ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກສະໜັບສະໜຸນ ທ່ານ Morsi ມີແຜນ ຈັດປະທ້ວງ ຄັ້ງໃໝ່ (ວີດີໂອ)


ພວກສະໜັບສະໜຸນ ປະທານາທິບໍດີທີ່ຖືກໂຄ່ນລົ້ມຂອງອີຈິບ ທ່ານ Mohamed Morsi ໂຮມຊຸມນຸມກັນ ໃນລະຫວ່າງເລີ້ມ ການນັ່ງປະທ້ວງ ຢູ່ນອກວັດ Rabaa al-Adawiya ໃນ ກຸງໄຄໂຣ (1 ສິງຫາ 2013)
ພວກສະໜັບສະໜຸນ ປະທານາທິບໍດີທີ່ຖືກໂຄ່ນລົ້ມຂອງອີຈິບ ທ່ານ Mohamed Morsi ໂຮມຊຸມນຸມກັນ ໃນລະຫວ່າງເລີ້ມ ການນັ່ງປະທ້ວງ ຢູ່ນອກວັດ Rabaa al-Adawiya ໃນ ກຸງໄຄໂຣ (1 ສິງຫາ 2013)
ພວກສະໜັບສະໜຸນທ່ານ Mohamed Morsi ປະທານາທິບໍດີທີ່
ຖືກໂຄ່ນລົ້ມຂອງອີຈິບ ພວມຈັດການໂຮມຊຸມນຸມປະທ້ວງ ຄັ້ງໃໝ່
ໃນວັນສຸກມື້ນີ້ ໃນຂະນະທີ່ລັດຖະບານຊົ່ວຄາວຂອງປະເທດ ຂົ່ມ
ຂູ່ວ່າ ຈະທັບມ້າງການນັ່ງປະທ້ວງຢູ່ 2 ບ່ອນ ພາຍໃຕ້ການນຳພາ
ຂອງພັກອິສລາມຫົວຮຸນແຮງ.

ພວກເດີນຂະບວນ ຮຽກຮ້ອງໃຫ້ມອບອຳນາດຄືນໃຫ້ທ່ານ Morsi
ປະທານາທິບໍດີຄົນທຳອິດທີ່ໄດ້ຖືກຮັບເລືອກຂອງອີຈິບແຕ່ໄດ້ຖືກ
ໂຄ່ນລົ້ມໂດຍພວກທະຫານ ໃນເດືອນແລ້ວນີ້ ຫລັງຈາກໄດ້ມີການ ໂຮມຊຸມນຸມປະທ້ວງຂະໜາດໃຫຍ່ເປັນເວລາຫຼາຍໆມື້ຕໍ່ຕ້ານການ
ປົກຄອງຂອງທ່ານ.

ການຮຽກຮ້ອງໃຫ້ມີການໂຮມຊຸມນຸມຄັ້ງໃໝ່ ໄດ້ມີຂຶ້ນໃນຂະນະທີ່ກຸງວໍຊິງຕັນປະກົດວ່າ ໄດ້
ສະເໜີໃຫ້ການສະໜັບສະໜຸນຢ່າງແຂງຂັນທີ່ສຸດເທົ່າທີ່ມີມາເຖິງປັດຈຸບັນ ຕໍ່ພວກທະຫານ
ທີ່ປົດທ່ານ Morsi. ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ກ່າວໃນມື້ ວັນພະຫັດວານນີ້ວ່າ ພວກທະຫານທີ່ຈິງແລ້ວພວມຟື້ນຟູປະຊາທິປະໄຕເວລາເຂົາເຈົ້າປົດ ທ່ານ Morsi ອອກຈາກຕຳແໜ່ງ.

ທ່ານ Kerry ກ່າວຕໍ່ໂທລະພາບປາກິສຖານວ່າ ກອງທັບອີຈິບຖືກຮ້ອງຂໍໃຫ້ເຂົ້າແຊກແຊງ
ໂດຍປະຊາຊົນຈຳນວນຫຼາຍໆລ້ານຄົນ ຊຶ່ງທັງໝົດນັ້ນຕ່າງກໍມີຄວາມຢ້ານກົວວ່າ ປະເທດ ຊາດພວມກ້າວໄປສູ່ຄວາມສັບສົນວຸ້ນວາຍ. ທ່ານເວົ້າວ່າ ບໍ່ມີຫລັກຖານໃດໆ ສະແດງໃຫ້
ເຫັນວ່າ ພວກທະຫານໄດ້ເຂົ້າຄວບຄຸມປະເທດ.

ໃນຂະນະດຽວກັນ ບັນດາກຸ່ມປົກປ້ອງສິດທິມະນຸດນາໆຊາດ ຮຽກຮ້ອງໃຫ້ອີຈິບ ບໍ່ໃຫ້ໃຊ້
ກຳລັງເພື່ອຂັບໄລ່ການນັ່ງປະທ້ວງຢູ່ 2 ບ່ອນໃນກຸງໄຄໂຣໂດຍພວກສະໜັບສະໜຸນທ່ານ
Morsi.

ໃນສັບປະດານີ້ ລັດຖະບານຊົ່ວຄາວ ທີ່ໄດ້ຮັບການໜຸນຫລັງຈາກພວກທະຫານຂອງອີຈິບ
ໄດ້ສັ່ງໃຫ້ກຳລັງຮັກສາຄວາມສະຫງົບຍຸຕິການນັ່ງປະທ້ວງພາຍໃຕ້ການນຳພາຂອງກຸ່ມພະ
ລາດອນພາບມຸສລິມ ໂດຍເອີ້ນ ການນັ່ງປະທ້ວງດັ່ງກ່າວນີ້ວ່າ ສ້າງຄວາມແຕກແຍກ ແລະ ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດ.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ຮຽກຮ້ອງໃນວັນສຸກມື້ນີ້ໃຫ້ຍຸຕິແຜນ
ການໃດໆກໍຕາມທີ່ຈະຂັບໄລ່ພວກປະທ້ວງແບບໃຊ້ກຳລັງໂດຍເວົ້າວ່າສິດທິໃນການໂຮມ ຊຸມນຸມແບບສັນຕິ ຄວນໄດ້ຮັບການເຄົາລົບ.

ON THE LINE: Egypt in Chaos
please wait

No media source currently available

0:00 0:29:59 0:00
ລິງໂດຍກົງ
XS
SM
MD
LG