ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໔ ກັນຍາ ໒໐໒໓

ມົສກູ ມີລາຍງານ ກ່ຽວ​ກັບ​ການ​ຄຸມຂັງ ນາຍພົນຊູໂຣວິກິນ ໃນຖານສົງໄສ ເຊື່ອມໂຍງກັບກຸ່ມກະບົດແວກເນີ


ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ຂວາ ຕົບມື ສັນລະເສີນນາຍພົນ ເຊິເກ ຊູໂຣວິກິນ ລະຫວ່າງພິທີ່ມອບລາງວັນ ໃຫ້ແກ່ກອງທະຫານສູ້ລົບໃນຊິເຣຍ ທີ່ວັງແຄຣມລິນ ວັນທີ 28 ທັນວາ 2017.

ພວກເຈົ້າໜ້າທີ່ຣັດເຊຍປາກົດວ່າໄດ້ກັກຂັງ ນາຍພົນເຊີເກ ຊູໂຣວິກິນ ໃນຖານສົງໄສວ່າ ທ່ານພົວພັນກັບການ​ກໍ່ກະບົດ​ຂອງ​ກຸ່ມແວກເນີ​ໃນອາທິດແລ້ວນີ້ ອີງຕາມລາຍງານ​ສື່ມວນຊົນ.

ລາຍລະອຽດທີ່ສະເພາະເຈາະຈົງພົວພັນກັບຖາ​ນະຂອງນາຍພົນຊູໂຣວິກິນ ຍັງບໍ່ເປັນ​ທີ່ຈະແຈ້ງ ແຕ່ພວກເຈົ້າໜ້າທີ່ຂັ້ນ​ສູງ​ຂອງຣັດເຊຍແລະສະຫະລັດ ໄດ້ກ່າວວ່າ ນາຍພົນອະວຸໂສໄດ້ຖືກກັກຂັງອີງ​ຕາມ​ລາຍ​ງານ​ຂອງໜັງສືພິມ Financial Times ແລະ The New York Times ໃນວັນພະຫັດວານນີ້.

ຄຳຖາມຕ່າງໆກ່ຽວກັບວ່າ ນາຍພົນຊູໂຣວິກິນ ໄດ້ຢູ່ໃສນັ້ນຍັງບໍ່​ທັນ​ແນ່ນອນ​ມາ​ໄດ້ຫລາຍມື້​ແລ້ວ ເພາະວ່າ​ບໍ່​ໄດ້​ເຫັນນາຍພົນ​ທ່ານນີ້ຢູ່ໃນ​ທີ່ສາທາລະນະ ນັບແຕ່ວັນທີ 24 ມິຖຸນາ ເວລາກຸ່ມທະຫານຮັບຈ້າງແວກເນີ ໄດ້ເດີນໄປສູ່ມົສກູ. ນາຍພົນຊູໂຣວິກິນໄດ້ເປັນທີ່ຮູ້ວ່າມີຄວາມສຳພັນ​ທີ່ດີກັບຜູ້ນຳຂອງ​ກຸ່ມແວກເນີ ເຢບ​ເກນີ ປຣີໂກຊິນ.

ບໍ່ເປັນທີ່ແຈ່ມແຈ້ງວ່າ ນາຍພົນຊູໂຣວິກິນ ຮອງຜູ້ບັນຊາການຂອງກອງກຳລັງຣັດເຊຍ​ທີ່ບຸລຸກ​ເຂົ້າ​ໄປໃນຢູເຄຣນ ໄດ້ຖືກກ່າວຫາຢ່າງເປັນທາງການ​ໃນການມີສ່ວນໃນການ​ກໍ່​ກະ​ບົດ ຫຼືພຽງແຕ່ຖືກຄຸມຂັງເພື່ອສອບຖາມ.

ແຕ່ວ່າມົສກູຍັງບໍ່ທັນໄດ້ຢືນຢັນຢ່າງເປັນທາງການວ່າ ມີຫຍັງໄດ້ເກີດຂຶ້ນຕໍ່ທ່ານນ.

ໂຄສົກວັງ​ເຄຣັມລິນ ທ່ານເດີມີຕຣີ ແປສກັອຟ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ທ່ານບໍ່ສາມາດໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ໄດ້​ກ່ຽວ​ກັບສະຖານະການຂອງນາຍພົນຊູໂຣວິກິນ ແລະກ່າວວ່າ ພວກນັກຂ່າວຄວນຕິດຕໍ່ກັບກະຊວງປ້ອງກັນປະເທດ.

ນາຍພົນຊູໂຣວິກິນ ໄດ້ປາກົດໂຕຢູ່ໃນວີດິໂອໃນວັນເສົາທີ່ຜ່ານມາ ຮຽກຮ້ອງກຸ່ມແວກເນີ ໂຈະການເຄື່ອນໄຫວທາງທະຫານ ແລະກັບຄືນສູ່ຄ້າຍຂອງເຂົາເຈົ້າ.

ລູກສາວຂອງທ່ານ ນາງເວໂຣນິກາ ໄດ້ອ້າງວ່າ “ທຸກສິ່ງຢ່າງບໍ່​ມີ​ບັນ​ຫາກັບພໍ່ຂອງນາງ. “ຄວາມຈິງແລ້ວ ບໍ່ ບໍ່ມີຫຍັງໄດ້ເກີດຂຶ້ນກັບທ່ານ. ທ່ານເຮັດວຽກຢູ່ໂຮງການ” ນາງໄດ້ກ່າວຕໍ່​ອົງ​ການຂ່າວບາຊາຂອງຣັດເຊຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG