ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີມຊາດຍີ່ປຸ່ນ ​ຊະ​ນະທີມຊາດສະເປນ ​ແບບ​ບໍ່​ຄາດ​ຝັນ 2 ​ປະ​ຕູຕໍ່ 1 ຊຶ່ງທັງສອງທີມ ​ຕ່າງ​ກໍຜ່ານເຂົ້າຮອບ 16 ທີມສຸດທ້າຍ

ທີມຊາດຍີ່ປຸ່ນ ສະເຫຼີມສະຫຼອງ ໃນລະຫວ່າງການແຂ່ງຂັນເຕະບານໂລກ ໃນສາຍ E ລະຫວ່າງທີມ ຍີ່ປຸນ ແລະ ສະເປນ, ຢູ່ທີ່ສະໜາມກິລາສາກົນ ຄາລີຟາ ໃນນະຄອນຫຼວງໂດຮາ ຂອງກາຕ້າ, ວັນທີ 1 ທັນວາ 2022.
ທີມຊາດຍີ່ປຸ່ນ ສະເຫຼີມສະຫຼອງ ໃນລະຫວ່າງການແຂ່ງຂັນເຕະບານໂລກ ໃນສາຍ E ລະຫວ່າງທີມ ຍີ່ປຸນ ແລະ ສະເປນ, ຢູ່ທີ່ສະໜາມກິລາສາກົນ ຄາລີຟາ ໃນນະຄອນຫຼວງໂດຮາ ຂອງກາຕ້າ, ວັນທີ 1 ທັນວາ 2022.

ທ້າວ ຣິດຊຸ ໂດອານ (Ritsu Doan) ແລະ ທ້າວອາໂອະ ທານາກະ (Ao Tanaka) ໄດ້ຍິງເຂົ້າປະຕູ ຄົ້ວເອົາໄຊຊະນະໃຫ້ຍີ່ປຸ່ນຢ່າງບໍ່ໜ້າເຊື່ອ 2 ຕໍ່ 1 ຈາກທີມສະເປນ ໃນການແຂ່ງຂັນເຕະບານໂລກ ສາຍ ອີ ເມື່ອວັນພະຫັດວານນີ້ ຂະນະທີ່ທັງສອງທີມ ໄດ້ຜ່ານເຂົ້າຮອບ 16 ທີມສຸດທ້າຍ.

ຍີ່ປຸ່ນ ໄດ້ຮັບຕຳແໜ່ງສູງສຸດໃນສາຍ ແລະຈະປະເຊີນໜ້າກັບທີມຊາດໂຄຣເອເຊຍ ຮອບຕໍ່ໄປ ໃນຂະນະທີ່ທີມຊາດສະເປນ ຊຶ່ງເສັດສິ້ນການແຂ່ງຂັນ ຢູ່ລະ ດັບດຽວກັນ ກັບທີມເຢຍຣະມັນ ໂດຍ​ໄດ້​ຮັບ 4 ຄະແນນ ກໍໄດ້ຜ່ານເຂົ້າຮອບຍ້ອນການຍິງເຂົ້າປະຕູໄດ້ຫຼາຍກວ່າ ແລະຈະແຂ່ງກັບທີມໂມຣົກໂກ.

ທ້າວ ຄາຍ ຮາເວີຕສ໌ (Kai Havertz) ຂອງທີມຊາດເຢຍຣະມັນ ເບິ່ງຄືວ່າ ເສຍໃຈ ຫຼັງຈາກທີມຂອງລາວ ໄດ້ເອົາຊະນະ ທີມຊາດຄອສຕາຣິກາ ແຕ່ກໍໄດ້ຖືກຕົກຮອບອອກຈາກການແຂ່ງຂັນບານໂລກ ຢູ່ທີ່ສະໜາມກິລາ ອາລ ເບຕ ໃນເມືອງອາລ ກໍ ຂອງກາຕ້າ, ວັນທີ 1 ທັນວາ 2022.

ສ່ວນທີມເຢຍຣະມັນ ກໍໄດ້ຕົກຮອບໄປ ໃນການແຂ່ງຂັນ​ເຕະບານໂລກພາຍໃນສາຍເປັນຄັ້ງທີສອງລຽນຕິດ ເຖິງແມ່ນໄດ້ເອົາຊະນະທີມຄອສຕາຣິກາ 4 ​ປະ​ຕູຕໍ່ 2 ໃນວັນພະຫັດວານນີ້ ກໍຕາມ ຫຼັງຈາກທີມແຊມປ້ຽນສີ່ສະໄໝ ໄດ້ຮັບ​ຄະ​ແນນເປັນທີສາມຢູ່່ໃນສາຍ ອີ ຫຼັງຈາກທີມຍີ່ປຸ່ນ ໄດ້ເອົາຊະນະທີມສະເປນ.

ສ່ວນທີມຄອສຕາຣິກາ ໄດ້ນຳໃຊ້ນັກເຕະຫ້າຄົນຢູ່ກອງຫຼັງ ແຕ່ທີມເຢຍຣະມັນ ຍັງຫາທາງເຈາະຜ່ານກອງຫຼັງໄດ້ ໃນນາທີ ທີ 10 ເມື່ອທ້າວເດວິດ ຣອມ (David Raum) ໄດ້ສົ່ງບານລອຍຈາກປີກຊ້າຍຜ່ານໜ້າປະຕູ ຊຶ່ງທ້າວເຊີຈ ນາບຣີ (Serge Gnabry) ກໍໄດ້ເອົາ​ຫົວ​ໂມ່ງເຂົ້າປະຕູ ຜູ້ກ່ຽວຟ້າວເອົາບານໄປເລີ້ມເກມໃໝ່ຢ່າງວ່ອງໄວ ເພາະຢ້ານວ່າ ຜົນການຍິງເຂົ້າປະຕູທີ່ແຕກຕ່າງກັນນັ້ນ ຈະເປັນເງື່ອນໄຂທີ່ຈະໄດ້ເຂົ້າຮອບ.

ພວກນັກເຕະທີມຊາດໂມຣົກໂກ ພາກັນໂຍນຄູຝຶກ ທ່ານວາລີດ ເຣກຣາກຸຍ (Walid Regragui) ຂຶ້ນເທິງອາກາດ ຫຼັງຈາກທີ່ພວກເຂົາໄດ້ເອົາຊະນະ ທີມຊາດການາດາ ຊຶ່ງໄດ້ສົ່ງໃຫ້ພວກເຂົາຂຶ້ນເປັນອັນດັບສູງສຸດໃນສາຍ F ແລ້ວເຂົ້າຮອບຄັດເລືອກ ຖ້າເສຍຕົກຮອບເລີຍ ຫຼື ນັອກເອົ້າ (knockout round) ໃນການແຂ່ງຂັນບານໂລກ (World Cup) ຢູ່ທີ່ສະໜາມກິລາ ທູມາມາ ໃນນະຄອນຫຼວງໂດຮາ ຂອງກາຕ້າ, ວັນທີ 1 ທັນວາ 2022.

ການຍິງເຂົ້າສອງປະຕູໃນເຄິ່ງເວລາທຳອິດ ໄດ້ສົ່ງທີມຊາດໂມຣົກໂກ ​ຮັບ​ຄະ​ແນນສູງສຸດໃນສາຍ ແອັຟ ຂອງການແຂ່ງຂັນ​ເຕະບານໂລກ ແຕ່ພວກເຂົາຈະຕ້ອງໄດ້ຮັກສາ​ຄະ​ແນນ 2 ​ປະ​ຕູຕໍ່ 1 ນັ້ນໄວ້ ເພື່ອຈະເອົາຊະນະທີມການາດາ ຢູ່ທີ່ສະໜາມກິລາ ອາລ ທູມາມາ ໃນວັນພະຫັດວານນີ້ ພາຍຫຼັງຈາກທີ່ໄດ້ເຕະເຂົ້າປະຕູຕົນເອງ ທີ່ໄດ້ເຮັດໃຫ້ພວກເຂົາກະວົນກະວາຍ ຕະຫຼອດໄລຍະເຄິ່ງທີສອງ.

ທີມໂມຣົກໂກ ສິ້ນສຸດການແຂ່ງຂັນໂດຍໄດ້​ຮັບເຈັດ​ຄະ​ແນນ ສອງຄະແນນຫຼາຍກວ່າທີມໂຄຣເອເຊຍ ທີ່ເປັນຮອງອັນດັບສອງ ກໍໄດ້ຜ່ານເຂົ້າຮອບຕໍ່ໄປ ຈາກສາຍແອັຟ ເປັນເທື່ອທີສອງ ໃນໄລຍະ 36 ປີ ຫຼັງຈາກທີ່ພວກເຂົາໄດ້ກາຍເປັນທີມທຳອິດຂອງປະເທດໃນທະວີບອາຟຣິກາທີ່ເຮັດເຊັ່ນນັ້ນໄດ້ ຢູ່ທີ່ການແຂ່ງຂັນ ເຕະບານໂລກ ຢູ່ທີ່ເມັກຊິໂກ ໃນປີ 1986.

ທ້າວທິມໂມທີ ຄາສຕານ໌ ຂອງທີມຊາດແບລຈ້ຽມ ພວມເສຍໃຈ ທີ່ທີມຂອງລາວ ໄດ້ຕົກຮອບອອກຈາກການແຂ່ງຂັນບານໂລກ ຫຼັງຈາກໄດ້ສະເໝີກັບທີມຊາດໂຄຣເອເຊຍ 0 ຕໍ່ 0 ຢູ່ທີ່ສະໜາມກິລາ ອາມາດ ບິນ ອາລີ ໃນເມືອງອາລ ເຣຢານ ຂອງກາຕ້າ, ວັນທີ 1 ທັນວາ 2022.

ທີມໂຄຣເອເຊຍ ເຂົ້າຮອບ 16 ທີມສຸດທ້າຍໄດ້ຢ່າງສະບາຍ ໃນການແຂ່ງຂັນເຕະບານໂລກ ຫຼັງຈາກທີ່ໄດ້ຢຸດຢັ້ງທີມແບລຈ້ຽມໄວ້ໄດ້ 0 ຕໍ່ 0 ຖືວ່າຈາວກັນ ໃນວັນພະຫັດວານນີ້ ໂດຍສົ່ງທີມຄູ່ແຂ່ງໃນຢູໂຣບຂອງພວກເຂົາ ທີ່ມີນັກເຕະ ‘ລຸ້ນທອງຄຳ’ ອອກຈາກການແຂ່ງຂັນ ໂດຍບໍ່ໄດ້ອອກແຮງຫຼາຍ.

ຜົນທີ່ອອກມາໄດ້ເຫັນທີມຂອງ ທ້າວສລາໂກ ດາລິກ ໃນຮອບຄັດເລືອກຂຶ້ນເປັນອັນດັບສອງໃນສາຍ ແອັຟ ນຳຫຼັງທີມໂມຣົກໂກ ຜູ້ທີ່ໄດ້ເອົາຊະນະທີມການາດາ ທີ່ໄດ້ຕົກຮອບໄປແລ້ວນັ້ນ 2 ຕໍ່ 1 ໃນອີກເກມນຶ່ງຕ່າງຫາກ ຈຶ່ງໄດ້ຮັບປະກັນຕຳແໜ່ງສູງສຸດໃນສາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG