ສານແຫ່ງນຶ່ງໃນມົສກູ ໄດ້ປະກາດໃຫ້ບໍລິສັດທີ່ເປັນຜູ້ຈັດການກ່ຽວກັບການປະຕິບັດງານ ຂອງວິທະຍຸຢູໂຣບເສລີ/ວິທະຍຸອິດສະຫຼພາບ ຫຼື RFE/RL ເປັນບໍລິສັດລົ້ມລະລາຍ.
ຄຳສັ່ງດັ່ງກ່າວມີຂຶ້ນໃນວັນຈັນແລ້ວ ຫຼັງຈາກບໍລິສັດດັ່ງກ່າວໄດ້ປະຕິເສດບໍ່ຍອມຈ່າຍເງິນປັບໃໝ ຊຶ່ງມີມູນຄ່າທັງໝົດ 14 ລ້ານໂດລາ ຍ້ອນບໍ່ປະຕິບັດຕາມກົດໝາຍຕົວແທນຕ່າງປະເທດຂອງຣັດເຊຍ.
ຣັດເຊຍໄດ້ລະບຸວ່າ ວິທະຍຸ RFE/RL ເປັນຕົວແທນຂອງຕ່າງປະເທດ ພ້ອມກັບຕາໜ່າງພວກນັກຂ່າວຂອງວິທະຍຸ 30 ກວ່າຄົນ. ນັບແຕ່ໄດ້ມີການຮຸກຮານເຂົ້າໄປໃນຢູເຄຣນປີກາຍນີ້ ວັງເຄຣັມລິນໄດ້ຂັດຂວາງບໍ່ໃຫ້ມີການເຂົ້າເຖິງເວັບໄຊຂອງສື່ມວນຊົນຕ່າງ ປະເທດຮວມທັງ RFE/RL ແລະວີໂອເອນຳດ້ວຍ. ອົງການອອກອາກາດທັງສອງ ເປັນພະແນກການອິດສະຫຼະພາຍໃຕ້ອົງການສື່ມວນຊົນໂລກຂອງສະຫະລັດ ຫຼື USAGM.
ວິທະຍຸ RFE/RL ໄດ້ອ້າງຄຳເວົ້າຂອງປະທານບໍລິຫານ ທ່ານເຈມມີ ຟລາຍ ທີ່ກ່າວໃນວັນຈັນຜ່ານມານີ້ວ່າ “ວັງເຄຣັມລິນ ເວລານີ້ໄດ້ເຮັດໃຫ້ບໍລິສັດຂອງພວກເຮົາຢູ່ຣັດເຊຍລົ້ມລະລາຍ ປິດກັນເວັບໄຊຂອງພວກເຮົາແລະລະບຸນັກຂ່າວຂອງພວກເຮົາວ່າເປັນຕົວແທນຕ່າງປະເທດ ແຕ່ບັນດາຜູ້ຕິດຕາມລາຍການຂອງພວກເຮົາໃນຣັດເຊຍ ຍັງສືບຕໍ່ເພີ້ມຈຳນວນຂຶ້ນ.”
ທ່ານຟລາຍກ່າວຕື່ມວ່າ ຊາວຣັດເຊຍ “ພວມຊອກຫາແຫຼ່ງຂໍ້ມູນອິດສະຫຼະ. ການໂຈມຕີຫຼ້າສຸດຕໍ່ບໍລິສັດພວກເຮົາຢູ່ໃນຣັດເຊຍ ຈະບໍ່ພາໃຫ້ມີການປ່ຽນແປງຄວາມຈິງ.