ຣັດເຊຍກ່າວຫາ ຢູເຄຣນ ໃນວັນສຸກມື້ນີ້ວ່າ ໄດ້ໃຊ້ລູກສອນໄຟທີ່ສະໜອງໃຫ້ ໂດຍ ສະຫະລັດ ເພື່ອສັງຫານພວກແມ່ຍິງ ແລະເດັກນ້ອຍ ໃນຂົງເຂດພາກ ໃຕ້ຂອງ ຣັດເຊຍ, ແລະກ່າວວ່າ ວໍຊິງຕັນ ຈະຕ້ອງຖືກປະນາມ, ອີງຕາມລາຍ ງານຂອງອົງການຂ່າວ Reuters.
ນີ້ແມ່ນຄັ້ງທຳອິດທີ່ ຣັດເຊຍ ກ່າວວ່າ ຕົນຕ້ອງການໃຫ້ ສະຫະລັດ ຮັບຜິດ ຊອບຕໍ່ການເສຍຊີວິດຂອງພົນລະເຮືອນຢູ່ໃນດິນແດນຂອງຕົນ, ເຊິ່ງເປັນຂໍ້ກ່າວຫາທີ່ມີຂຶ້ນລຸນຫຼັງການກ່າວເຕືອນຂອງປະທານາທິບໍດີ ທ່ານ ວລາດີເມຍ ປູຕິນ ວ່າ ປະເທດຕາເວັນຕົກກຳລັງພາກັນຫຼິ້ນກັບໄຟ ແລະກໍາລັງມີຄວາມສ່ຽງໃຫ້ ເກີດຄວາມຂັດແຍ້ງຢູ່ໃນທົ່ວໂລກ ໂດຍປ່ອຍໃຫ້ ຢູເຄຣນ ຍິງອາວຸດຕ່າງໆທີ່ສະ ໜອງໃຫ້ໂດຍຝ່າຍຕາເວັນຕົກ ເຂົ້າສູ່ ຣັດເຊຍ.
ອົງການຂ່າວ Reuters ບໍ່ສາມາດຢັ້ງຢືນຄຳຢືນຢັນດັ່ງກ່າວໄດ້ຢ່າງເສລີ ແລະຍັງບໍ່ທັນມີການສະແດງຄວາມເຫັນໃດໆຈາກ ຢູເຄຣນ ຫຼື ສະຫະລັດ ເທື່ອ.
ໂຄສົກກະຊວງການຕ່າງປະເທດ ທ່ານນາງ ມາເຣຍ ຊາຄາໂຣວາ (Maria Zakharova) ກ່າວວ່າ ການໂຈມຕີດັ່ງກ່າວມີຂຶ້ນໃນຊ່ວງອາທິດແລ້ວນີ້ ຢູ່ບໍລິເວນພາກພື້ນ ເບລໂກຣອດ ບໍ່ດົນລຸນຫລັງ ສະຫະລັດ ກ່າວວ່າ ຕົນໄດ້ຕົກລົງເຫັນດີເປັນຄັ້ງທຳອິດໃຫ້ ຢູເຄຣນ ຍິງອາວຸດທີ່ສະໜອງໃຫ້ໂດຍ ສະຫະລັດ ເຂົ້າໄປໃນ ຣັດເຊຍ.
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ຢືນຢັນວ່າ ປະທານາທິບໍດີ ໂຈ ໄບເດັນ ໄດ້ເຊັນຮັບຮອງເພື່ອຍົກລະດັບບາດ ກ້າວດັ່ງກ່າວ, ໂດຍຈະເຮັດໃຫ້ ຢູເຄຣນ ສາມາດປົກປ້ອງພາກພື້ນ ຄາກີບ ທີ່ຕິດກັບເຂດ ເບລໂກຣອດ. ສະຫະລັດ ຍັງຄົງຫ້າມຢູເຄຣນບໍ່ໃຫ້ຍິງອາວຸດ ຂອງສະຫະລັດ ເຂົ້າສູ່ດິນແດນຂອງ ຣັດເຊຍ ຫຼາຍກວ່ານີ້.
ທ່ານນາງ ຊາຄາໂຣວາ (Zakharova) ກ່າວໃນຖະແຫຼງການໂດຍກ່າວວ່າ ວໍຊິງຕັນ ໄດ້ເປີດໄຟຂຽວໃຫ້ແກ່ການໂຈມຕີດັ່ງກ່າວ ແມ່ນເປັນ “ການສາລະພາບຕໍ່ການສັງຫານເດັກນ້ອຍ ແລະແມ່ຍິງ ຢູ່ໃນພາກພື້ນ ເບລໂກຣອດ”.
ST PETERSBURG, Russia, June 7 (Reuters) - Russia alleged on Friday that Ukraine had used U.S.-supplied rockets to kill women and children in a region of southern Russia and said that Washington was to blame.
It was the first time that Russia has said it holds the United States responsible for civilian deaths on its own soil - an accusation that follows warnings by President Vladimir Putin that the West is playing with fire and risking a global conflict by letting Ukraine fire Western-supplied weapons into Russia.
Reuters could not independently verify the assertion and there was no immediate comment from Ukraine or the United States.
Foreign Ministry spokeswoman Maria Zakharova said the strikes had occurred last week in the Belgorod region shortly after the United States said it had agreed for the first time to let Ukraine fire U.S.-supplied weapons into Russia.
U.S. Secretary of State Antony Blinken confirmed on May 31 that President Joe Biden had approved the step so Ukraine could defend its Kharkiv region, which lies adjacent to Belgorod. The U.S. still bars Ukraine from firing U.S. weapons deeper into Russia.
Zakharova said statements by Washington giving the green light for such attacks amounted to "a confession...for the murder of children and women in the Belgorod region".
ຟໍຣັມສະແດງຄວາມຄິດເຫັນ