ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານນະຄອນຫຼວງມົສກູ ປະຕິເສດທີ່ຈະຮັບຟັງ ການຂໍອຸທອນ ໂດຍນັກຂ່າວອາເມຣິກັນ ທີ່ຖືກຄຸມຂັງ

ເອກອັກຄະລັດຖະທູດສະຫະລັດປະຈໍາ ຣັດເຊຍ ທ່ານນາງລີນ ເທຣຊີ (Lynne Tracy), ກາງ, ກ່າວຕໍ່ອົງການຂ່າວ ລຸນຫຼັງຮັບຟັງການພິຈາລະນາຄະດີກ່ຽວກັບກໍລະນີຂອງນັກຂ່າວ Wall Street Journal ທ່ານອີວານ ເກີສໂກວິສ ຢູ່ທີ່ສານນະຄອນຫຼວງມົສກູ, ຣຫດເຊຍ, ວັນທີ 19 ກັນຍາ 2023.

ສານນະຄອນຫຼວງມົສກູ, ໃນວັນອັງຄານວານນີ້ ໄດ້ປະຕິເສດ ທີ່ຈະຮັບຟັງການ​ຂໍອຸທອນຂອງນັກຂ່າວໜັງ​ສື​ພິມ Wall Street Journal ທ່ານ ອີວານ ເກີສໂກວິສ ຕໍ່ການຕັດສິນທີ່ຕໍ່ເວລາການກັກຂັງທ່ານອອກໄປ ເປັນເວລາສາມເດືອນ, ອີງຕາມອົງການຂ່າວລັດຖະບານຣັດເຊຍ.

ທ່ານເກີສໂກວິສ ໄດ້ຖືກຄຸມຂັງ ນັບຕັ້ງແຕ່ທ່ານຖືກຈັບໃນເດືອນມີນາ ໃນຂໍ້ຫາຈາລະກໍາ ທີ່ທ່ານ, ນາຍຈ້າງຂອງທ່ານ ແລະລັດຖະບານສະຫະລັດ ປະຕິເສດຢ່າງແຮງ. ລັດຖະບານສະຫະລັດກ່າວວ່າ ນັກຂ່າວຖືກຄຸມຂັງແບບບໍ່ຍຸຕິທໍາ.

ການຕັດສິນຂອງສານ ເປັນຄວາມຜ່າຍແພ້ຄັ້ງຫຼ້າສຸດໃນການຕໍ່ສູ້ທາງກົດໝາຍສໍາລັບນັກຂ່າວ, ຜູ້ທີ່ຖືກຕໍ່​ເວ​ລາການກັກຂັງສອງຄັ້ງກ່ອນການພິຈາລະນາຄະດີ, ເຊິ່ງຄັ້ງທໍາອິດ ມີຂຶ້ນໃນເດືອນພຶດສະພາ.

ການກັກຂັງກ່ອນການພິຈາລະນາຄະດີ ຖືກຄາດວ່າໝົດອາຍຸໃນວັນທີ 29 ພຶດ ສະພາ ແຕ່ມີການ​ຕໍ່ການກັກຂັງອອກໄປເຖິງເດືອນສິງຫາ ແລະຈາກນັ້ນ ອີກຄັ້ງນຶ່ງ ​ຕໍ່​ອອກໄປຮອດເດືອນພະຈິກ.

ເນື່ອງຈາກການຂໍອຸທອນຂອງທ່ານຖືກປະຕິເສດ, ການກັກຂັງກ່ອນການພິຈາ ລະນາຄະດີຂອງທ່ານ ຂະນະນີ້ ຈະຍັງຄົງຢູ່ຈົນໄປຮອດຢ່າງໜ້ອຍວັນທີ 30 ພະຈິກ.

ຍັງບໍ່ມີກໍານົດວັນເວ​ລາ ສໍາລັບການພິຈາລະນາຄະດີຂອງທ່ານເທື່ອ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG