ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

78 ຄົນ ເສຍຊີວິດ ໃນເຫດ ຍົນທະຫານຕົກ ທີ່ໂມຣົກໂກ


ຍົນທະຫານ C-130 ທີ່ປະສົບອຸບັດເຫດຕົກ ໃກ້ເມືອງ Guelmin ທາງພາກໃຕ້ຂອງໂມຣົກໂກ.
ຍົນທະຫານ C-130 ທີ່ປະສົບອຸບັດເຫດຕົກ ໃກ້ເມືອງ Guelmin ທາງພາກໃຕ້ຂອງໂມຣົກໂກ.

ກະສັດ Mohammed ຂອງປະເທດໂມຣົກໂກໄດ້ຊົງປະກາດການໄວ້ອາໄລ ເປັນເວລາ ສາມວັນ ລຸນຫລັງຈາກເຮືອບິນທະຫານລໍານຶ່ງໄດ້ປະສົບອຸບັດຕິເຫດຕົກ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດ 78 ຄົນ.

ອົງການຂ່າວ MAP ຂອງທາງການໂມຣົກໂກ ເວົ້າວ່າ ເຮືອບິນລຳນີ້ໄດ້ບິນເຂົ້າຕຳພູໃນວັນ ອັງຄານວານນີ້ ຂະນະທີ່ນັກບິນກຳລັງຕຽມລົງຈອດທີ່ສະໜາມບິນທະຫານແຫ່ງນຶ່ງ ພາຍໃຕ້ ສະພາບອາກາດປັ່ນປ່ວນ ໃກ້ໆເມືອງ Guelmin ທາງພາກໃຕ້ຂອງປະເທດ.

ອົງການຂ່າວນີ້ແຈ້ງໃຫ້ຊາບຕື່ມວ່າ ມີຜູ້ລອດຊີວິດ 3 ຄົນໃນອຸບັດຕິເຫດເຮືອບິນຕົກຄັ້ງນີ້ ແຕ່ກໍບາດເຈັບສາຫັດ.

ລັດຖະບານໂມຣົກໂກກ່າວວ່າ ເຮືອບິນທະຫານ C-130 ໄດ້ບັນທຸກທະຫານ 60 ຄົນ ພ້ອມດ້ວຍພົນລະເຮືອນ 12 ຄົນ ແລະພະນັກງານປະຈໍາເຮືອບິນ 9 ຄົນ.

ເຮືອບິນລໍາດັ່ງກ່າວກໍາລັງບິນໄປທາງທິດເໜືອຈາກຂົງເຂດ Sahara ຕາເວັນຕົກ ທີ່ເປັນ ບັນຫາຂັດແຍ້ງກັນນັ້ນ.

ອຸບັດຕິເຫດເຮືອບິນຕົກໃນຄັ້ງນີ້ ນັບວ່າເປັນໄພພິບັດທີ່ຮ້າຍແຮງທີ່ສຸດຂອງໂມຣົກໂກ ໃນ ຮອບຫລາຍສິບປີ ກະສັດ Mohammed ຊົງໄດ້ອອກຖະແຫລງການສະບັບນຶ່ງ ສະແດງຄວາມເສົ້າສະລົດພະໄທຕໍ່ບັນດາ ຄອບຄົວຂອງພວກເຄາະຮ້າຍ.

XS
SM
MD
LG