ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ປ. ພູຕິນ ກ່າວວ່າ ຣັດເຊຍ​ ສະໜັບສະໜຸນ ກອງທັບຊີເຣຍ ເສລີ


ປ. Vladimir Putin (ຂວາ) ໂອ້ລົມກັບຫົວໜ້າເສນາທິການ ກອງທັບຣັດເຊຍ ນາຍພົນ Valery Gerasimov ໃນກອງປະຊຸມ ກັບພວກນາຍທະຫານ ທີ່ສູນກາງປ້ອງກັນປະເທດ ໃນນະຄອນຫຼວງມົສກູ.
ປ. Vladimir Putin (ຂວາ) ໂອ້ລົມກັບຫົວໜ້າເສນາທິການ ກອງທັບຣັດເຊຍ ນາຍພົນ Valery Gerasimov ໃນກອງປະຊຸມ ກັບພວກນາຍທະຫານ ທີ່ສູນກາງປ້ອງກັນປະເທດ ໃນນະຄອນຫຼວງມົສກູ.

ສະຫະລັດ​ ກ່າວ​ວ່າ ຕົນ​ບໍ່​ສາມາດ ​ໃຫ້ການ​ຢືນຢັນ ​ຕໍ່​ການ​ກ່າວ​
ອ້າງ​ຂອງ​ປະທານາທິບໍດີ​ຣັດ​ເຊຍທ່ານ Vladimir Putin ທີ່​ເວົ້າ
ວ່າ ​ເວລາ​ນີ້ ຣັດ​ເຊຍ​ໄດ້​ໃຫ້ການ​ສະໜັບສະ​ໜຸນພວກ​ຕໍ່ຕ້ານ​ລັດ
ຖະບານ​ໃນ​ຊີ​ເຣຍ ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ ​ຈາກ​ປະເທດ​ຕາ​ເວັນ
​ຕົກ​ທີ່​ພົວພັນ​ໃນ​ການ​ປະຕິບັດ​ງານ​ຮ່ວມ​ກັບ​ກອງທັບ​ຊີ​ເຣຍ​ເພື່ອ​
ສູ້ລົບ​ກັບ​ກຸ່ມ​ລັດ​ອິສລາມ.

ທ່ານ John Kirby ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ
ກ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ ສິ່ງ​ທີ່​ຂ້າພະ​ເຈົ້າ ສາມາດ​ບອກ​ພວກ
​ທ່ານ​ໄດ້ ​ກໍ​ແມ່ນ​ວ່າມັ​ນຍັງ​ບໍ່​ທັນ​ເປັນທີ່​ຈະ​ແຈ້ງສຳລັບ​ພວກ​ເຮົາ
​ເຊັ່ນ​ດຽວ​ກັນ.​ ຂ້າພະ​ເຈົ້າ​ບໍ່​ຢູ່​ໃນ​ທ່າ​ທີທີ່​ຈະ​ໃຫ້ການຢືນຢັນ​ກ່ຽວ
​ກັບ​ຄວາມ​ເຫັນ​ດັ່ງກ່າວ ນອກຈາກ​ຂໍ​ເວົ້າວ່າ ສ່ວນ​ໃຫຍ່​ໃ​ນການໂຈມ​ຕີ​ທາງ​ອາກາດ ໂດຍ​ເຮືອບິນ​ລົບ​ຂອງຣັດ​ເຊຍແມ່ນ​ຕໍ່​ກຸ່ມ​ຕໍ່ຕ້ານ​ລັດຖະບານຂອງ​ປະທານາທິບໍດີ Assad ​ແລະ​
ບໍ່​ໄດ້​ແນ​ໃສ່​ກຸ່ມ​ລັດ​ອິສລາມ​ຫຼື ISIL.

ທ່ານ Putin ກ່າວ​ຕໍ່​ເຈົ້າໜ້າ​ທີ່​ຂັ້ນ​ສູງ ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໃນ​ວັນ​ສຸກ​ວານ​ນີ້ວ່າ
ຣັດ​ເຊຍ​ໄດ້​ໃຫ້ການ​ຄຸ້ມ​ກັນ​ທາງ​ອາກາດ ​ໃຫ້ອາວຸດ ​ແລະສຳພາລະຕ່າງໆ​ແກ່​ກຸ່ມ​ກອງທັບ
​ຊີ​ເຣຍ​ເສລີ​ ທີ່​ໄດ້​ທຳ​ການ​ສູ້​ລົບ​ກັບ​ທະຫານ​ລັດຖະບານ​ມາ ​ເປັນ​ເວລາ​ດົນ​ນານ​ແລ້ວນັ້ນ.

ທ່ານ Kirby ກ່າວ​ວ່າ ສິ່ງ​ທີ່ຍັງ​ບໍ່​ຈະ​ແຈ້ງ​ກໍ​ຄື​ວ່າພວກ​ຕໍ່ຕ້ານ​ລັດຖະບານ​ມັກ​ຈະໃຊ້​ຄຳ​ວ່າ
ກອງທັບ​ຊີ​ເຣຍ​ເສລີ ຊຶ່ງ​ໝາຍເຖິງ​ການ​ຄຸ້ມ​ຄອງ​ ຂອງ​ບັນດາ​ກຸ່ມ​ຕໍ່ຕ້ານລັດຖະບານທີ່​ພະ
ຍາຍາມ​ຫາ​ທາງ​ໂຄ່ນ​ລົ້ມລັດຖະບານ​ທ່ານ Assad ຢູ່​ນັ້ນ.

ຖ້າ​ຫາກ​ການ​ກ່າວ​ອ້າງ​ ຂອງ​ທ່ານ Putin ​ໄດ້​ຮັບ​ການ​ຢືນຢັນ​ແລ້ວ​ ມັນ​ຈະ​ເປັນ​ການ​ປ່ຽນ​
ແປງ​ທີ່​ສຳຄັນ​ ໃນ​ນະ​ໂຍບາຍ​ຂອງຣັດ​ເຊຍ. ສະຫະລັດ​ ໄດ້​ກ່າວ​ຫາ​ຣັດ​ເຊຍ​ວ່າ ​ໃຫ້ການ​ສະໜັບສະໜຸນ​ ຕໍ່​ອຳນາດ​ການ​ປົກຄອງ Assad ​ໂດຍ​ທຳ​ການ ​ໂຈ​ມຕີ​ກຸ່ມ​ຕໍ່ຕ້ານ​ລັດຖະ
ບານ​ທີ່​ນິຍົມ​ແນວທາງ​ປານ​ກາງແທນ​ທີ່​ຈະ​ໂຈມ​ຕີ​ກຸ່ມ​ລັດອິສລາມທີ່​ຣັດ​ເຊຍ​ກ່າວ​ວ່າເປັນ​ເຫດຜົນ​ທີ່​ພາ​ໃຫ້​ຣັດ​ເຊຍ​ເຂົ້າ​ໄປ​ໃນ​ຊີ​ເຣຍນັ້ນ.

ທ່ານ Kirby ກ່າວ​ວ່າ ຍັງ​ບໍ່​ມີ​ການ​ປ່ຽນ​ແປງ ​ທີ່​ສຳຄັນ​ໃດໆ​ ໃນ​ການ​ໂຈມ​ຕີ​ທາງ​ອາກາດ​
ຂອງຣັດ​ເຊຍ​ຢູ່​ໃນ​ຊີ​ເຣຍແລະ​ພວກ​ຕໍ່ຕ້ານ​ລັດຖະບານ​ຍັງ​ຖືກຣັດ​ເຊຍໂຈມ​ຕີ​ຢູ່.​ ກອງທັບ​
ຊີ​ເຣຍ​ເສລີກໍ​ຍັງ​ບໍ່​ທັນ​ໃຫ້​ການ​ຢືນຢັນ​ເທື່ອ​ວ່າຕົນ​ໄດ້​ຮັບການ​ຊ່ອຍ​ເຫຼືອ​ຈາກ​ທ່ານ Putin.

ທ່ານ Putin ​ເວົ້າວ່າ ​ເຮືອບິນ​ລົບ​ຂອງຣັດ​ເຊຍ​ໄດ້​ໃຫ້ການ​ຄຸ້ມ​ກັນ​ທາງ​ອາກາດ​ແລະ​ການ​ສະໜັບ​ສະນໜຸນ​ດ້ານ​ສຳພາລະ​ຕ່າງໆ ​ແກ່​ທັງ​ກອງທັບ​ຊີ​ເຣຍ​ເສລີ​ ແລະທະຫານ​ລັດຖະ
ບານ​ ທີ່​ຮ່ວມ​ກັນ​ສູ້​ລົບ ​ຕ້ານ​ກຸ່ມ​ລັດ​ອິສລາມ.​ ທ່ານ​ເວົ້າວ່າ ​ໃນ​ເວລານີ້ ມີ​ທະຫານ​ຫລາຍ
​ກວ່າ 5,000 ຄົນ​ພວມ​ທຳ​ການ​ສູ້​ລົບ​ທາງ​ພາກພື້ນດິນ​ທີ່ແຂວງ Homs, Hama, Aleppo
​ແລະ Raqqa.

SYRIA
please wait
Embed

No media source currently available

0:00 0:01:06 0:00

XS
SM
MD
LG