ນັກຂ່າວຂອງສຽງອາເມຣິກາຄົນນຶ່ງ ແມ່ນນຶ່ງໃນຈຳນວນພົນລະເມືອງສະຫະລັດ 200 ກວ່າຄົນ ທີ່ລັດຖະບານຣັດເຊຍ ວາງມາດຕະການລົງໂທດ ໃນວັນພະຫັດວານນີ້.
ກະຊວງການຕ່າງປະເທດຣັດເຊຍປະກາດ ໃນວັນພະຫັດວານນີ້ວ່າ ຕົນໄດ້ລົງໂທດຕໍ່ທ່ານ ເຈຟ ເຊລດິນ (Jeff Seldin) ຜູ້ທີ່ຮັບຜິດຊອບລາຍງານກ່ຽວກັບບັນຫາຄວາມປອດໄພແຫ່ງຊາດ ຢູ່ ສຽງອາເມຣິກາ ຫຼື VOA. ທ່ານ ເຊລດິນ (Seldin) ເປັນນຶ່ງໃນບັນດານັກຂ່າວຫລາຍຄົນ, ລວມເຖິງບາງຄົນຈາກໜັງສືພິມ Washington Post ແລະ The New York Times, ທີ່ຢູ່ໃນມາດຕະການລົງໂທດ ຕໍ່ພົນລະເມືອງສະຫະລັດ ຄັ້ງຫລ້າສຸດນີ້.
ລວມທັງຫມົດ, ມີພົນລະເມືອງອາເມຣິກັນ 227 ຄົນ ຖືກລວມຢູ່ໃນການລົງໂທດຮອບນີ້ ກ່ຽວກັບສິ່ງທີ່ລັດຖະບານຣັດເຊຍກ່າວວ່າ ເປັນ "ກິດຈະກໍາຕໍ່ຕ້ານຣັດເຊຍ."
"ການເຂົ້າມາໃນສະຫະພັນຣັດເຊຍແມ່ນຖືກປິດບໍ່ໃຫ້ຊາວອາເມຣິກັນ 227 ຄົນດັ່ງກ່າວ ທີ່ພົວພັນໃນການສ້າງ, ການນຳໄປປະຕິບັດ ແລະການໃຊ້ເຫດຜົນທີ່ເປັນແນວທາງຂອງໂຣກຢ້ານຣັດເຊຍ ໂດຍລັດຖະບານສະຫະລັດໃນປັດຈຸບັນ,"ກະຊວງການຕ່າງປະເທດຣັດເຊຍ ກ່າວໃນຖະແຫຼງການສະບັບນຶ່ງ ໃນເວັບໄຊຂອງກະຊວງ.
ການປະກາດດັ່ງກ່າວ ມີຂຶ້ນພຽງນຶ່ງມື້ ກ່ອນການເລີ່ມຕົ້ນ ການເລືອກຕັ້ງປະທານາທິບໍດີໃນຣັດເຊຍ ທີ່ ປະທານາທິບໍດີ ວລາມີເມຍ ປູຕິນ ແມ່ນຮັບປະກັນໄດ້ວ່າ ຈະເປັນຜູ້ຊະນະ.
ນັກຂ່າວຄົນອື່ນໆ ທີ່ຖືກລົງໂທດແມ່ນຮວມທັງ ໂຈເຊບ ມາກສ (Joseph Marks), ໂຈເຊບ ເມນນ໌ (Joseph Menn), ເອລເລນ ນາກາຊິມາ (Ellen Nakashima) ແລະ ທິມ ສຕາກສ (Tim Starks) ຂອງໜັງສືພິມ Washington Post. ໂຣເບີດ ເວີດທ (Robert Worth) ຈາກ The New York Times ກໍຢູ່ໃນລາຍຊື່ນັ້ນ ເຊັ່ນກັນ.
ທ່ານ ເຊລດິນ (Seldin) ຊີ້ບອກໃຫ້ ວີໂອເອ ໄປຫາທີມປະຊາສຳພັນຂອງອົງການຂ່າວ.
ອົງການຂ່າວ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ໜ້າທີ່ຂອງ VOA ແມ່ນການສະໜອງຂ່າວ ແລະຂໍ້ມູນ ທີ່ຖືກຕ້ອງ ມີເປັນກາງ ແລະ ຮອບດ້ານ ໃຫ້ກັບທຸກພາກສ່ວນຂອງໂລກ." "ພວກເຮົາຢືນຢູ່ຂ້າງການລາຍງານຂອງ ທ່ານ ເຈຟ (Jeff) ແລະຈະບໍ່ຖືກຂັດຂວາງຈາກການໃຫ້ບໍລິການຜູ້ຊົມຂອງພວກເຮົາໃນຣັດເຊຍ."
ຟໍຣັມສະແດງຄວາມຄິດເຫັນ