ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອາລກາຍດາ ຢູ່ເບື້ອງຫຼັງ ການວາງລະເບີດ ທີ່ Morocco


ພວກເຈົ້າໜ້າທີ່ຈາກຄະນະກຳມາທິການຄວາມໝັ້ນຄົງຂອງມາຣົກ ພວມອອກໄປຈາກຮ້ານກາເຟ ຢູ່ຈະຕຸລັດ Djemma el-Fna ທີ່ເມືອງ Marrakech (28 ເມສາ 2011)
ພວກເຈົ້າໜ້າທີ່ຈາກຄະນະກຳມາທິການຄວາມໝັ້ນຄົງຂອງມາຣົກ ພວມອອກໄປຈາກຮ້ານກາເຟ ຢູ່ຈະຕຸລັດ Djemma el-Fna ທີ່ເມືອງ Marrakech (28 ເມສາ 2011)

ລັດຖະມົນຕີກະຊວງພາຍໃນ ຂອງ Morocco ຫຼືມາຣົກ
ກ່າວວ່າ ເປັນທີ່ປາກົດວ່າເຫດລະເບີດ ທີ່ເຮັດໃຫ້ມີຜູ້ເສຍ
ຊີວິດ 16 ຄົນ ຢູ່ທີ່ຈະຕຸລັດປະວັດສາດແຫ່ງນຶ່ງໃນເມືອງ
Marrakech ນັ້ນ ແມ່ນເປັນນໍ້າຂອງກຸ່ມກໍ່ການຮ້າຍອາລ
ກາຍດາ.

ທ່ານ Taieb Cherkaoui ກ່າວຕໍ່ພວກນັກຂ່າວໃນຕອນ
ແລງຂອງມື້ວັນສຸກວານນີ້ວ່າລະເບີດທີ່ວ່ານີ້ໄດ້ບີບຄະນວນ
ຈາກໄລຍະໄກ ໃນວິທີຊຶ່ງຕາມປົກກະຕິແລ້ວໃຊ້ກັນໂດຍກຸ່ມ
ກໍ່ການຮ້າຍ.

ເຫດລະເບີດໄດ້ສ້າງຄວາມເສຍຫາຍໃຫ້ແກ່ດ້ານໜ້າອາຄານ
2 ຊັ້ນຂອງຮ້ານກາເຟທີ່ຈະຕຸລັດ Jamaa el-Fna ທີ່ແອ
ອັດໄປດ້ວຍພວກນັກທ່ອງທ່ຽວ ໃນເຂດໃຈກາງຂອງເມືອງ
Marrakech. ເຈົ້າໜ້າທີ່ເວົ້າວ່າມີຊາວຕ່າງປະເທດຢ່າງ
ນ້ອຍ 10 ຄົນຮວມຢູ່ໃນຈຳນວນພວກທີ່ເສຍຊີວິດ. ຫຼາຍໆຄົນແມ່ນເປັນຊາວຝຣັ່ງ.

ປະເທດມາຣົກ ໄດ້ຖືກໂຈມຕີໂດຍພວກມຸສລິມຫົວຮຸນແຮງເປັນລຳດັບມາແຕ່ປີ 2003 ທີ່
ເຮັດໃຫ້ມີຜູ້ເສຍຊີວິດ 45 ຄົນຮວມທັງການໂຈມຕີສະລະຊີບ 12 ຄັ້ງ

XS
SM
MD
LG