜູ້ແທນ.

ພວກ​ຫົວ​ຮຸນ​ແຮງ Taliban ​ໃນ​ປີ​ທີ່​ຜ່າ​ນມາ​ໄດ້​ເປີດ​ສົງຄາມແນວ​ໜ້າ​ໃໝ່​ຕ້ານ ກຳລັງ​ຮັກ
ສາ​ຄວາມ​ປອດ​ໄພອັຟກາ​ນິສຖານຢູ່​ໃນ​ຫລາຍ​ແຂວງ​ທາງ​ພາກ​ເໜືອ ທີ່​ຕິດ​ກັບ​ອ​ະດີດ​ໂຊ​ຫວຽດ​ເອ​ເຊຍ​ກາງ.

ມົສກູມີ​ຄວາມ​ເປັນ​ຫ່ວງ​ວ່າ ການ​ເພີ້ິມບໍ່​ມີ​ຄວາມ​ປອດ​ໄພ​ຢູ່​ພາກ​ເໜືອ​ຂອງ​ອັຟກາ​ນິສຖານ​ຈະ​ຊັກ​ຊວນ​ໃຫ້ IS ສົ່ງ​ອອກ​ການ​ກໍ່​ການ​ຮ້າຍ​ມາ​ສູ່ຣັດ​ເຊຍ ​ແລະ​ຈີນ ຜ່ານ​ທາງ​ຂົງ​ເຂດ​ເອ​ເຊຍ​ກາງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG