ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພວກ​​ສະໜັບ​ສະ​ໜຸນ​ ທ່ານ Morsi ປະ​ທະ ກັບ​ກໍາລັງ ​ຮັກສາ​ຄວາມ​ປອດ​ໄພ ​​ອິຈິບ (ວີດິໂອ/ສະໄລດ໌)


Related video of clashes in Egypt
please wait

No media source currently available

0:00 0:01:18 0:00
ລິງໂດຍກົງ

ເບິ່ງວີດິໂອ ກ່ຽວກັບການປະທະກັນ ຢູ່ອີຈິບ

ທາງ​ການ​ອີ​ຈິບ​ກ່າວ​ວ່າ ການ​ປະ​ທະ​ກັນໃນ​ຄືນ​ແລ້ວ​ນີ້ ລະຫວ່າງ
​ກອງ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອິຈິບ​ ແລະ​ພວກ​ທີ່​ສະໜັບ
​ສະ​ໜຸນ​ປະທາ​ນາ​ທິບໍດີ Mohamed Morsi ທີ່​ຖືກ​ໂຄ່ນ​ລົ້ມນັ້ນ
​ໄດ້ເຮັດ​ໃຫ້​ມີ​ຢ່າງ​ນ້ອຍ 7 ຄົນ ​ເສຍ​ຊີວິດ ​ແລະ​ອີກ 261 ຄົນ​ໄດ້​
ຮັບ​ບາດ​ເຈັບ.

ການ​ຕໍ່ສູ້​ກັນ​ໄດ້​ເລີ່​ມຂຶ້ນໃນ​ແລງ​ວັນ​ຈັນ​ວານ​ນີ້ ​ແລະ​ຍືດ​ເຍື້ອ
ມາຈົນ​ຮອດ​ເຊົ້າ​ມືດ​ຂອງ​ວັນ​ອັງຄານ​ມື້​ນີ້ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ
​ແມ່ນ​ຢູ່ໃຈກາງ​ກຸງໄຄ​ໂຣ ພວກ​ທີ່​ສະໜັບ​ສະ​ນູນທ່ານ ​ Morsi ​
ຍັງ​ສືບ​ຕໍ່​ທວງໃຫ້ ນໍາ​ເອົາທ່ານກັບ​ຄືນມາ​ສູ່​ອໍານາດ.

ຕໍາ​ຫຼວດ​ໄດ້​ຍິງແກ໊ສນໍ້າຕາ​ໃສ່​ພວກ​ທີ່ຈົງ​ຮັກ​ພັກດີ​ຕໍ່​ທ່ານ Morsi ທີ່​ຕອບ​ໂຕ້​ຄືນ​ໂດຍ​ການ
​ແກ່ວ​ງກ້ອງ​ຫີນ​ໃສ່​ຕໍາຫຼວດ. ພວກ​ປະ​ທ້ວງ​ຍັງ​ໄດ້​ຕັນ​ ຈະຕຸ​ລັດ Ramses ຂອງກຸງໄຄ​ໂຣ​
ໄວ້​ອອກ​ແລະ​ຂົວ​ແຫ່ງ​ນຶ່ງ​ ຊຶ່ງ​ເຮັດ​ໃຫ້​ມີ​ການ​ຍິງແກ໊ສນໍ້າຕາຈາກ​ທາງ​ຝ່າຍ​ຕໍາຫຼວດ ​ທີ່ໄດ້
ຍູ້​ດັນພວກ​ເຂົ້​າເຈົ້າໃຫ້​ຖອຍ​ກັບ​ໄປນັ້ນ.

​ນອກ​ນັ້ນ​ແລ້ວ ກໍ​ຍັງ​ມີ​ພວກ​ໄປ​ນັ່ງປະ​ທ້ວງ​ ​ຢູ່​ທາງງ​ນອກ​ວັດ Rabia el-Adawija ​ໃນ​ເມືອງ
Nasir ຂອງກຸງໄຄ​ໂຣ ຊຶ່ງ​ເປັນ​ທີ່​ໝັ້ນຂອງ​ກຸ່ມ​ພະລາດອນພາບ​ມຸສລິ​ມຂອງທ່ານ Morsi.
ພວກ​ຜູ້​ນໍາ​ຂອງ​ກຸ່ມ​ອິສລາມ​ດັ່ງກ່າວໄດ້​ສາບານ​ ​ຈະເພີ່ມ​ທະວີ​ການ​ປະ​ທ້ວງຂອງ​ພວກ​ຕົນ​
ຂຶ້ນ​ອີກ.

​ມີ​ການ​ປະ​ທ້ວງ​ໃນ​ບາງ​ເຂດອື່ນໆຢູ່​ທົ່ວ​ອີ​ຈິບ​ເຊັ່ນ​ກັນ ​ຊຶ່ງ​ຮວມທັງ​ໃນ​ເມືອງ Alexandria ນໍາ.

​ໃນ​ວັນ​ຈັນ​ວານ​ນີ້ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ William Burns ​
ໄດ້​ພົບ​ປະ​ກັບ​ພວກ​ຜູ້​ນໍາ​ຂອງ​ລັດຖະບານ​ຊົ່ວຄາວທີ່ກອງທັບ​ຈັດ​ຕັ້ງ​ຂຶ້ນ​ມາ​ ຊຶ່ງ​ກໍາລັງພະຍາ
ຍາມ​ຈະ​ຈັດ​ຕັ້ງ​ປະຕິບັດ ​ແຜນການ​ປົກຄອງປະ​ເທດ​ໃນ​ໄລຍະ​ຂ້າມ​ຜ່ານ.


ທ່ານ Burns ​ໄດ້​ກ່າວ​ວ່າ ສະຫະລັດ​ຈະ​ບໍ່​ພະຍາຍາມ​ບັງຄັບ​ໃຫ້​ອີ​ຈິບ ນໍາ​ໃຊ້​ລະ​ບອບປະຊາ
ທິປະ​ໄຕ​ໃນແບບ​ສະບັບຂອງ​ຕົນ ​ແລະວ່າ​ສະຫະລັດຮັບຮູ້​ວ່າ ມີ​ແຕ່​ປະຊາຊົນ​ອີ​ຈິບ​ເທົ່າ​ນັ້ນ
​ທີ່​ຈະ​ກໍານົດ​ອານາ​ຄົດ​ຂອງເຂົາ​ ເຈົ້າເອງ​ໄດ້. ທ່ານ Burns ​ແມ່ນ​ເຈົ້າ​ໜ້າ​ທີ່​ອາວຸ​ໂສຜູ້​ທໍາ​ອິດ
​ຂອງ​ສະຫະລັດ ທີ່​ໄດ້​ໄປ​ຢ້ຽມຢາມ​ອີ​ຈິບ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ໂຄ່ນ​ລົ້ມປະທາ​ນາ​ທິບໍດີ Morsi ​
ເມືອ​ເກືອບ 2 ອາທິດຜ່ານ​ມາ​ແລ້ວ​ນັ້ນ.

ລັດຖະບານສະຫະລັດ​ໄດ້ຖືກ​ຕໍາ​ນິຕິ​ຕຽນ ຈາກ​ທັງພວກ​ທີ່​ສະໜັບ​ສະ​ໜຸນທ່ານ ​Morsi ​
ແລະ​ພວກ​ທີ່​ຕໍ່ຕ້ານ ຍ້ອນ​ອັນທີ່​ແຕ່ລະ​ຝ່າຍມອງ​ເຫັນ​ວ່າ ​ເປັນ​ການ​ສະໜັບສະໜຸນຂອງ​
ສະຫະລັດ ​ໃຫ້​ອີກຝ່າຍ​ນຶ່ງນັ້ນ.
XS
SM
MD
LG