ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກສະໜັບສະໜຸນ ທ່ານ Morsi ຍັງບໍ່ຍອມ ສະຫລາຍໂຕ (ວີດີໂອ/ສະໄລດ໌)


Morsi Supporters Vow No Compromise Ahead of Siege
please wait

No media source currently available

0:00 0:02:51 0:00
ລິງໂດຍກົງ

ເບິ່ງວີດິໂອ ພາສາອັງກິດ ກ່ຽວກັບຂ່າວນີ້.

ບັນດາ​ຜູ້​ສະໜັບສະໜູນປະທານາທິບໍດີ ທີ່​ຖືກໂຄ່ນ​ລົ້ມ ທ່ານ
Mohammed Morsi ຍັງ​ສືບ​ຕໍ່ເຕົ້າໂຮມກັນ ຢູ່ທີ່​ຄ້າຍ​ປະ​ທ້ວງ​
ຂອງພວກ​ເຂົາ​ເຈົ້າ ​ເຖິງ​ແມ່ນໄດ້​ມີ​ການເຕືອນ​ມາ​ຫຼາຍໆ​ມື້​ແລ້ວ
ວ່າລັດຖະບານອາດ​ຈະ​ເຄື່ອນ​ກໍາລັງເຂົ້າທັບ​ມ້າງຄ້າຍ​ປະ​ທ້ວງ
ຂອງພວກ​ເຂົາ​ເຈົ້າ ໃນ​ບໍ່​ຊ້າ​ນີ້ ​ກໍ​ຕາມ.

​ພວກ​ປະ​ທ້ວງ​ທີ່ສະໜັບສະໜູນ ທ່ານ Mohammed Morsi
ກຸ່ມ​ໃຫຍ່ໆຍັງ​ບໍ່​ຍອມໜີ​ອອກ​ໄປ​ຈາກຄ້າຍປະ​ທ້ວງໃນ​ຄືນ​ວັນ
​ຈັນ​ວານ​ນີ້ ​ແລະ​ຍັງ​ພາກັນ​ຮ້ອງ​ໂຮ ​ໂບກ​ທຸງຊາດ​ ​ແລະ​ຖື​ປ້າຍ
​ຂອງ​ບຸລຸດຜູ້​ທີ່​ເຂົາ​ເຈົ້າເວົ້າວ່າ ຄວນ​ຖືກ​ນໍາ​ກັບ​ຄືນ​ມາ​ຮັບ​ຕໍາ​
ແໜ່​ງປະ​ທາ​ນາ​ທິບໍດີຄືນ​ນັ້ນ. ​

ທ່ານນາງ Saba Mahmood ອາຈານສອນ​ວິຊາ​ມະນຸດ​ວິທະຍາ​ທີ່​ມະຫາວິທະຍາ​ໄລ ລັດ
California ສາຂາ​ເມືອງ Berkely​ ບອກ​ກັບ VOA ພະແນກພາສາອັງກິດສໍາລັບ​ຂົງ
ເຂດອາຟຣິກາ ວ່າ ລັດຖະບານຮັກສາການຊົ່ວຄາວ ຍັງບໍ່ທັນໄດ້ທັບມ້າງຄ້າຍພວກ​ປະ​
ທ້ວງເທື່ອ ກໍ​ເພາະວ່າ ການນອງເລືອດທີ່​ຈະ​ຕິດຕາມ​ມານັ້ນ​ແມ່ນຈະມີຜົນກະທົບທາງ ການເມືອງທີ່ຮ້າຍແຮງສຸດ.


ທ່ານນາງກ່າວວ່າ ກຸ່ມພາລາດອນພາບມຸສລິມຂອງທ່ານ Morsi ກໍາລັງປະເຊີນກັບເດີມ​
ພັນ ທີ່ໃຫຍ່ຫຼວງກ່ວາ ການທີ່ຈະໃຫ້ທ່ານກັບຄືນມາກໍາອໍານາດນັ້ນອີກ ຫຼັງຈາກທີ່ທາງ​
ການໄດ້ຈັບກຸມສະມາຊິກຄົນສໍາຄັນຫຼາຍຄົນຂອງກຸ່ມດັ່ງກ່າວ ແລະທໍາການເຄື່ອນໄຫວ
ເພື່ອກັກ​ຊັບ​ສິນ​ຕ່າງໆ​ ທີ່​ກຸ່ມ​ດັ່ງກ່າວ​ຈໍາ​ເປັນ​ຕ້ອງ​ໃຊ້ ເພື່ອວຽກງານທາງເມືອງ ແລະ
ສະໜອງການບໍລິການແກ່ປະຊາຄົມ.

ລັດຖະບານຮັກສາການຊົ່ວຄາວ ທີ່ພວກທະຫານໄດ້ຈັດ​ຕັ້ງ​ຂຶ້ນ​ມາ​ກໍາ​ອໍານາດ ຫຼັງຈາກ
ໄດ້ໂຄ່ນລົ້ມທ່ານ Morsi ໃນເດືອນແລ້ວນັ້ນ ກໍາລັງເລີ້ມເດີນໜ້າ​ໄປ​ຕາມ​ແຜນ​ທີ່ຫົນທາງ​
ໄລຍະ​ຂ້າມ​ຜ່ານ ທີ່ພົວພັນກັບການປະຕິຮູບລັດຖະທໍາມະນູນຂອງ​ອີ​ຈິບ ແລະຈັດການ
ເລືອກຕັ້ງຂຶ້ນ​ກ່ອນ​ກໍານົດ ໃນຕົ້ນປີໜ້າ.

ພັກ Nour ທີ່ເປັນພັກຂອງ​ກຸ່ມອີສລາມທີ່ໃຫຍ່ອັນດັບ 2 ຮອງຈາກກຸ່ມພາລາດອນພາບ
ມຸສລິມ ກ່າວວ່າພວກຕົນຈະສືບຕໍ່ປະກອບສ່ວນ​ໃນຄະນະກໍາມະການປະຕິຮູບລັດຖະ
ທໍາມະນູນ ເຖິງແມ່ນວ່າພວກ​ຕົນບໍ່ມີຄວາມ​ແຈບ​ໃຈ​ປານ​ໃດ ​ກ່ຽວ​ກັບຂັ້ນຕອນດັ່ງກ່າວ
ນັ້ນກໍຕາມ. ຄໍາ​ຖະ​ແຫຼງສະບັບ​ນຶ່ງ​ຂອງ​ພັກ ​ໃນວັນຈັນວານນີ້ ໄດ້ສະແດງຄວາມເປັນ ຫ່ວງກັງວົນ ກ່ຽວ​ກັບການປ່ຽນແປງລັກສະນະ ​ແລະ​ພາບ​ພົດອິສລາມຂອງອີຈິບ​.

EGYPT VOSOT.mov
please wait
Embed

No media source currently available

0:00 0:01:16 0:00

XS
SM
MD
LG