ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນ ​​ບໍ່​ມີ​ຄົນ​ຂັບ ສຫລ ​​ສັງຫານ​ 12 ຄົນ ທີ່ເຢເມນ (ວີດີໂອ)


ເຮືອບິນ ທີ່ບໍ່ມີຄົນຂັບ ຂອງສະຫະລັດ
ເຮືອບິນ ທີ່ບໍ່ມີຄົນຂັບ ຂອງສະຫະລັດ
ບັນດາ​ເຈົ້າ​ໜ້າ​ທີ່​ເຢ​ເມນກ່າວ​ວ່າ ​ການ​ໂຈ​ມຕີ​ຕື່ມ​ອີກ 3 ​ເທື່ອ
ຂອງເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ ໄດ້ສັງຫານ​ຢ່າງ​ໜ້ອຍ 12 ຄົນ ທີ່​ສົງ​
ໄສ​ວ່າ​ ເປັນ​ພວກ​ຫົວ​ຮຸນ​ແຮງ​ໃນ​ຂະນະ​ທີ່ສະຫະລັດຂະ​ຫຍາ​ຍ
ການ​ສູ້​ລົບ​ຕໍ່ຕ້ານ​ກຸ່ມ​ກໍ່​ການ​ຮ້າຍ al-Qaida ຢູ່​ໃນ ​ແຫລມອາ
ຣາ​ເບຍ.

ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພກ່າວ​ວ່າ ການ​ໂຈມ​ຕີ​
ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້​ແນເປົ້າ​ໝາຍໃສ່ພວກ​ກໍ່ການ​ຮ້າຍ
al-Qaida ທີ່​ເດີນທາງ​ໄປ​ນຳ​ລົດຢູ່​ແຂວງ Hadramout ​ແລະ
Marib​. ການ​ໂຈມ​ຕີ​ໂດຍ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບຂອງ​ສະຫະລັດ
ເຈັດ​ເທື່ອ​ ໃນຮອບ​ສອງອາທິດຜ່ານ​ມານີ້ ​ໄດ້​ສັງຫາ​ນຢ່າງ
​ໜ້ອຍ 30 ຄົນ​ທີ່​ຖືກກ່າວ​ຫາ​ວ່າ​ເປັນ​ຜູ້​ກໍ່ການ​ຮ້າຍ ​ໃນ​ເຢເມນ.

​ໃນວັນ​ພຸດທີ່​ຜ່ານ​ມາ ​ເຢ​ເມນກ່າ​ວວ່າ ໄດ້ຄົ້ນ​ພົບ​ແຜນການ​ຂອງກຸ່ມ al-Qaida ທີ່​ຈະ​ຍຶດ​ເອົາ​ທ່າ​ເຮືອແຫ່ງ​ນຶ່ງ ​ແລະບ່ອນ​ສົ່ງ​ນໍ້າມັນ​ທີ່​ບໍລິຫານ​ງານ​ໂດຍ​ປະ​ເທດ​ຕາ​ເວັນ​ຕົກ. ​ເຢ​ເມນໄດ້​ເພີ້​ມການ​ຮັກສາ​ຄວາມ​ປ​ອດ​ໄພ ​ຢູ່​ທີ່​ນະຄອນຫລວງ Sanaa ​ແລະ​ແຫ່ງ​ອື່ນໆ.

ສະຫະລັດ ​ແລະ​ອັງກິດ ​ໄດ້ຍົກ​ຍ້າຍພະນັກງານ​ການ​ທູດຂອງ​ຕົນ ອອກ​ຈາກ​ປະ​ເທດ
ດັ່ງກ່າວຍ້ອນຖືກ​ຂົ່ມຂູ່​ຈາກກຸ່ມ​ກໍ່​ການ​ຮ້າຍ al-Qaida ​ໃນແຫຼມອາຣາເບຍ ຢູ່​ໃນ​ເຢ​ເມນ. ນອກ​ນັ້ນ​ແລ້ວ ສະຖານ​ທູດ​ແລະ​ກົງ​ສຸນສະຫະລັດອີກ 18 ​ແຫ່ງ​ໃນ​ພາກຕາ​ເວັນ​ອອກ​ກາງ ​ແລະ​ອາ​ຟຣິກກາ ຍັງຈະຖືກ​ປິດຢ່າງ​ໜ້ອຍ​ໄປຈົນ​ຮອດ​ວັນເສົາ ​ເພາະ​ມີ​ການ​ຂົ່ມຂູ່.

​ໃນ​ຂະນະ​ດຽວ​ກັນ ຊາອຸ​ດີ ອາ​ຣາ​ເບຍ ​ໄດ້​ຈັບຜູ້​ຕ້ອງ​ສົງ​ໄສ​ສອງ​ຄົນ ​ທີ່​ອາດ​ຈະ​ວາງ​ແຜນ​ໂຈມ​ຕີ​ສະຖານ​ທູດ​ຕາ​ເວັນ​ຕົກ. ອົງ​ການ​ຂ່າວ SPA ຂອງລັດຖະບານ​ ກ່າວ​ໃນ​ວັນ​ພະຫັດວານ​ນີ້​ວ່າ ຜູ້​ຊາຍທັງ​ສອງ​ຊຶ່ງ​ເປັນຊາວ Chad ​ແລະ​ເຢ​ເມນ​ໄດ້​ຕິດ​ຕໍ່​ກັບກຸ່ມ​ກໍ່​ການ​ຮ້າຍ al-Qaida ​ໃນແຫລມອາຣາ​ເບຍ ​ແລະ​ໄດ້​ສົນທະ ນາ​ກັນ ກ່ຽວ​ກັບ “ການ​ໂຈມ​ຕີ​ສະລະ​ຊີບທີ່​ກຳລັງ​ຈະ​ເກີດ​ຂຶ້ນ​ໃນ​ໄວໆ​ນີ້.”

US Yemen Anti-terror Strategy Debated
please wait

No media source currently available

0:00 0:02:42 0:00
ລິງໂດຍກົງ
XS
SM
MD
LG