ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພວກຄົນງານ ອີກຈຳນວນນຶ່ງ ເຂົ້າຮ່ວມການນັດຢຸດງານ ເພື່ອຂັບໄລ່ ປະທານາທິບໍດີ ລູກາເຊັງໂກ ແຫ່ງເບລາຣຸສ


ປະທານາທິບໍດີ ເບລາຣຸສ ອາແລັກແຊນເດີ ລູກາເຊັງໂກ ເປັນປະທານ ກອງປະຊຸມ ສະພາຄວາມໝັ້ນຄົງ ໃນນະຄອນຫຼວງ ມິງສ໌ ຂອງເບລາຣຸສ, ວັນທີ 18 ສິງຫາ 2020.
ປະທານາທິບໍດີ ເບລາຣຸສ ອາແລັກແຊນເດີ ລູກາເຊັງໂກ ເປັນປະທານ ກອງປະຊຸມ ສະພາຄວາມໝັ້ນຄົງ ໃນນະຄອນຫຼວງ ມິງສ໌ ຂອງເບລາຣຸສ, ວັນທີ 18 ສິງຫາ 2020.

ພວກຄົນງານອີກຈຳນວນນຶ່ງ ໄດ້ເຂົ້າຮ່ວມໃນການນັດຢຸດງານທີ່ຂະຫຍາຍອອກ ໃນວັນອັງຄານວານນີ້ ເພື່ອຂັບໄລ່ຈອບຜະເດັດການຂອງເບລາຣຸສ ປະທານາທິບໍດີ ອາແລັກແຊນເດີ ລູກາເຊັງໂກ ຫຼັງຈາກທີ່ ໄດ້ຂະຫຍາຍໄລຍະການດຳລົງຕຳແໜ່ງຂອງທ່ານ ອອກໄປເປັນ 26 ປີ ໃນການເລືອກຕັ້ງທີ່ພວກມີຄວາມເຫັນຄັດຄ້ານ ໄດ້ໂຕ້ແຍ້ງວ່າ ເປັນການສໍ້ໂກງ.

ພວກຄົນງານຫຼາຍພັນຄົນໄດ້ເລີ້ມພາກັນຍ່າງອອກຈາກວຽກ ໃນວັນຈັນຜ່ານມາ ຢູ່ສະຖານທີ່ແຫ່ງຕ່າງໆ ທີ່ລັດຄຸ້ມຄອງ ໂດຍເຂົ້າຮ່ວມກັບບັນດານັກສະແດງ ແລະບັນດາຜູ້ປະກາດຂ່າວ.

ຄວາມວຸ້ນວາຍໄດ້ເລີ້ມທະວີຂຶ້ນ ຫຼັງຈາກທີ່ ທ່ານລູກາເຊັງໂກ ໄດ້ປະຕິເສດຕໍ່ຂໍ້ຮຽກຮ້ອງໃຫ້ລາອອກ ພາຍຫຼັງມີການປາບປາມຢ່າງໜັກຕໍ່ພວກປະທ້ວງທີ່ສັນຕິໂດຍຕຳຫຼວດມາໄດ້ຫຼາຍວັນ ຫຼັງຈາກການເລືອກຕັ້ງໃນວັນທີ 9 ສິງຫາ.

ທ່ານລູກາເຊັງໂກ ຫາທາງທີ່ຈະໄດ້ຮັບຄວາມຈົງຮັກພັກດີຈາກພວກເຈົ້າໜ້າທີ່ປະຕິບັດກົດໝາຍ ທ່າມກາງການປະທ້ວງ ແລະການນັດຢຸດງານ ທີ່ທະວີຂຶ້ນເລື້ອຍໆ ດ້ວຍການຍົກຍ້ອງໃຫ້ກຽດແກ່ເຈົ້າໜ້າທີ່ຕຳຫຼວດຫຼາຍກວ່າ 300 ຄົນ ສຳລັບການປະຕິບັດໜ້າທີ່ຂອງພວກເຂົາເຈົ້າ.

ສ່ວນພວກຝ່າຍຄ້ານ ກໍໄດ້ກ່າວປະນາມ ການໃຫ້ລາງວັນແກ່ພວກຕຳຫຼວດຂອງ ທ່ານລູກາເຊັງໂກ ຜູ້ທີ່ໄດ້ຍິງລູກລະເບີດທີ່ສ້າງຄວາມຕົກໃຈ ແລະລູກປືນຢາງໃສ່ພວກປະທ້ວງທີ່ສັນຕິ ແລະໄດ້ໃຊ້ໄມ້ຄ້ອນທຸບຕີພວກເຂົາເຈົ້າ ເຮັດໃຫ້ມີການເສຍຊີວິດຢ່າງໜ້ອຍ 2 ຄົນ ແລະໄດ້ກັກຂັງເກືອບ 7,000 ຄົນ. ອີກຫຼາຍຮ້ອຍຄົນ ກໍໄດ້ຮັບບາດເຈັບນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG