ລູກປືນຄົກ 5 ລູກໄດ້ແຕກຂຶ້ນໃກ້ໆສະໜາມບິນນະຄອນຫຼວງໂມກາດິສຊູຂອງໂຊມາເລຍ ໃນຕອນແລງວັນອັງຄານວານນີ້ ກ່ອນໜ້າ ການເລືອກຕັ້ງສະພາແຫ່ງຊາດ ໃນວັນພຸດມື້ນີ້ ເພື່ອເລືອກເອົາປະທານາທິບໍດີຄົນໃໝ່ຂອງປະເທດ.
ຍັງບໍ່ທັນມີລາຍງານກ່ຽວກັບການບາດເຈັບລົ້ມຕາຍຈາກການໂຈມຕີດ້ວຍປືນຄົກດັ່ງກ່າວນີ້ເທື່ອ. ປະຊາຊົນຈຳນວນນຶ່ງ ໄດ້ຖິ້ມໂທດ ໃສ່ພວກຫົວຮຸນແຮງ al-Shabab ຊຶ່ງໄດ້ປະ ກາດວ່າຈະທຳການລົບກວນການເລືອກຕັ້ງຄັ້ງນີ້.
ລູກປືນຄົກລູກນຶ່ງ ໄດ້ຕົກລົງໃສ່ໃກ້ໆ ໂຮງແຮມ Jazeera ບໍ່ຮອດນຶ່ງຫລັກກິໂລແມັດຢູ່ທາງເໜືອສະໜາມບິນນາໆຊາດໃນນະຄອນຫຼວງໂມກາດິສຊູ ຊຶ່ງເປັນບ່ອນເລືອກຕັ້ງ ປະທານາທິບໍດີ.
ນອກນັ້ນ ຍັງມີລາຍງານ ກ່ຽວກັບການໂຈມຕີດ້ວຍລະເບີດມື ໃກ້ກັບທາງແຍກ Dabka ໃນເຂດເມືອງ Hodan. ມາຮອດປັດຈຸບັນ ຍັງບໍ່ທັນມີລາຍງານ ກ່ຽວກັບການບາດເຈັບລົ້ມຕາຍເທື່ອ.
ຢູ່ນອກ ນະຄອນຫຼວງໂມກາດິສຊູ ພວກທີ່ສົງໄສວ່າ ເປັນກຸ່ມຫົວຮຸນແຮງ ໄດ້ໃຊ້ປືນຄົກແລະອາວຸດໂຈມຕີຄ້າຍທະຫານແຫ່ງນຶ່ງຂອງກຳລັງສະຫະພາບອາຟຣິກາໃນຕອນແລງວັນອັງຄານວານນີ້ ອີງຕາມເຈົ້າໜ້າທີ່ທ່ານນຶ່ງ ທີ່ຢູ່ໃກ້ໆກັບ ຄ້າຍທະຫານ Arbaow ປະ ມານ 13 ຫຼັກກິໂລແມັດຢູ່ທາງໃຕ້ນະຄອນໂມກາດິສຊູ.
ປະທານາທິບໍດີຄົນປັດຈຸບັນ ທ່ານ Hassan Sheik Mohamud ລົງສະໝັກເອົາຕຳແໜ່ງ ຕື່ມ ແຂ່ງກັບຜູ້ສະໝັກອື່ນໆ ອີກ 20 ກວ່າຄົນ ຮວມທັງ ປະທານາທິບໍດີຄົນກ່ອນ Sheik sharif Shiekh Ahmed ແລະອະດີດນາຍົກລັດຖະມົນຕີອີກ 2 ຄົນ. ຜູ້ມີສິດປ່ອນບັດກຸ່ມນຶ່ງຈະພົບປະກັນທີ່ສະໜາມບິນນາໆຊາດໂມກາດິສຊູ ພາຍໃຕ້ການຍາມຮັກສາການຢ່າງເຂັ້ມງວດ ຂອງກຳລັງ ສະຫະພາບອາຟຣິກາ ປະຕິບັດງານໃນປະເທດໂຊມາເລຍ ທີ່ເອີ້ນ ຫຍໍ້ວ່າ AMISOM.
ສະມາຊິກສ່ວນໃຫຍ່ຂອງຈຳນວນທັງໝົດ 239 ທ່ານທີ່ລົງແຂ່ງຂັນເອົາຕຳແໜ່ງໃນສະພາ ຈະເຂົ້າຮ່ວມລາຍງານການເລືອກຕັ້ງສົດທີ່ໂຮງແຮມໂມກາດິສຊູ ຊຶ່ງພວກທ່ານ ຮວມທັງຜູ້ສະໝັກປະທານາທີບໍດີ 22 ຄົນ ຈະໄປເຖິງສະໜາມບິນໃນຕອນເຊົ້າວັນພຸດມື້ນີ້ເພື່ອກວດ ກາກ່ອນການປ່ອນບັດເລີ້ມຂຶ້ນ.
ເຈົ້າໜ້າທີ່ໂຊມາເລຍ ບໍ່ໄດ້ໃຫ້ຄວາມເຫັນໃດໆ ກ່ຽວກັບລາຍງານ ການໂຈມຕີ ໃນວັນອັງ ຄານວານນີ້.